ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII
ພິທີຖະແຫຼງຂ່າວງານມະຫະກໍາກິລາແຫ່ງຊາດຄັ້ງທີ XII, ງານມະຫະກໍາກິລາຄົນພິການ ຄັ້ງທີ IV ແລະ ພິທີແຫ່-ແລ່ນທວນໄຟນະຄອນຫຼວງວຽງຈັນເກມ 2025 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ຜ່ານມາ ທີ່ສຳນັກງານປົກຄອງ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຖະແຫຼງຂ່າວຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານກຳມະການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການ ຄັ້ງທີ IV, ມີບັນດາຄະ ນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 
ນວ ມຄວາມພອມຮອບດານ ເປນເຈາພາບກລາແຫງຊາດຄງທ XII - image 1
 

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ນວ ໄດ້ຮັບໜ້າທີ່ເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ຊຶ່ງພິທີເປີດງານຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 15 ພະຈິກ 2025 ເປັນເວລາ 10 ວັນ ຈົນຮອດວັນທີ 25 ພະຈິກ 2025 ແລະ ງານມະຫະກຳກິລາຄົນພິການ ຄັ້ງທີ IV ຈະໄດ້ເປີດຂຶ້ນໃນຕົ້ນເດືອນທັນວາປີ 2025.

ສຳລັບຄວາມພ້ອມດ້ານຕ່າງໆໃນ 11 ອະນຸກຳມະການໃນຄະນະຮັບ ຜິດຊອບລະດັບຊາດໄດ້ດຳເນີນການຜ່ານມາ ນັບແຕ່ມື້ໄດ້ຮັບມອບທຸງຈາກຄັ້ງທີ XI ທີ່ແຂວງຊຽງຂວາງມາເຖິງປັດຈຸບັນນີ້, ຄະນະຮັບຜິດຊອບຈັດງານໄດ້ມີການແບ່ງງານແບ່ງຄວາມຮັບຜິດຊອບ ເປັນແຕ່ລະອະນຸກຳມະການຢ່າງເໝາະສົມເພື່ອຮັບປະກັນເຮັດໃຫ້ງານມະຫະກໍາກິລາຄັ້ງນີ້ມີຜົນສໍາເລັດຕາມຄາດໝາຍ ເປັນຕົ້ນແມ່ນ: ການກຳນົດ ແລະ ກະກຽມການແຂ່ງຂັນກັນໃນງານມະຫະກຳກິລາຄັ້ງນີ້ມີເຖິງ 33 ປະເພດກິລາ ແລະ 1 ກິລາສາທິດ ລວມ 400 ລາຍ ການ ຄາດຄະເນຈຳນວນນັກກິລາເຂົ້າຮ່ວມທັງໝົດຫຼາຍກ່ວາ 2,000 ຄົນມາຮອດປັດຈຸບັນສິ່ງອຳນວຍດ້ານສະຖານທີ່, ສະໜາມແຂ່ງຂັນຖືວ່າມີຄວາມພ້ອມຫຼາຍກວ່າ 95% ແລະ ຈະກວດກາຄວາມພ້ອມຮອບດ້ານຢ່າງຄົບຖ້ວນສົມບູນ ໃນວັນທີ 30 ຕຸລານີ້ແມ່ນສຳເລັດ 100%; ດ້ານທີ່ພັກເພື່ອຕ້ອນຮັບຄູຝຶກ ແລະ ນັກກິລາທີ່ເດີນທາງມາຈາກ 17 ແຂວງ ແລະ ນວ ເພື່ອເຂົ້າຮ່ວມການແຂ່ງຂັນ ລວມທັງການຈັດການທີ່ພັກສຳລັບແຂກຖືກເຊີນທີ່ຈະມາຮ່ວມພິທີເປີດພິທີປິດ, ໃນງານຄັ້ງນີ້ໂດຍອີງໃສ່ເງື່ອນໄຂຈຸດພິເສດສະຖານທີ່ພັກເຊົາໃນ ນວ ແມ່ນມີໂຮງແຮມ, ເຮືອນພັກຈຳນວນຫຼາຍ ສາມາດຕອບສະໜອງໄດ້ຢ່າງພຽງ ພໍ; (ຈະບໍ່ໄດ້ຈັດສັນສະຖານທີ່ການສຶກສາໃຫ້ແກ່ກ້ອນກິລາແຕ່ລະແຂວງພັກເຊົາ); ດ້ານເຕັກນິກ, ລະບຽບການການແຂ່ງຂັນ (ປະເພດກິລາແຂ່ງຂັນ) ແມ່ນໄດ້ມີບັນດາຄະນະສະຫະພັນກິລາແຕ່ລະປະເພດຄົ້ນຄວ້າ ແລະ ຮັບປະ ກັນການແຂ່ງຂັນມີຄວາມສະເໝີພາບ ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ ທັງຮັບປະກັນໃຫ້ການແຂ່ງຂັນມີບັນຍາກາດ ມີນ້ຳໃຈນັກກິລາ ມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ. (ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາກິລາລາວ).

ນະຄອນຫຼວງວຽງຈັນເກມ 2025 ນີ້, ໄດ້ກຳນົດເອົາສັນຍາລັກເປັນຮູບພະທາດຫຼວງ ແລະ ສັດນໍາໂຊກແມ່ນນົກຍຸງ, ພາຍໃຕ້ຄໍາຂວັນ ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ; ສິ່ງອຳນວຍຄວາມສະດວກປິ່ນອ້ອມຮັບ ປະກັນຄວາມພ້ອມດ້ານຕ່າງໆຮອບດ້ານເຊັ່ນ: ດ້ານພາລາທິການ, ເຈົ້າໜ້າທີ່ດ້ານສຸຂະອານາໄມ, ກຳລັງປ້ອງກັນຮັກສາຄວາມສະຫງົບ ຄວາມເປັນລະບຽບ ຮຽບຮ້ອຍ; ການຮັກສາຄວາມສະອາດສວຍງາມ ການບໍລິການຂົນສົ່ງສາທາ ລະນະ, ນັກກິລາ ຄູຝຶກ; ການເປັນເຈົ້າພາບຮ່ວມທີ່ດີຂອງສັງຄົມແມ່ນມີຄວາມກຽມພ້ອມ ແລະ ຍິນດີຕ້ອນຮັບບັນດາທ່ານເຂົ້າສູ່ງານກິລານະຄອນຫຼວງວຽງຈັນເກມ; ການປະກອບສ່ວນຂອງສັງຄົມໃນດ້ານສິດທິປະໂຫຍດ ຄະນະຮັບ ຜິດຊອບລະດັບຊາດ ໄດ້ກຳນົດລະບຽບການສະເພາະ ຊຶ່ງປັດຈຸບັນໄດ້ຄູ່ຮ່ວມ ສະໜັບສະໜູນທາງການຈາກບໍລິສັດເບຍລາວ ສະໜອງຜະລິດຕະພັນ, ວັດຖຸ, ອຸປະກອນຮັບໃຊ້ກິລາ ແລະ ເງິນສະໜັບສະໝູນຕາມມູນຄ່າລະບຽບການກຳ ນົດ; ພ້ອມນັ້ນ, ກໍແມ່ນການສະໜັບສະໜູນຕາມຊັດສ່ວນ ແລະ ລະດັບທີ່ໄດ້ກຳນົດໄວ້ໃນ 7 ລະດັບຂອງຄູ່ຮ່ວມສະໜັບສະໜູນ.

ນວ ມຄວາມພອມຮອບດານ ເປນເຈາພາບກລາແຫງຊາດຄງທ XII - image 2
 

ນອກຈາກນີ້, ກໍຍັງມີການສະໜັບສະໜູນດ້ານທີ່ພັກໃຫ້ແກ່ແຂກການນຳບັນດາແຂວງທີ່ຖືກເຊີນເຂົ້າຮ່ວມງານພິທີເປີດ ແລະ ພິທີປິດຈາກບໍລິສັດ ກຣິດຕະພົງກຣູບ ແລະ ໂຮງແຮມແລນມາກ ແມ່ຂອງລີເວີໄຊ ສະໜອງດ້ານທີ່ພັກຮັບຕ້ອນແຂກ; ນອກນັ້ນ ກໍມີຫຼາຍບໍລິສັດຫ້າງຮ້ານໄດ້ປະກອບສ່ວນ ທັງເປັນວັດຖຸປັດໃຈຈຳນວນໜຶ່ງ ຊຶ່ງນີ້ແມ່ນບາງເນື້ອໃນຕົ້ນຕໍທີ່ແຈ້ງໃຫ້ບັນດາທ່ານໄດ້ຮັບຊາບຢ່າງທົ່ວເຖິງ ແລະ ຮ່ວມແຮງຮ່ວມໃຈກັນ ສ້າງຂະບວນການຮອບດ້ານເຂົ້າສູ່ງານ ແລະ ການເປັນເຈົ້າພາບຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້

ມີຜົນສຳເລັດຕາມເນື້ອໃນ ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາກິລາລາວ ແຂງແຮງກ້າວຂຶ້ນສູ່ໄຊຊະນະໃນເວທີກິລາພາກພື້ນ ແລະ ສາກົນ; ໄດ້ສືບຕໍ່ກິດຈະກໍາແຫ່ ແລະ ແລ່ນທວນໄຟ ຊຶ່ງເລີ່ມແຕ່ມື້ນີ້ວັນທີ 12 ຕຸລາ 2025 ເຖິງວັນທີ 13 ພະຈິກ 2025 ໂດຍກິດຈະກໍາແລ່ນທວນໄຟຈະໄດ້ໄປຕາມເມືອງພາຍໃນ ນວ ຄົບຕາມ 9 ຕົວເມືອງ ຊຶ່ງຈະໄດ້ເຊີນຕົວແທນຈາກບັນດາແຂວງເຂົ້າຮ່ວມສອງແຂວງຕໍ່ການແລ່ນທວນໄຟໜຶ່ງເມືອງ ແລະ ຈະໄດ້ ກຽມຄວາມພ້ອມຮອບດ້ານເພື່ອເຂົ້າສູ່ພິທີຂໍທວນໄຟສັກສິດໃນວັນທີ 14 ພະ ຈິກ 2025 ແລະ ນຳທວນໄຟເຂົ້າສູ່ພິທີເປີດງານຢ່າງເປັນທາງການໃນວັນທີ 15 ພະຈິກ 2025. ພາຍຫຼັງການຖະແຫຼ່ງຂ່າວສໍາເລັດ, ຄະນະຮັບຜິດຊອບລະດັບຊາດຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ຈະໄດ້ຮ່ວມກັນເລີ່ມຂະບວນການແລ່ນທວນໄຟຈາກສຳນັກງານປົກຄອງ ນວ ສູ່ເມືອງສັງທອງ ຊຶ່ງເປັນເມືອງເລີ່ມຕົ້ນຂະບວນແຫ່ທວນໄຟ ໂດຍມີຕົວແທນຈາກແຂວງ ວຽງຈັນ ແລະ ແຂວງບໍລິຄຳໄຊເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ຂໍເຊີນຊວນການຈັດ ຕັ້ງທຸກພາກສ່ວນ, ປະຊາຊົນຊາວລາວ, ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ ນວ ຮ່ວມກັນເປັນເຈົ້າພາບທີ່ດີຕ້ອນຮັບແຂກບ້ານ ແຂກເມືອງ, ຮ່ວມເປັນເຈົ້າພາບຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025, ກິລາຄົນພິການຄັ້ງທີ IV ໃຫ້ມີຜົນສຳເລັດຢ່າງຈົບງາມ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ເພີ່ມເຕີມ