![]() |
ການແຂ່ງຂັນກິລາຟັນດາບຄົນພິການມີ 4 ແຂວງເຂົ້າຮ່ວມຄື: ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມວນ, ຫຼວງພະບາງ ແລະ ນວ, ມີນັກກິລາລົງແຂ່ງທັງໝົດ 8 ຄົນ ຍິງ 3 ຄົນ; ແບ່ງອອກເປັນ 2 ປະເພດຄື: ດາບ Epee ຊາຍ-ຍິງຄຣາດ A ແລະ B ແລະ ດາບ Seber ຊາຍ-ຍິງຄຣາດ A ແລະ B, ມີ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງ. ໃນນັ້ນ ທ້າວ ໂອລໍາ ນໍ່ດໍາ ນັກກິລາຟັນດາບຈາກ ນວ ສາມາດຍາດໄດ້ຫຼຽນຄໍາທຳອິດ, ທ້າວ ຫົງຄໍາ ຄໍາໝັ້ນ ນັກກິລາຟັນດາບຈາກແຂວງຫຼວງພະບາງໄດ້ຫຼຽນເງິນ ແລະ ທ້າວ ສູນທອນ ຫົງຄໍາ ນັກກິລາຟັນດາບຈາກແຂວງວຽງຈັນໄດ້ຫຼຽນທອງ.
![]() |
ຂ່າວ-ພາບ: ສູນຂ່າວ


ຄໍາເຫັນ