ການພັດທະນາການສຶກສາ ແລະ ກິລາ

ນວ ເອົາໃຈໃສ່ບຳລຸງຊັ້ນປະຖົມໃຫ້ແກ່ປະຊາຊົນໄດ້ 48 ບ້ານ

ນວ ເອົາໃຈໃສ່ບຳລຸງຊັ້ນປະຖົມໃຫ້ແກ່ປະຊາຊົນໄດ້ 48 ບ້ານ
ໂດຍ: ພູວັນ ໃນສົກຮຽນ 2023-2024ຜ່ານມາ ເປັນສົກຮຽນທີ່ມີຄວາມໝາຍສຳຄັນຫຼາຍ ຕໍ່ການພັດທະນາການສຶກສາ ແລະ ກິລາເພາະເປັນໄລຍະແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ)

ສະໄໝທີ VII ກໍຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາຂະແໜງການສຶກສາ 5 ປີຄັ້ງທີ IX (2021-2025)ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ) ວາງອອກໃນ 1 ສົກຮຽນທີ່ຜ່ານມາ ສາມາດຕີລາຄາຜົນງານການຈັດຕັ້ງປະຕິບັດຂອງຂະແໜງການສຶກສາ ແລະ ກິລາມີຜົນສຳເລັດໃນຫຼາຍດ້ານ.
ທ່ານ ສົມພອນສອນດາລາຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນ 1 ສົກຮຽນທີ່ຜ່ານມາ ນວ ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະຜົນສໍາເລັດດ້ານວຽກງານການສຶກສາ ແລະ ກິລາໄດ້ສຳເລັດການບຳລຸງຊັ້ນປະຖົມໃຫ້ແກ່ປະຊາຊົນພາຍໃນນວ ຈຳນວນ 48 ບ້ານ, ມີຜູ້ສໍາເລັດທັງໝົດ 651 ຄົນຍິງ 369 ຄົນ; ທຽບໃສ່ແຜນປີ 93%, ສໍາເລັດການບຳລຸງຊັ້ນມັດທະຍົມຕອນຕົ້ນໃຫ້ແກ່ປະຊາຊົນໄດ້ຈຳນວນ 72 ຈຸດຮຽນ, ມີຜູ້ສໍາເລັດ 1.462 ຄົນ ຍິງ 812 ຄົນ; ທຽບໃສ່ແຜນປີ 132,90%, ສໍາເລັດການບຳລຸງຊັ້ນມັດທະຍົມຕອນປາຍບຳລຸງ ມ.7 ໃຫ້ແກ່ປະຊາຊົນກຸ່ມຜູ້ທີ່ມີຄວາມສົນໃຈຜູ້ທີ່ດ້ອຍໂອກາດຈຳນວນ4 ຈຸດຮຽນມີທັງໝົດ207 ຄົນຍິງ 95 ຄົນ, ໄດ້ຈັດຝຶກອົົບຮົມວິຊາຊີບໃຫ້ແກ່ປະຊາຊົນໃນ ນວ ເຊັ່ນ: ວິຊາຕັດຫຍິບ, ປຸງແຕ່ງອາຫານ, ເສີມສວຍ, ບຳລຸງພາສາອັງກິດ, ການເຮັດເຂົ້າໜົມຊະນິດຕ່າງໆໄດ້ທັງໝົດ 310 ຄົນ ຍິງ 258 ຄົນ.ໃນນວ ມີສູນຝຶກອົບຮົມພາກເອກະຊົນຮູບແບບການສຶກສານອກໂຮງຮຽນຈຳນວນ 108 ແຫ່ງເຊັ່ນ: ການຝຶກອົບຮົມພາສາຕ່າງປະເທດ, ການຝຶກອົບຮົມທັກສະການເວົ້າ ແລະ ການໂຄສະນາສື່ສານ, ການຝຶກອົບຮົມການເສີມສວຍ, ປຸງແຕ່ງ; ສໍາລັບການສຶກສາຊັ້ນສູງນັກຮຽນຈົບຊັ້ນ ມ.7 ໄດ້ຮຽນຕໍ່ພາຍໃນປະເທດຈໍານວນ 8.764 ຄົນ ແລະ ມີນັກຮຽນຈົບຊັ້ນ ມ.7 ແລະ ພະນັກງານໄປສຶກສາຕໍ່ທີ່ ສສ ຫວຽດນາມ ແຂວງແທງຮົວຈຳນວນ 10 ຄົນ. ນອກນັ້ນຍັງໄດ້ຈັດການຮຽນ-ການສອນສາມັນວິຊາຊີບໄດ້ທັງໝົດ 164 ຄົນ; ໄດ້ຍາດແຍ່ງການຊ່ວຍເຫຼືອກັບບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານສະໜັບສະໜູນດ້ານອຸປະກອນການຮຽນ-ການສອນ, ກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງສະພາບແວດລ້ອມ, ການຝຶກອົບຮົມ,ໃຫ້ທຶນການສຶກສາ, ການຊ່ວຍເຫຼືອອຸປະກອນ ແລະ ປັບປຸງຫ້ອງກວດການໄດ້ຍິນຂອງໂຮງຮຽນຄົນພິການ, ຈາກນະຄອນຫຼວງ, ກະຊວງສຶກສາ ແລະ ຄູ່ຮ່ວມພັດທະນາເຊັ່ນ: Asia Exchange Foundation,ADRF, GOOD HANDS, BEQUAL, SCG, DIC, ໄດ້ຮັບທຶນຊ່ວຍເຫຼືອຝຶກອົບຮົມໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດເປັນຕົ້ນການເບິ່ງແຍງຜູ້ສູງອາຍຸ, ການໂຮງແຮມ ແລະ ການກໍ່ສ້າງຫໍພັກສຳລັບນັກຝຶກອົບຮົມຈາກອົງການ IV-JAN ແລະ ອື່ນໆ. ສໍາເລັດການຈັດງານແຂ່ງຂັນກິລາປະຈໍາປີຄັ້ງທີ 2 ທີ່ເມືອງສີໂຄດເປັນເຈົ້າພາບ ແລະ ການແຂ່ງຂັນສິລະປະນັກຮຽນທົ່ວນວ ທີ່ສູນການຄ້າລາວ-ໄອເຕັກ ສາມາດເຫັນໄດ້ບັນດານັກຮຽນຜູ້ທີ່ມີພອນສະຫວັນເພື່ອກະກຽມເຂົ້າຮ່ວມແຂ່ງຂັນງານກິລານັກຮຽນທົ່ວປະເທດທີ່ແຂວງສາລະວັນໃນທ້າຍປີນີ້;
ທ່ານ ສົມພອນສອນດາລາກ່າວໃຫ້ຮູ້ອີກວ່າ: ປັດຈຸບັນວຽກງານການສຶກສາໄດ້ມີການຂະຫຍາຍຕົວດ້ານປະລິມານແລະຄຸນນະພາບສະແດງອອກດ້ານຈຳນວນໂຮງຮຽນ, ຫ້ອງຮຽນ, ຄູສອນແລະນັກຮຽນມີຈຳນວນເພີ່ມຂຶ້ນ. ການສຶກສາໄດ້ຮັບການພັດທະນາຄົບຕາມ 3 ລັກສະນະແລະ5 ຫຼັກມູນຂອງການສຶກສາ, ໄດ້ຂະຫຍາຍຕາໜ່າງໄປສູ່ທ້ອງຖິ່ນ, ເຂດຊົນນະບົດຫ່າງໄກສອກຫຼີກແລະມີຫຼາຍໂຄງການໄດ້ນຳໄປຈັດຕັ້ງປະຕິບັດຢູ່ບັນດາເມືອງ, ບ້ານແລະກຸ່ມບ້ານພັດທະນາເປັນຕົ້ນການຂະຫຍາຍໂຮງຮຽນອະນຸບານຫຼືຫ້ອງກຽມປະຖົມຊຶ່ງເຮັດໃຫ້ຈຳນວນໂຮງຮຽນ, ສະຖານທີ່ຮຽນ, ຫ້ອງຮຽນໄດ້ເພີ່ມຂຶ້ນແລະໄດ້ເປັນເງື່ອນໄຂໃຫ້ແກ່ປະຊາກອນໃນແຕ່ລະກຸ່ມເປົ້າໝາຍມີໂອກາດເຂົ້າເຖິງການສຶກສາຫຼາຍຂຶ້ນ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ