ຈັດຕັ້ງສອບເສັງພາກຮຽນ I ປະຈຳສົກຮຽນ 2024-2025

ນວ ຈັດຕັ້ງສອບເສັງພາກຮຽນ I ປະຈຳສົກຮຽນ 2024-2025

ນວ ຈັດຕັ້ງສອບເສັງພາກຮຽນ I ປະຈຳສົກຮຽນ 2024-2025
ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການແລະກິລານະຄອນຫຼວງວຽງຈັນ (ນວ)ໄດ້ລາຍງານໃຫ້ຮູ້ກ່ຽວກັບການກະກຽມຈັດຕັ້ງສອບເສັງພາກຮຽນ I ຊັ້ນປະຖົມສຶກສາແລະຊັ້ນມັດທະຍົມສຶກສາທົ່ວນວປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນຜ່ານມາວ່າ: ທົ່ວນວ ມີໂຮງຮຽນຊັ້ນປະຖົມສຶກສາທັງໝົດ 542 ແຫ່ງ,ມີໂຮງຮຽນລັດ 321ແຫ່ງ,

 

ໂຮງຮຽນມູນລະປະຖົມ12 ແຫ່ງແລະ ໂຮງຮຽນເອກະຊົນທັງໝົດ209 ແຫ່ງ. ມີຈຳນວນນັກຮຽນຊັ້ນປະຖົມສຶກສາທັງໝົດ 80,456 ຄົນຍິງ 39,426 ຄົນ. ໂຮງຮຽນຊັ້ນມັດທະຍົມສຶກສາມີທັງໝົດ 205 ແຫ່ງ, ໂຮງຮຽນລັດມີ 107 ແຫ່ງ, ເອກະຊົນມີ98 ແຫ່ງ,ມີຈຳນວນນັກຮຽນຊັ້ນມັດທະຍົມສຶກສາທັງໝົດ 87,543 ຄົນຍິງ 43,496 ຄົນ.

ສຳລັບການສອບເສັງ ຊັ້ນປະຖົມສຶກສາເລີ່ມສອບເສັງນັບແຕ່ວັນທີ 13-15 ມັງກອນ 2025, ວັນທີ 16-24 ມັງກອນ 2025ນັກຮຽນພັກພາກຮຽນທີ I, ວັນທີ 27 ມັງກອນ 2025 ເລີ່ມເຂົ້າຮຽນພາກຮຽນທີ II; ຊັ້ນມັດທະຍົມສຶກສາເລີ່ມສອບເສັງນັບແຕ່ວັນທີ 13-17 ມັງກອນ 2025, ວັນທີ 20-24 ມັງກອນ 2025 ນັກຮຽນພັກພາກຮຽນທີ I, ວັນທີ 27 ມັງກອນ 2025 ເລີ່ມເຂົ້າຮຽນພາກຮຽນທີ II.

ທ່ານ ສົມພອນ ສອນດາລາ ກ່າວໃຫ້ຮູ້ອີກວ່າ: ເພື່ອກະກຽມການສອບເສັງພະແນກສຶກສາທິການ

ແລະກິລານວໄດ້ອອກແຈ້ງການຫາຫ້ອງການສຶກສາທິການແລະກິລາເມືອງ, ໂຮງຮຽນຕ່າງໆໃນນວເພື່ອຈັດຕັ້ງການສອບເສັງພາກຮຽນທີ I;ເປັນຕົ້ນແມ່ນການເບິ່ງຄືນທາງດ້ານສະຖານທີ່, ໂຕະຕັ່ງແລະການຈັດຫ້ອງສອບເສັງຕ່າງໆໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຫ້ອງການສຶກສາທິການແລະກິລາເມືອງ9 ເມືອງໃນນວໄດ້ລົງຕາມຕິດແລະເປັນຜູ້ຮັບຜິດຊອບໃນການຈັດຕັ້ງການສອບເສັງພາກຮຽນທີ I ພາຍໃນເມືອງຂອງຕົນໂດຍສົມທົບກັບຄະນະພັດທະນາສຶກສາຂັ້ນບ້ານ;ສຳລັບສະຖານທີ່ໃນການຈັດຕັ້ງສອບເສັງພາກຮຽນ I ແມ່ນຂຶ້ນກັບຫ້ອງການສຶກສາທິການແລະກິລາເມືອງເປັນຜູ້ຮັບຜິດຊອບ(ຊັ້ນປະຖົມສຶກສາ) ລວມທັງການອອກຫົວບົດສອບເສັງແລະການກວດບົດຕ່າງໆ. ສ່ວນຊັ້ນມັດທະຍົມສຶກສາໂຮງຮຽນເປັນຜູ້ຮັບຜິດຊອບລວມທັງການອອກຫົວບົດສອບເສັງແລະການກວດບົດຕ່າງໆ;ພະແນກສຶກສາທິການແລະກິລານວໄດ້ຂຶ້ນແຜນໃນການລົງຕິດຕາມການສອບເສັງພາກຮຽນ I ພາຍໃນນວໂດຍແບ່ງອອກເປັນ 5 ກຸ່ມເພື່ອຕິດຕາມການສອບເສັງໃຫ້ໄດ້ຮັບຜົນດີ;ຊັ້ນປະຖົມສຶກສາປີທີ 5 ແມ່ນໄດ້ອອກຕາຕະລາງສອບເສັງໃຫ້ແລະກຳນົດວັນສອບເສັງຊຶ່ງເອກະພາບກັນທົ່ວນວສອບເສັງວັນທີ 14-15 ມັງກອນ 2025. ສອບເສັງມື້ທຳອິດວັນທີ 14 ມັງກອນ 2025 ຕອນເຊົ້າວິຊາຫັດແຕ່ງແລະຕອນບ່າຍຂຽນຫວາຍ+ຄຳຖາມ. ມື້ທີສອງວັນທີ 15 ມັງກອນ 2025 ຕອນເຊົ້າຄະນິດສາດແລະຕອນບ່າຍວິທະຍາສາດແລະສິ່ງແວດລ້ອມ;ສຳລັບເມືອງຈັນທະບູລີຂໍສອບເສັງເລື່ອນໄປເປັນວັນທີ 20-24 ມັງກອນ 2025 ທຸກຊັ້ນພາຍໃນເມືອງເນື່ອງຈາກມີກອງປະຊຸມອົງຄະນະພັກເມືອງ;ຫຼັງຈາກສຳເລັດການຈັດສອບເສັງພາກຮຽນ I ແລ້ວໃຫ້ລາຍງານມາຍັງຫ້ອງການສຶກສາທິການແລະກິລາເມືອງ, ພະແນກສຶກສາທິການແລະກິລານວບໍ່ໃຫ້ກາຍວັນທີ 27 ມັງກອນ 2025.

ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວສືກສາ-ກິລາ

ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ພິທີເຊັນສັນຍາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ (LAO-15) ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແລະ ບໍລິສັດອີລຊ່ອງ (ILSUNG) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ. ລົງນາມໃນຄັ້ງນີ້ ໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ອີ ຊັງຮອນ (Mr. LEE, Sang-Hyun) ຜູ້ອໍານວຍການບໍລິສັດ ILSUNG ສ ເກົາຫຼີ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຈອງຢອງຊູ ເອກອັກຄະລະຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີອະທິການບໍດີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນພ້ອມກັນ ໃນວັນທີ 18 ມິຖຸນາ ນີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ,ຄະນະຜູ້ບໍລິຫານການສຶກສາ, ຫ້ອງການສຶກສາທິການ-ກິລາເມືອງ, ອຳນວຍການໂຮງຮຽນ, ກຳມະການຍາມຫ້ອງສອບເສັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ7) ປະຈຳສົກຮຽນ 2024-2025 ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.
ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ສົກຮຽນ 2024-2025 ຂອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນໂຮງຮຽນ ມໍ ປາຍທ່າແຂກ, ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ພິທີເປີດຫົວບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງຮຽນ ມສ ຂີ້ນາກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ.
ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ - ການປົກຄອງຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 16 ມິຖຸນາ ນີ້ ທີ່ ສປສສ, ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຂຸນສຸວັນ ສຸທຳມະວົງຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຂອງສານປະຊາຊົນສູງສຸດ ແລະ ບັນດານັກສໍາມະນາກອນ ເຂົ້າຮ່ວມ.
ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກເຄິ່ງ ລາວ-ຊູແອດ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ໂປລິດເທັກ ນັກກິລາຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ຄອງຂັນຊະນະເລີດ ໃນການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025 ໄດ້ຮັບຂັນຊະນະເລີດ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ ສ່ວນອັນດັບທີ 2 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ.
ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນໄລຍະ 3 ປີ ໂດຍເນັ້ນໃສ່ໃຫ້ການຊຸກຍູ້ສົ່ງເສີມການພັດທະນາວົງການກິລາເຖິງ 9 ລາຍການ ຊຶ່ງໃນນັ້ນໄດ້ສະໜັບສະໜູນຊຸດເຄື່ອງນຸ່ງເຄື່ອງກິລາ ຍີ່ຫໍ້ ດົງລຶກ ແລະ ໝາກບານ ເຂົ້າໃນການເຄື່ອນໄຫວຂອງທີມນັກກິລາເຕະບານທີມຊາດລາວທຸກຮຸ່ນ ແລະ ລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນໃນໄລຍະ 3 ປີ ຕາມສັນຍາທີ່ໄດ້ຕົກລົງກັນໄວ້.
ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ສົກຮຽນ2024-2025 ຢ່າງເປັນທາງການ ໂດຍເປັນປະທານຂອງ ທ່ານ ພອນປະດິດ ສຸເດດຊານໄຊ ຮອງເຈົ້າເມືອງໂພນໄຊ.
ເພີ່ມເຕີມ