ນວ ມອບເງິນ 40 ລ້ານກີບ ສົ່ງເສີມທີມ ເບ ສະຫວັນ ທີ່ສ້າງຜົນງານໄດ້ແຊັມເຕະບານນາໆຊາດ ທີ່ ສສ ຫວຽດນາມ

ນວ ມອບເງິນ 40 ລ້ານກີບ ສົ່ງເສີມທີມ ເບ ສະຫວັນ ທີ່ສ້າງຜົນງານໄດ້ແຊັມເຕະບານນາໆຊາດ ທີ່ ສສ ຫວຽດນາມ

ນວ ມອບເງິນ 40 ລ້ານກີບ ສົ່ງເສີມທີມ ເບ ສະຫວັນ ທີ່ສ້າງຜົນງານໄດ້ແຊັມເຕະບານນາໆຊາດ ທີ່ ສສ ຫວຽດນາມ
ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ຈັດພິທີຕ້ອນຮັບ ແລະ ງານລ້ຽງອາຫານເບົາ ເພື່ອຊົມເຊີຍຜົນສໍາເລັດການແຂ່ງຂັນຂອງນັກເຕະຮຸ່ນອາຍຸບໍ່ເກີນ 10 ປີ (U-10) ສະໂມສອນ ເບ ສະຫວັນ ເອັບຊີ ຫຼັງສ້າງຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ VIETNAM INTERNA TIONAL ACF FOOTBALL TOURNAMENT ຢູ່ ສສ ຫວຽດນາມ ຂຶ້ນເມື່ອບໍ່ດົນມານີ້ຢູ່ຫ້ອງວ່າການ ນວ, ໂອກາດດັ່ງກ່າວທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກ ຄອງ ນວ ກໍໄດ້ມອບເງິນປະກອບສ່ວນຊຸກຍູ້ທີມ 40 ລ້ານກີບ ຕາງໜ້າກ່າວຮັບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ຮອງປະທານສະຫະພັນບານເຕະ ນວ ປະທານກິດຕິມະສັກສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງ ນວ ຄະນະປະທານທີ່ປຶກສາກິດຕິມະສັກສະໂມສອນ ເບ ສະຫວັນ ເອັບຊີ ຜູ້ຕາງໜ້າພະແນກ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມອບເງນ 40 ລານກບ ສງເສມທມ ເບ ສະຫວນ ທສາງຜນງານໄດແຊມເຕະບານນາໆຊາດ ທ ສສ ຫວຽດນາມ - image 1
 

 

ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໄດ້ລາຍງານວ່າແຂ່ງຂັນເຕະບານເຍົາ ວະຊົນນາໆຊາດ ລາຍການ ດັ່ງກ່າວ ຈັດຂຶ້ນວັນທີ 17-23 ມິຖຸນາ ຢູ່ນະຄອນທາຍຫງຽນ ສສ ຫວຽດນາມ ໂດຍມີທີມຊັ້ນນໍາໃນອາຊຽນ ແລະ ຫຼາຍປະເທດ ເຂົ້າຮ່ວມຊີງໄຊ ໃນນີ້ U-10 ສະໂມສອນ ເບ ສະຫວັນ ເອັບຊີ ຖືກຈັດຢູ່ກຸ່ມ B ຮ່ວມ ກັບເຈົ້າພາບ ທີມໃນ ສສ ຫວຽດນາມ ແລະ ຫຼານນ້ອຍຂອງພວກເຮົາ ກໍເຮັດໃຫ້ບໍ່ຜິດຫວັງ ຍິງປະຕູຄູ່ແຂ່ງຂັນລວມ75 ປະຕູ ທັງເປັນສະຖິຕິໃໝ່ ບໍ່ເສຍຈັກປະຕູໃນລາຍການນີ້ ສໍາລັບເດືອນກໍລະກົດ ທີ່ຈະມາເຖິງນີ້ ພວກເຮົາຍັງຈະສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນເຕະບານຊີງແຊັມນາໆ ຢູ່ແຂວງຊຽງໃໝ່ ປະເທດໄທ ຄາດວ່າຈະມີທີມຈາກ 15 ຊາດ ເຂົ້າຮ່ວມ ນອກນີ້ຍັງຈະສົ່ງນັກກິລາໄປຮ່ວມຊີງແຊັມ ຢູ່ນະຄອນຊຽງໄຮ້ ສປ ຈີນ ຕື່ມອີກ ຊຶ່ງພວກເຮົາຈະສຸມທຸກຄວາມພະຍາມ ເພື່ອຍາດເອົາໄຊຊະນະມາໃຫ້ຊາວ ນວ ກໍຄືປະເທດຊາດ. ໂອກາດນີ້ ທ່ານ ສີລິລາດທົງສິນ ທອງເພັງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຄະນະບໍລິຫານ, ຄູຝຶກ ແລະ ນັກກິລາ ສະໂມສອນ ເບ ສະຫວັນ ເອັບຊີ ທີ່ສາມາດຍາດໄດ້ຜົນງານອັນໂດດເດັ່ນ ແລະ ຄວ້າແຊັມລາຍການນາໆຊາດ ມາຝາກມາຕ້ອນຊາວ ນວ ກໍຄືຊາວລາວ ໄດ້ພາກພູມໃຈ ຊຶ່ງສະໂມສອນດັ່ງກ່າວ ຄະນະພັກ-ອົງການປົກຄອງ ນວ ໄດ້ຮັບຮູ້ ຕິດຕາມ ແລະ ອໍານວຍຄວາມສະດວກໃນການເຄື່ອນໄຫວມາໂດຍຕະຫຼອດ ແລະ ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ອໍານວຍຄວາມສະດວກຢ່າງສຸດຄວາມສາມາດ ເພື່ອໃຫ້ສະໂມສອນ ເບ ສະຫວັນ ເອັບຊີ ຍາດເອົາຜົນງານໃໝ່ ຍິ່ງໃຫຍ່ກວ່າເກົ່າ ມາຝາກຕ້ອນຊາວ ນວ ກໍຄື ສປປ ລາວ ໃນອະນາຄົດ.

ສຳລັບຜົນງານໃນຮອບແບ່ງກຸ່ມ ນັດທີ 1: U- 10 ເບ ສະຫວັນ ເອັບຊີ ຊະນະ TháiNguyên kids 18-0 ປະຕູ ນັດທີ 2 ຊະນະ CLB bong da bac Kan 5-0 ປະຕູ ນັດທີ 3 ຊະນະ Mongcai kids 20-0 ປະຕູ ນັດທີ 4 ຊະນະ kids CT 14-0 ປະຕູ ສົ່ງຜົນໃຫ້ U-10 ເບ ສະຫວັນ ຕົວແທນຈາກ ສປປ ລາວ ຜ່ານເຂົ້າຮອບ 4 ທີມ ໃນຖານະແຊັມກຸ່ມ B ໃນຮອບ 4 ທີມສຸດທ້າຍ ຊະນະ MÓNG CÁI KIDS (ທີມ A) 5-0 ປະຕູ ແລະ ຮອບຊີງຊະນະເລີດ ຊະນະສະໂມສອນຈາກເຈົ້າພາບຫວຽດນາມ 13-0 ປະຕູ ໄດ້ແຊັມລາຍການດັ່ງກ່າວ ສ້າງສະຖິຕິໃໝ່ໃນການອອກນອກປະເທດ ຍິງປະຕູຄູ່ແຂ່ງຂັນເຖິງ 75 ປະຕູ ບໍ່ເສຍຈັກປະຕູ ໂດຍຍິງໄດ້ 75 ປະຕູ ບໍ່ເສຍຈັກປະຕູ.

ຂ່າວ-ພາບ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ເພີ່ມເຕີມ