![]() |
ທັງນີ້ ກໍເພື່ອເປັນການສ້າງຂວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຕິດພັນກັບການຫ້າງຫາກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະນໍາ ຂອງທັງສອງພາກສ່ວນ ແລະ ມວນຊົນຈາກພາກສ່ວນຕ່າງໆ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມຮັບຊົມ. ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນວ່າ: ການຈັດກິດຈະກໍາຄັ້ງນີ້, ນອກຈາກເປັນການສ້າງຂວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X, ຍັງເປັນການສ້າງຄວາມສາມັກຄີພາຍໃນ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີຄວາມພົ້ນເດັ່ນ, ທັງເພີ່ມໂອກາດແກ່ພະນັກງານ-ລັດຖະກອນ ໄດ້ໃກ້ຊິດຕິດແທດ, ແລກປ່ຽນຄວາມຄິດເຫັນ ຊຶ່ງກັນ ແລະ ກັນ ຫຼາຍຂຶ້ນ ຊຶ່ງບັນຍາກາດການແຂ່ງຂັນ ສ່ອງແສງໄດ້ນໍ້າໃຈນັກກິລາ, ມີຄວາມສາມັກຄີຮັກແພງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢ່າງແທ້ຈິງ. ການສ້າງຂະບວນການແຂ່ງຂັນໃນຄັ້ງນີ້, ປະກອບມີ: ກິລາເຕະບານ, ດຶງເຊືອກ, ສະແດງສິລະປະ ແລະ ຖາມ-ຕອບ ກ່ຽວກັບ 3 ວັນປະຫວັນຊາດຂອງພັກ ໃນປີ 2025 ນີ້, ເພື່ອໃຫ້ເຍົາວະຊົນ-ອະນຸຊົນທີ່ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນການຕອບຄໍາຖາມ. ພ້ອມນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ມອບຊຸດກິລາຈໍາໜຶ່ງໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ກ່າວຄວາມຂອບໃຈມາຍັງສະໜາມກິລາລ້ານຊ້າງອິນທຣາ ທີ່ໄດ້ເອື້ອອໍານວຍຄວາມສະດວກໃຫ້ແກ່ການຈັດງານໃນຄັ້ງນີ້ ແລະ ທຸກໆການສະໜັບສະໜູນຂອງພາກສ່ວນຕ່າງໆ ເຮັດໃຫ້ຂະບວນການໃນຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ.
![]() |
ໃນໂອກາດດຽວກັນ. ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຈັດງານຄັ້ງນີ້, ພ້ອມທັງກ່າວເຖິງ ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.
ຄໍາເຫັນ