ງານເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ

ງານເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແຂວງຜົ້ງສາລີ

ງານເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແຂວງຜົ້ງສາລີ
ແຂວງຜົ້ງສາລີ ໄດ້ຈັດງານເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງ ໄດ້ຈັດຂຶ້ນໃນວັນທີ 11 ທັນວານີ້

ທີ່ເດີ່ນຜາມໄຊເທດສະບານແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີທ່ານນາງ ລີ້ຫົງ ຮອງຫົວໜ້າຜູ້ປະຈຳການສະພາປະຊາຊົນນະຄອນພູເອີ ສປ ຈີນ ຫົວໜ້າຝ່າຍການຜະລິດອຸດສາຫະກຳກາເຟ, ທ່ານ ຕະວັນ ເສີນ ປະທານຄະນະກໍາມະການປະຊາຊົນເມືອງແຍ້ ແຂວງດຽນບຽນ ສສ ຫວຽດນາມ, ທ່ານ ຫວາງ ລິນ ເຊີນ ຄະນະປະຈຳພັກເມືອງ ຫົວໜ້າຄະນະແນວໂຮມເມືອງຈຽງເຊິນ ສປ ຈີນ, ມີບັນດາແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງຜົ້ງສາລີ ຫົວໜ້າຄະນະຮັບຜິດຊອບຈັດງານໄດ້ກ່າວວ່າ: ການຈັດງານເທດສະການອາຫານເຜົ່າ ແລະ ດື່ມນໍ້າຊາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງຜົ້ງສາລີ ເປັນກິດຈະກໍາທີ່ສໍາຄັນເພື່ອສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາ, ອະນຸລັກ ແລະ ສົ່ງເສີມວັດທະນະທໍາທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງບັນດາເຜົ່າ. ຊຶ່ງວຽກງານທ່ອງທ່ຽວເປັນ 1 ໃນ 5 ທ່າແຮງຂອງແຂວງ ແລະ ໄດ້ສ້າງຍຸດທະສາດການພັດທະນາການທ່ອງທ່ຽວຂອງແຂວງໄປສູ່ 4 ທາງອອກ; ການຈັດງານຄັ້ງນີ້ແມ່ນໜຶ່ງໃນກິດຈະການສໍາຄັນໃນການຜັນຂະຫຍາຍແຜນຍຸດທະສາດ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ (2021-2025) ໃຫ້ປະກົດຜົນເປັນຈິງ ເພື່ອສ້າງໂອກາດທີ່ເອື້ອອໍານວຍໃຫ້ແກ່ການໄປມາຫາສູ່, ການທ່ອງທ່ຽວຂອງແຂກພາຍໃນ ແລະ ຕ່າງປະເທດໄດ້ມາຢ້ຽມຢາມ, ທ່ຽວຊົມແຂວງຜົ້ງສາລີ; ການແລກປ່ຽນຊື້-ຂາຍ, ການຈໍາໜ່າຍສິນຄ້າ, ການລົງທຶນຢູ່ແຂວງຜົ້ງສາລີ.

ການຫ້າງຫາກະກຽມຈັດງານດັ່ງກ່າວ ແມ່ນໄດ້ເລີ່ມແຕ່ທ້າຍເດືອນພະຈິກ 2023 ຈົນເຖິງປັດຈຸບັນແມ່ນໄດ້ມີຄວາມພ້ອມເປັນທີ່ຮຽບຮ້ອຍ. ສໍາລັບງານປີທ່ອງທ່ຽວລະດັບແຂວງ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງຜົ້ງສາລີ ຊຶ່ງໄດ້ກໍານົດເອົາເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາ ແລະ ງານມະຫະກໍາກິລາໂຍນໝາກຄອນ 3 ແຈ ປະເທດລາວ-ຫວຽດນາມ-ສປ ຈີນ ຄັ້ງທີ VIII ຊຶ່ງແຂວງຜົ້ງສາລີເປັນເຈົ້າພາບມີບັນດາກິດຈະກຳຄື: 1. ກິດຈະກໍາດື່ມນ້ຳຊາມີຈໍານວນ 12 ຮ້ານທີ່ມາຈາກບັນດາຫົວໜ່ວຍທຸລະກິດສົ່ງເສີມການປູກ ແລະ ປຸງແຕ່ງຊາຢູ່ພາຍໃນແຂວງ, 2. ກິດຈະກໍາວາງສະແດງ ແລະ ຊີມອາຫານ 15 ຊົນເຜົ່າ, 3. ກິດຈະກໍາສິລະປະການສະແດງມີທັງໝົດ 13 ລາຍການ ຊຶ່ງເປັນຕົວແທນຂອງຊົນເຜົ່າ, 4. ກິດຈະກໍາງານຕະຫຼາດນັດວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງແຂວງ, ຜະລິດຕະພັນ 1 ເມືອງ 1 ຜະລິດຕະພັນໂອດັອບ ແລະ ສິນຄ້າຈາກພາຍໃນ-ຕ່າງປະເທດ ລວມມີ 76 ຮ້ານ. 5. ງານມະຫະກໍາກິລາໂຍນໝາກຄອນ 3 ແຈ ປະເທດລາວ - ຫວຽດນາມ! - ສປ ຈີນ ຄັ້ງທີ VIII ຊຶ່ງແຂວງຜົ້ງສາລີເປັນເຈົ້າພາບ. ຈາກນັ້ນ, ທ່ານ ຄໍາຜອຍ ວັນນະສານ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ.

ໃນພິທີ, ຄະນະປະທານ ພ້ອມແຂກຖຶກເຊີນໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມຊິມອາຫານເຜົ່າ, ດື່ມນໍ້າຊາ, ທ່ຽວຊົມຮ້ານວາງສະແດງສິນຄ້າໂອດັອບ ແລະ ຊົມການສະແດງສິລະປະ-ວັນນະຄະດີ.

ຂ່າວ: ພູວັນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ