ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ

ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ

ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ
ພະແນກສຶກສາທິການ ແລະ ກິລາ (ສກ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີກຳມະການປະຈຳພັກ ນວ, ຄະນະພະແນກ ສກ.ນວ ພ້ອມດ້ວຍຜູ້ບໍລິຫານການສຶກສາ ພາກລັດ-ເອກະຊົນ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ນວ ເປດສກຮຽນໃໝ 2026-2027 ເນນຍກສງຄນນະພາບການສກສາ ຫນເປນດຈຕອນ - image 1
 

ໃນພິທີໄດ້ຜ່ານບົດສະຫຼຸບ ຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ທົ່ວ ນວ ມີໂຮງຮຽນທັງໝົດ 1,170 ແຫ່ງ, ມີນັກຮຽນ 215,833 ຄົນ. ຜົນການສອບເສັງຈົບຊັ້ນໃນສົກຮຽນທີ່ຜ່ານມາ, ສາມາດບັນລຸໂຕເລກທີ່ດີເດັ່ນ ຊັ້ນ ປ.5 ມີນັກຮຽນເສັງໄດ້ 99.85% (ໄດ້ຄະແນນ 9 ຂຶ້ນໄປ 839 ຄົນ), ຊັ້ນ ມ.4 ມີນັກຮຽນເສັງໄດ້ 99.98% (ໄດ້ປະກາສະນິຍະບັດແດງ 138 ຄົນ), ຊັ້ນ ມ.7 ມີນັກຮຽນເສັງໄດ້ 99.98% (ໄດ້ປະກາສະນິຍະບັດແດງ 96 ຄົນ), ນັກຮຽນເກັ່ງລະດັບຊາດ (ມ.4 ແລະ ມ.7) ຍາດໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ, 1 ຫຼຽນທອງແດງ ແລະ ລາງວັນຊົມເຊີຍ 4 ຄົນ. ນອກຈາກນີ້, ຍັງສາມາດສ້າງໂຮງຮຽນຕົວແບບຄຸນນະພາບໄດ້ 11 ແຫ່ງ, ໂຮງຮຽນຂຽວສະອາດ ແລະ ສິ່ງແວດລ້ອມດີ 67 ແຫ່ງ, ຈັດການແຂ່ງຂັນກິລານັກຮຽນທົ່ວນະຄອນຫຼວງວຽງຈັນ ຄັ້ງທີ III, ງານແຂ່ງຂັນສິລະປະ, ພ້ອມທັງສຳເລັດການສອບເສັງ ບັນຈຸລັດຖະກອນຄູໃໝ່ໄດ້ທັງໝົດ 527 ຄົນ (ລວມທັງໂກຕ້າປົກກະຕິ ແລະ ທົດແທນ).

ນວ ເປດສກຮຽນໃໝ 2026-2027 ເນນຍກສງຄນນະພາບການສກສາ ຫນເປນດຈຕອນ - image 2
 

ຜ່ານການຈັດຕັ້ງປະຕິບັດ 13 ຄາດໝາຍທີ່ສະພາຮັບຮອງ ແມ່ນສາມາດບັນລຸໄດ້ 6 ຄາດໝາຍ ເປັນຕົ້ນແມ່ນ ອັດຕາການເຂົ້າຮຽນຂອງເດັກ 5 ປີ (101.91%), ອັດຕາເຂົ້າໃໝ່ ປ.1 (101.2%), ອັດຕາເຂົ້າຮຽນ ມ.ຕົ້ນ (100.1%) ແລະ ການສອນ ICT (95.61%). ເຖິງຢ່າງໃດກໍດີ ຍັງມີ 3 ຄາດໝາຍທີ່ບໍ່ທັນບັນລຸ (ອັດຕາປະລະ ປ.1 ແລະ ມ.ຕົ້ນ, ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1) ແລະ ອັດຕາປະລະຂອງນັກ ຮຽນຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 5.35 % (ຄາດໝາຍໃຫ້ຕໍ່າກວ່າ 4.5 % ແລະ ອີກ 4 ຄາດ ໝາຍທີ່ເກັບກຳຂໍ້ມູນ.

ສຳລັບການກະກຽມເປີດສົກຮຽນໃໝ່ 2026-2027, ພະແນກ ສກ. ນວ ໄດ້ສຸມໃສ່ 12 ກິດຈະກຳໃຫຍ່ ເປັນຕົ້ນແມ່ນການສັບຊ້ອນຄູສອນ, ການເຜີຍແຜ່ນິຕິກຳ, ການຝຶກອົບຮົມຄູ, ການປຸກລະດົມຜູ້ປົກຄອງນຳເອົາລູກຫຼານເຂົ້າຮຽນ, ການປັບປຸງອາຄານສະຖານທີ່-ສິ່ງອຳນວຍຄວາມສະດວກ, ການກວດກາສື່ການຮຽນ-ການສອນ, ພ້ອມທັງເນັ້ນໃສ່ການຕ້ານປະກົດການຫຍໍ້ທໍ້ໃນສະຖານການສຶກສາ ເຊັ່ນ: ຢາສູບໄຟຟ້າ, ນ້ຳກະທ້ອມ ແລະ ການໃຊ້ໂທລະສັບໃນຊົ່ວໂມງຮຽນ.

ນວ ເປດສກຮຽນໃໝ 2026-2027 ເນນຍກສງຄນນະພາບການສກສາ ຫນເປນດຈຕອນ - image 3
 

ໃນພິທີຕາງໜ້ານັກຮຽນ ແລະ ຄູ-ອາຈານ ທົ່ວ ນວ ໄດ້ຂຶ້ນສະແດງຄວາມຮູ້ສຶກ ແລະ ປະຕິຍານຕົນ ຈາກນັ້ນ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ບັນດາຫົວໜ້າຂະແໜງ ແລະ ໂຮງຮຽນທີ່ຂຶ້ນກັບໄດ້ຈັບມືແຂ່ງຂັນ ເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ບັນລຸ 13 ຄາດໝາຍ ທີ່ສະພາປະຊາຊົນຮັບຮອງ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມເນັ້ນໃຫ້ຂະແໜງການສຶກສາ ເອົາໃຈໃສ່ພັດທະນາ ແລະ ສະໜອງຄູໃຫ້ພຽງພໍ, ແກ້ໄຂບັນຫາຄູຂາດແຄນ; ປັບປຸງພື້ນຖານໂຄງລ່າງ, ສະພາບແວດລ້ອມ ແລະ ກຽມຄວາມພ້ອມຮອງຮັບການປັບລະບົບການສຶກສາໃໝ່ (6+3+3) ໂດຍສະເພາະຫ້ອງ ປ.6.; ຍົກສູງຄຸນນະພາບການສຶກສາ ໂດຍຫັນເປັນທັນສະໄໝ ແລະ ດີຈີຕອນ (ການສ້າງຫ້ອງ ICT, ຫ້ອງທົດລອງ, STEM); ຊຸກຍູ້ການສຶກສາ ສາມັນວິຊາຊີບ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ສົ່ງ ເສີມການກິລາ-ສິລະປະ ເພື່ອໃຫ້ຮ່າງກາຍແຂງແຮງ, ຫ່າງໄກຈາກສິ່ງເສບຕິດ ແລະ ສ້າງໂຮງຮຽນສີຂຽວ-ນິເວດ.

ຂ່າວ-ພາບ: ບົວລະພາ

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຂະບວນການຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນ ຄັ້ງທີ 1 ປະຈຳປີ 2026 ໃຫ້ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 10 ກັນຍາ 2026
ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ວັນທີ 11 ກັນຍາ 2026 ທີ່ສະໂມສອນແຂວງຄໍາມ່ວນ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະນໍາ, ພະນັກງານ ແລະ ຄູອາຈານ ຂະແໜງການສຶກສາທິການ ແລະ ກິລາແຂວງ. ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍ ຄູ ອາຈານ ເຂົ້າຮ່ວມ.
ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ກອງປະຊຸມຄະນະກຳມະການວິຊາການ ເພື່ອກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ສົກຮຽນ 2026-2027 ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດຂຶ້ນໃນວັນທີ 10 ກັນຍາຜ່ານມາ ທີ່ວິທະຍາໄລດົງຄຳຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະກຳມະການວິຊາການກ່ຽວຂ້ອງເຂົ້າຮ່ວມ
ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ໃນວັນທີ 7 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍເມືອງຊະນະສົມບູນແຂວງຈຳປາສັກ.
ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ສະໂມສອນ ພີເອັມເອັດ ເທຄວັນໂດ (PMS) ສາມາດຍາດໄດ້ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານໃນວົງການກິລາເທຄວັນໂດລາວ ຄອງຂັນຊະນະເລີດ(ທີ1) ການແຂ່ງຂັນເທຄວັນໂດ ຊີງແຊັມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026, ຂະນະທີ່ ອັນດັບທີ 2ທີມນັກກິລາເທຄວັນໂດ ແຂວງຈຳປາສັກ ທີ່ສາມາດສ້າງຜົນງານໄດ້9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ.
ເພີ່ມເຕີມ