ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ
ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີການລົງທຶນໃນເຂດເສດຖະກິດພິເສດ ທັງໝົດ 5 ແຫ່ງ ຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ–ວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກ.

ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໄດ້ລາຍງານສະພາບການພັດທະນາ, ການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນ ຢູ່ ນວ ໃນໂອກາດທີ່ແຂກຖືກເຊີນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ໃນວັນທີ 7 ມັງກອນນີ້ວ່າ: ປັດຈຸບັນ, ນວ ມີການລົງທຶນໃນເຂດເສດຖະກິດພິເສດທັງໝົດ 5 ແຫ່ງ; ມີເນື້ອທີ່ດິນຕາມສັນຍາສຳປະທານລວມ 2,360 ເຮັກຕາ. ນັບແຕ່ການສ້າງຕັ້ງຈົນເຖິງປັດຈຸບັນ ເຂດເສດຖະກິດພິເສດ ທັງ 5 ແຫ່ງ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດທັງໝົດ 300 ບໍລິສັດ; ໃນນັ້ນ, ບໍລິສັດຕ່າງປະເທດ 229 ບໍລິສັດ, ບໍລິສັດພາຍໃນ 46 ບໍລິສັດ ແລະ ບໍລິສັດຮ່ວມລົງທຶນພາຍໃນ–ຕ່າງປະເທດ 25 ບໍລິສັດ. ການລົງທຶນປະກອບມີຂະແໜງອຸດສາຫະກຳ 85 ບໍລິສັດ, ຂະແໜງການຄ້າ 99 ບໍລິສັດ ແລະ ຂະແໜງບໍລິການ 116 ບໍລິສັດມີທຶນລົງທຶນລວມ 6.7 ຕື້ກວ່າໂດລາ ແລະ ທຶນຈົດທະບຽນ 1.2 ຕື້ກວ່າໂດລາ. ພ້ອມນັ້ນ, ເຂດເສດຖະກິດພິເສດ ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດ ໄດ້ 573 ຕື້ກວ່າກີບ; ມີແຮງງານທັງໝົດ 11,232 ຄົນ; ໃນນັ້ນ, ແຮງງານລາວ 7,953 ຄົນ ແລະ ແຮງງານຕ່າງປະເທດ 3,279 ຄົນ. ນອກຈາກນັ້ນ, ຍັງສາມາດສົ່ງອອກສິນຄ້າມູນຄ່າ 1.4 ຕື້ກວ່າໂດລາ ເຊັ່ນ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຜະລິດຕະພັນຢາ, ອຸປະກອນໄຟຟ້າ, ຫົວອາຫານສັດ, ອາຫານສຳເລັດຮູບ, ເຄື່ອງດື່ມ ແລະ ອື່ນໆ.

ນອກຈາກການລົງທຶນໃນເຂດເສດຖະກິດພິເສດ, ຍັງມີການລົງທຶນໃນຂະແໜງສໍາປະທານ ແລະ ບັນຊີຄວບຄຸມຈຳນວນ 396 ໂຄງການ; ໂດຍໄດ້ເຊັນສັນຍາສຳປະທານ 42 ໂຄງການ (ຂັ້ນສູນກາງຄຸ້ມຄອງ 18 ໂຄງການ; ຂັ້ນ ນວ ຄຸ້ມຄອງ 24 ໂຄງການ). ນອກຈາກນັ້ນ, ນວ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ທັງໝົດ 35 ໂຄງການ; ກິດຈະການໃນບັນຊີຄວບຄຸມ ແລະ ໄດ້ອະນຸຍາດລົງທຶນຈໍານວນ 354 ໂຄງການ, (ຂັ້ນສູນກາງຄຸ້ມຄອງມີ 197 ໂຄງການ ແລະ ຂັ້ນ ນວ ຄຸ້ມຄອງ ມີ 157 ໂຄງການ).

ທ່ານ ໄກນະຄອນ ທຳມະວອນ ໃຫ້ຮູ້ຕື່ມວ່າ: ທິດທາງໃນຕໍ່ໜ້າຈະເນັ້ນສົ່ງເສີມການຜະລິດກະສິກຳສະອາດ ເພື່ອສະໜອງພາຍໃນ ແລະ ສົ່ງອອກ; ນໍາໃຊ້ເຕັກໂນໂລຊີທັນສະໄໝ, ການຜະລິດແນວພັນພືດ-ສັດ, ເບ້ຍໄມ້ຕ່າງໆ, ການຜະລິດຝຸ່ນ-ປຸ໋ຍ ທີ່ມີຄຸນນະພາບສູງ ແລະ ສົ່ງເສີມໃຫ້ສ້າງອຸດສາຫະກຳເບົາ, ສ້າງຕັ້ງໂຮງຈັກ-ໂຮງງານ ທັນສະໄໝ ເປັນມິດກັບສິ່ງແວດລ້ອມ; ສົ່ງເສີມໃຫ້ມີລະບົບຂົນສົ່ງໂລຈິສຕິກ ທີ່ທັນສະໄໝ ເພື່ອອໍານວຍຄວາມສະດວກໃຫ້ການແລກປ່ຽນສິນຄ້າ, ສ້າງກິດຈະການທ່ອງທ່ຽວທີ່ຫຼາກຫຼາຍ ແລະ ການບໍລິການທ່ອງທ່ຽວທີ່ມີ, ສົ່ງເສີມໃຫ້ມີການລົງທຶນ ແລະ ພັດທະນາໃນເຂດເສດຖະກິດພິເສດ ທັງ 5 ແຫ່ງ ຕາມແຕ່ລະກິດຈະການ ທີ່ໄດ້ລະບຸໃນສັນຍາສໍາປະທານ ເປັນຕົ້ນອະສັງຫາລິມະຊັບ, ອຸດສາຫະກຳສະອາດ, ໂຮງຮຽນ, ໂຮງແຮມ, ໂຮງໝໍ, ການຄ້າ, ການບໍລິການຕ່າງໆ; ສົ່ງເສີມການເປີດໂອກາດ ໃຫ້ຜະລິດຕະພັນສິນຄ້າຂອງລາວ ເຂົ້າໄປໃນຕະຫຼາດ ສປ ຈີນ ໃຫ້ມີຄວາມຫຼາກຫຼາຍຍິ່ງຂຶ້ນ.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວເດັ່ນ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ ປີ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ".
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ມາເປັນເວລາ 3 ວັນ; ມາເຖິງວັນທີ 8 ມັງກອນນີ້, ກໍໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 835 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ.
ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາລີຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:
ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍພົນໂທ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນຜ່ານມາວ່າ:
ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ຊຶ່ງຖືເປັນບາດກ້າວປະ ຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.
ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ເພີ່ມເຕີມ