ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ
ງານ ກິດຈະກຳ “ທ່າແຂກ ໄບລ໌ຄິງ ຊາເລນຈ໌” (ThaKhaek Biking Challenge) ໄດ້ ໂດຍມີນັກປັ່ນຈາກຫຼາຍແຂວງ ແລະ ຫຼາຍປະເທດເຂົ້າຮ່ວມຢ່າງຄຶກຄື້ນ ເພື່ອພິສູດຄວາມອຶດທົນ ຄວາມແຂງແຮງ ແລະ ຮ່ວມສົ່ງເສີມການທ່ອງທ່ຽວຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2026 ຢູ່ຕໍ່ໜ້າຫໍມູນເຊື້ອ 21 ມີນາ (ນໍ້າພຸ) ເມືອງທ່າແຂກ ແຂວງຄໍາມ່ວນ.
ງານທາແຂກ ໄບລຄງ ຊາເລນຈ ຕງເປາຍກລະດບການທອງທຽວ ແຂວງຄາມວນ - image 1
 

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ກ່າວໃນພິທີວ່າ: ການຈັດງານກິດຈະກຳນີ້ເປັນການທ້າທາຍທີ່ສອດຄ່ອງກັບສະພາບທຳມະຊາດ ແລະ ຈິດໃຈນັກກິລາ.“ຝົນບໍ່ແມ່ນອຸປະສັກ ແຕ່ເປັນສ່ວນໜຶ່ງຂອງບັນຍາກາດການແຂ່ງຂັນ. ພວກເຮົາຈະສູ້ຊົນໄປນຳກັນ ເພື່ອໃຫ້ກິດຈະກຳນີ້ປະສົບຜົນສຳເລັດ.”

ທ່ານກ່າວຕື່ມວ່າ: ການຈັດງານຄັ້ງນີ້ເປັນນິມິດໝາຍທີ່ດີໃນການສ້າງກະແສສົ່ງເສີມການທ່ອງທ່ຽວພາຍໃນແຂວງຄຳມ່ວນ ໂດຍເກີດຈາກການປະສານງານຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ຄະນະຈັດງານ, ພາກເອກະຊົນ ແລະ ບັນດາຜູ້ສະໜັບສະໜູນ ພ້ອມຍົກຍ້ອງບົດບາດຂອງທ່ານ ອິນທີ ເດືອນສະຫວັນ ໃນການຜັກດັນໃຫ້ກິດຈະກຳນີ້ເກີດຂຶ້ນ. ຫວັງວ່າການແຂ່ງຂັນຂີ່ລົດຖີບ ຮູບແບບນີ້ຈະກາຍເປັນກິດຈະກຳປະຈຳປີຂອງແຂວງຄຳມ່ວນ ແລະ ເມືອງທ່າແຂກ ເພື່ອສ້າງແຮງຈູງໃຈໃຫ້ນັກທ່ອງທ່ຽວ, ສົ່ງເສີມການອອກກຳລັງກາຍ ແລະ ພັດທະນາກິລາຄວບຄູ່ໄປກັບການທ່ອງທ່ຽວ.

ທ່ານ ອິນທີ ເດືອນສະຫວັນ ໃນນາມຜູ້ຈັດງານ ກ່າວວ່າ: ກິດຈະກຳນີ້ບໍ່ໄດ້ເນັ້ນການເອົາຊະນະພຽງຢ່າງດຽວ ແຕ່ເປັນເວທີໃຫ້ນັກຂີ່ລົດຖີບ ໄດ້ທົດສອບຂີດຄວາມສາມາດຂອງຕົນເອງ ຜ່ານເສັ້ນທາງທ້າທາຍໃນໄລຍະ 50, 100 ແລະ 200 ກິໂລແມັດ.

“ນອກຈາກການສົ່ງເສີມສຸຂະພາບແລ້ວ ງານນີ້ຍັງເປັນການໂຄສະນາການທ່ອງທ່ຽວຂອງແຂວງຄຳມ່ວນ ແລະ ສະແດງໃຫ້ເຫັນຄວາມທ້າທາຍຂອງເສັ້ນທາງທີ່ນັກຂີ່ລົດຖີບຈະໄດ້ພົບ.”

ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ນັກປັ່ນທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ສະຫວັນນະເຂດ ລວມເຖິງນັກກິລາຈາກປະເທດຝຣັ່ງ, ຟີລິບປິນ ແລະ ໄທ ທີ່ເດີນທາງມາຮ່ວມກິດຈະກຳ ຊຶ່ງສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງວົງການຂີ່ລົດຖີບໃນລາວ ແລະ ຄວາມສົນໃຈຈາກນານາຊາດ.

ກິດຈະກຳນີ້ຈະເປັນຈຸດເລີ່ມຕົ້ນທີ່ສຳຄັນ ເພື່ອໃຫ້ໃນອະນາຄົດ ແຂວງຄຳມ່ວນສາມາດຕ້ອນຮັບນັກກິລາຂີ່ລົດຖີບຈາກທົ່ວປະເທດ ແລະ ນາໆຊາດໃຫ້ຫຼາຍຂຶ້ນ .ການຈັດງານ “ທ່າແຂກ ໄບລ໌ຄິງ ຊາເລນຈ໌ ຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນເວທີທົດສອບຄວາມສາມາດຂອງນັກຂີ່ລົດຖີບເທົ່ານັ້ນແຕ່ຍັງເປັນກົນໄກສຳຄັນໃນການຍົກລະດັບການທ່ອງທ່ຽວແບບກິລາ (Sports Tourism) ຂອງແຂວງຄຳມ່ວນ ພ້ອມເປັນພື້ນຖານໃຫ້ກາຍເປັນງານລະດັບນານາຊາດທີ່ຈັດຂຶ້ນເປັນປະຈຳໃນອະນາຄົດ.ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວສືກສາ-ກິລາ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ ຜ່ານມາ ທີ່ໄອຈິ ນາໂກຢ່າ ປະເທດຍີ່ປຸ່ນ ໂດຍການຊີງໄຊກັນ 43 ຊະນິດກິລາ 71 ປະເພດ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງການແຂ່ງຂັນ 19 ກັນຍາ ຫາ ວັນທີ 4 ຕຸລາ 2026.
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບລົດຖີບຈຳນວນ 30 ຄັນ ໃຫ້ນັກຮຽນທີ່ຂາດເຂີນດ້ານງົບປະມານໃນການຈັດຊື້ອຸປະກອນພາຫະນະ ແຕ່ມີຄວາມດຸໝັ່ນ, ຜົນການຮຽນດີ ໃນບັນດາໂຮງຮຽນເປົ້າໝາຍ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026 ຕາງໜ້າມອບໂດຍທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ແລະ ຕາງໜ້າຮັບໂດຍນັກຮຽນຜູ້ທີ່ມີລາຍຊື້ຮັບຈຳນວນ 30ຄົນ, ຍິງ 18ຄົນ, ມີຄູ-ອາຈານ ເຂົ້າຮ່ວມເພື່ອເປັນສັກຂີພິຍານ.
ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວເມືອງສາມັກຄີໄຊ, ແຂວງອັດຕະປື ປະຈຳສົກຮຽນ 2025-2026 ແລະ ຜ່ານທິດທາງແຜນການປະຈຳສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2026 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງ, ມີຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສູນກາງສະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ ຄັ້ງທີ I ຂຶ້ນໃນວັນທີ 14 ກັນຍາ ນີ້ ທີ່ ສສຍລ (ຕຶກບຶງຂະຫຍອງ) ໂດຍການເປັນປະທານ ຂອງທ່ານ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານ ສສຍລ ຊຶ່ງມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ, ມີຜູ້ຕາງໜ້າຈາກສູນກາງສະພັນແມ່ຍິງລາວ, ຫົວໜ້າກົມ, ຮອງກົມ ແລະ ຕາງໜ້າຈາກ ຄອສພ, ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ໃນວັນທີ 15 ກັນຍາ 2026 ນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ຂຶ້ນ. ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີບັນດາຄະນະພັດທະນາການສຶກສາຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ພະນັກງານວິຊາການ ແລະ ຜູ້ອໍານວຍການໂຮງຮຽນເຂົ້າຮ່ວມ.
ເພີ່ມເຕີມ