ພິທີເປີດສົກຮຽນໃໝ່ ສົກ2024-2025​​

ນວ ເປີດສົກຮຽນໃໝ່2024-2025​

ນວ ເປີດສົກຮຽນໃໝ່2024-2025​
ພະ​ແນກ​ສຶກ​ສາ​ທິການ ແລະ ກິ​ລານະ​ຄອນຫຼວງວຽງ​ຈັນ (ນວ) ໄດ້ຈັດພິທີເປີດສົກຮຽນໃໝ່ ສົກ2024-2025​​ຂຶ້ນ​ໃນ​ວັນ​ທີ 3 ກັນ​ຍານີ້​ທີ່​ໂຮງ​ຮຽນມັດທະຍົມສຶກສາສົມບູນວຽງ​ຈັນ (ມ​ສ ວຽງຈັນ) ໂດຍການເປັນກຽດເຂົ້າຮ່ວມ​ຂອງ​ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ

 

,ມີບັນດາພະນັກງານ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລານວໄດ້ລາຍງານໃຫ້ຮູ້ວ່າ: ຜົນສໍາເລັດວຽກງານສຶກສາແລະກິລາໄດ້ສຳເລັດການບຳລຸງຊັ້ນປະຖົມໃຫ້ແກ່ປະຊາຊົນພາຍໃນ ນວ ຈຳນວນ 48ບ້ານ, ມີຜູ້ສໍາເລັດທັງໝົດ 651 ຄົນ,ສໍາເລັດການບຳລຸງຊັ້ນມັດທະຍົມຕອນຕົ້ນໃຫ້ແກ່ປະຊາຊົນໄດ້ຈຳນວນ 72 ຈຸດຮຽນ,ມີຜູ້ສໍາເລັດ1.462 ຄົນ,ສໍາເລັດການບຳລຸງຊັ້ນມັດທະຍົມຕອນປາຍບຳລຸງມ7ໃຫ້ແກ່ປະຊາຊົນກຸ່ມຜູ້ສົນໃຈຜູ້ທີ່ດ້ອຍໂອກາດຈຳນວນ 4 ຈຸດຮຽນມີທັງໝົດ207 ຄົນ, ໄດ້ຈັດຝຶກອົົບຮົມວິຊາຊີບໃຫ້ແກ່ປະຊາຊົນໃນນວ ເຊັ່ນ: ວິຊາຕັດຫຍິບ, ປຸງແຕ່ງອາຫານ, ເສີມສວຍ, ການບຳລຸງພາສາອັງກິດ, ການເຮັດເຂົ້າໜົມຊະນິດຕ່າງໆໄດ້ທັງໝົດ 310 ຄົນ,ໃນນວມີສູນຝຶກອົບຮົມພາກເອກະຊົນຮູບແບບການສຶກສານອກໂຮງຮຽນຈຳນວນ 108 ແຫ່ງເຊັ່ນ: ການຝຶກອົບຮົມພາສາຕ່າງປະເທດ, ການຝຶກອົບຮົມທັກສະການເວົ້າແລະການໂຄສະນາສື່ສານ, ການຝຶກອົບຮົມການເສີມສວຍ, ປຸງແຕ່ງແລະອື່ນໆ;ສໍາລັບການສຶກສາຊັ້ນສູງນັກຮຽນຈົບມ7 ໄດ້ຮຽນຕໍ່ພາຍໃນປະເທດຈໍານວນ 8.764 ຄົນແລະມີນັກຮຽນຈົບມ7 ແລະພະນັກງານໄປສຶກສາຕໍ່ທີ່ສສຫວຽດນາມຈໍານວນ 47 ຄົນ, ຮຽນຢູ່ນະຄອນຫຼວງຮ່າໂນ້ຍ 20 ຄົນ, ຮຽນຢູ່ນະຄອນໂຮ່ຈິມິນ 17 ຄົນ,ໃນນີ້ຊັ້ນປະລິນຍາໂທ 7 ຄົນ; ແຂວງແທງຮົວຈໍານວນ 10 ຄົນ. ນອກນັ້ນ, ຍັງໄດ້ຈັດການຮຽນ-ການສອນສາມັນວິຊາຊີບໄດ້ທັງໝົດ 164 ຄົນ;ໄດ້ຍາດແຍ່ງການຊ່ວຍເຫຼືອຮ່ວມມືກັບບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານໃນການສະໜັບສະໜູນດ້ານອຸປະກອນການຮຽນ-ການສອນ, ກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງສະພາບແວດລ້ອມການຝຶກອົບຮົມ,ໃຫ້ທຶນການສຶກສາ, ການຊ່ວຍເຫຼືອອຸປະກອນ ແລະ ປັບປຸງຫ້ອງກວດການໄດ້ຍິນຂອງໂຮງຮຽນຄົນພິການ, ຈາກນະຄອນຫຼວງ, ກະຊວງສຶກສາ ແລະ ຄູ່ຮ່ວມພັດທະນາເຊັ່ນ: Asia Exchange Foundation,ADRF, GOOD HANDS, BEQUAL, SCG, DICໄດ້ຮັບທຶນຊ່ວຍເຫຼືອຝຶກອົບຮົມໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດເປັນຕົ້ນການເບິ່ງແຍງຜູ້ສູງອາຍຸ, ການໂຮງແຮມ ແລະ ການກໍ່ສ້າງຫໍພັກສຳລັບນັກຝຶກອົບຮົມຈາກອົງການ IV-JAN ແລະ ອື່ນໆ, ສໍາເລັດການຈັດງານແຂ່ງຂັນງານກິລາປະຈໍາປີຄັ້ງທີ 2 ທີ່ເມືອງສີໂຄດຕະບອງເປັນເຈົ້າພາບ ແລະ ການແຂ່ງຂັນສິລະປະນັກຮຽນທົ່ວນວ ທີ່ສູນການຄ້າລາວ-ໄອເຕັກ, ສາມາດເຫັນໄດ້ບັນດານັກຮຽນຜູ້ທີ່ມີພອນສະຫວັນເພື່ອຄັດເລືອກ ແລະ ກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນທົ່ວປະເທດທີ່ແຂວງສາລະວັນໃນທ້າຍປີນີ້.

ໂອກາດນີ້, ທ່ານພູວົງ ວົງຄໍາຊາວໄດ້ໃຫ້ກຽດໂອ້ລົມເນັ້ນໜັກຕໍ່ຜູ້ບໍລິຫານການສຶກສາທຸກຂັ້ນ, ຕໍ່ຄູ-ອາຈານ, ນັກຮຽນ ແລະ ອຳນາດການປົກຄອງ ກໍຄືຜູ້ປົກຄອງໃຫ້ເອົາໃຈໃສ່ເພີ່ມທະວີບົດບາດຂອງຕົນສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມທຸ່ນທ່ຽງສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຄວາມກະຕືລືລົ້ນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຜົນສຳເລັດ, ວາງແຜນປັບປຸງແກ້ໄຂສິ່ງທີ່ຄົງຄ້າງໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະສ້າງເງື່ອນໄຂ ແລະ ໂອກາດໃຫ້ໂຮງຮຽນໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ, ການກະກຽມພື້ນຖານໂຄງລ່າງໃຫ້ມີຄວາມພ້ອມໂດຍພື້ນຖານ ເພື່ອດຶງດູດຄວາມສົນໃຈຂອງລູກຫຼານ ແລະຜູ້ປົກຄອງໃຫ້ນໍາລູກຫຼານມາຮຽນໃຫ້ຫຼາຍຂຶ້ນ;ມີການສະຫຼຸບ, ວາງແຜນ,ຈັດສຳມະນາແລະຝຶກອົບຮົມຄູ, ເຜີຍແຜ່ບັນດານິຕິກຳທີ່ກ່ຽວພັນກັບການພັດທະນາໂຮງຮຽນຮອບດ້ານແລະ ຖອດຖອນບົດຮຽນດ້ານວິຊາການເພື່ອປັບປຸງຄຸນນະພາບການຮຽນ-ການສອນຂອງຄູ, ສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ,ເລຂາພັກກຸ່ມບ້ານ, ຊຸມຊົນ, ຜູ້ປົກຄອງໃຫ້ສົ່ງລູກຫຼານກັບຄືນເຂົ້າຮຽນຈົນຈົບການສຶກສາຂັ້ນພື້ນຖານ ໃຫ້ຖືວ່າການສຶກສາແມ່ນໜ້າທີ່ຂອງປວງຊົນ ເພື່ອແນໃສ່ເຮັດໃຫ້ການສຶກສາໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ ໃຫ້ສົມກັບວ່າ ພັກ ແລະ ລັດຖະບານໄດ້ຖືເອົາການພັດທະນາການສຶກສາເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ເປັນຂໍກຸນແຈສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ