ສໍາລັບຜົນການແຂ່ງຂັນລອຍນໍ້າ ສະເພາະທີມຂອງ ນວ ຈາກການລົງແຂ່ງຂັນປະເພດຕ່າງໆຊຶ່ງສາມາດຍາດໄດ້ທັງໝົດ 6 ຫຼຽນ ໃນນີ້ມີ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ, ສໍາລັບລາຍການແຂ່ງຂັນທີ່ ນວ ລົງຊີງໄຊ ແລະ ນັກກິລາ ທີ່ຍາດຫຼຽນມາໄດ້ຄື: ທ້າວ ພອນສະຫວັນ ວົງພະຈັນ, ຍາດໄດ້ຫຼຽນຄຳ ຈາກລາຍການ ລອຍທຳມະດາ 800 ແມັດ, ນາງ ທິບທິດາ ຈັນທາ ຫຼຽນຄຳ ຈາກລາຍການ ລອຍແມງກະເບື້ອ 100 ແມັດ, ທ້າວ ວິລະພົງ ສີຫາວົງ ຫຼຽນເງິນ ຈາກລາຍການ ລອຍທ່າກົບ 50 ແມັດ, ທ້າວ ພິລິຍະກອນ ທິຣະກຸນ ຫຼຽນເງິນ ຈາກລາຍການ ລອຍທຳມະດາ 50 ແມັດ, ທ້າວ ສຸພະກອນ ທຳມະວົງສາ ຫຼຽນທອງແດງ ຈາກລາຍການ ທ່າລອຍແມງກະເບື້ອ 100 ແມັດ ແລະ ນາງ ອັນຍາລິນ ພູເລືອງຫົງ ຫຼຽນທອງແດງ ຈາກລາຍການລອຍແມງກະເບື້ອ 100 ແມັດ.
ໃນການແຂ່ງຂັນໃນວັນທີ 17 ພະຈິກ 2025 ເວລາ 14:00 ຫາ 16:00 ໂມງທີ່ ສະລອຍນໍ້າສະໜາມກິລາຫຼັກ 16 ຊຶ່ງມີນັກກິລາ ນວ ລົງແຂ່ງຂັນຄື: ທ້າວພອນສະຫວັນ (ຕົ້ນນໍ້າ) ແຂ່ງລາຍການ ລອຍທຳມະດາ 200 ແມັດ-ຊາຍ, ນາງ ທິບທິດາ (ນໍ້າເຜີ້ງ) ແຂ່ງລາຍການ ລອຍທຳມະດາ 400 ແມັດ ຍິງນາງ ແພັດຕິຍາ (ແພັດຕີ້) ແຂ່ງລາຍການ ລອຍທຳມະດາ 400 ແມັດຍິງ ນາງ ອັນຍາລິນ (ໂມຊາ) ແຂ່ງລາຍການ ລອຍທຳມະດາ 200 ແມັດຍິງ ແລະ ນາງ ແພັດຕິຍາ ແຂ່ງລາຍການ ລອຍທຳມະດາ 200 ແມັດ-ຍິງ, ທ້າວ ສຸພະກອນ (ເດວິດ) ແຂ່ງລາຍການ ລອຍດຽວປະສົມ 4x50 ແມັດ-ຊາຍແລະ ທ້າວ ພອນສະຫວັນ ແຂ່ງລາຍການ ລອຍດຽວປະສົມ 4x50 ແມັດຊາຍ.ຂ່າວ: ບຸນອູ້ມ: ພາບ: ສະພັນລອຍນໍ້າ ນວ
ຄໍາເຫັນ