ນວ ວາງຫຼາຍແຜນວຽກຈຸດສຸມ ເພື່ອພັດທະນາການສຶກສາ ແລະ ກິລາ

ນວ ວາງຫຼາຍແຜນວຽກຈຸດສຸມ ເພື່ອພັດທະນາການສຶກສາ ແລະ ກິລາ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້

ນວ ວາງຫຼາຍແຜນວຽກຈຸດສຸມ ເພື່ອພັດທະນາການສຶກສາ ແລະ ກິລາ  ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ໂດຍ: ພູວັນ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ວາງແຜນພັດທະນາການສຶກສາ ແລະ ກິລາປະຈຳສົກຮຽນ 2024-2025 ມີຫຼາຍແຜນວຽກຈຸດສຸມ ເພື່ອປັບປຸງຄຸນນະພາບການສຶກສາໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້.

 

 

 

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ນວ ໄດ້ວາງແຜນພັດທະນາການສຶກສາ ແລະ ກິລາປະຈຳສົກຮຽນ 2024-2025 ດັ່ງນີ້: ແຜນວຽກຈຸດສຸມທີ 1. ການສຶກສາກ່ອນໄວຮຽນ: ລົງທຶນໃສ່ການສຶກສາກ່ອນໄວຮຽນແມ່ນເປັນບຸລິມະສິດທີ່ສໍາຄັນເພື່ອປັບປຸງຄຸນນະພາບການສຶກສາກ່ອນໄວຮຽນ, ສົ່ງເສີມການຈະເລີນເຕີບໂຕຂອງເດັກໃຫ້ມີພັດທະນາການຮອບດ້ານ ໂດຍການຈັດສັນງົບປະມານຜ່ານຫຼາຍຮູບແບບ ແລະ ກົນໄກ ເປັນຕົ້ນແມ່ນການຮ່ວມມືຂອງພາກລັດ-ເອກະຊົນ ແລະ ສັງຄົມໃນການສະໜອງການບໍລິການທີ່ຈໍາເປັນ ເພື່ອຮັບປະກັນຄຸນນະພາບການຮຽນໃນຊັ້ນລ້ຽງເດັກ ແລະ ອະ ນຸບານ, ສົ່ງເສີມໃຫ້ຜູ້ປົກຄອງມີທັກສະໃນການລ້ຽງດູເບິ່ງແຍງເດັກໃຫ້ຖືກຕ້ອງຕາມຫຼັກການຮຽນຮູ້ຂອງເດັກ ແລະ ມີສ່ວນຮ່ວມໃນການພັດທະນາເດັກເພື່ອກຽມຄວາມພ້ອມກ່ອນເຂົ້າຮຽນໃນຊັ້ນປະຖົມໃຫ້ໄດ້ຮັບຜົນດີ.

ແຜນວຽກຈຸດສຸມທີ 2. ການສຶກສາຊັ້ນປະຖົມສຶກສາ: ສຸມໃສ່ການປັບປຸງການອ່ານອອກ-ຂຽນໄດ້ ແລະ ທັກສະການຄິດໄລ່ເລກພື້ນຖານ, ຍົກສູງຄຸນນະພາບການຈັດການຮຽນ-ການສອນຫຼັກສູດໃໝ່ຊັ້ນປະຖົມສຶກສາໃໝ່ແຕ່ ປ.1 ຮອດ ປ.5; ສົ່ງເສີມທັກສະການຮຽນຮູ້ແບບສັດຕະວັດທີ 21 ກໍຄືທັກສະການແກ້ໄຂບັນຫາ, ທັກສະດ້ານສະຕິປັນຍາ, ການຮ່ວມມື-ການສື່ສານ, ຄວາມຄິດສ້າງສັນ-ນະວັດຕະກຳ, ຄວາມຮັບຜິດຊອບສ່ວນບຸກຄົນ, ຄວາມສາມາດທາງດ້ານສັງຄົມ ແລະ ວັດທະນະທຳນາໆຊາດ.

ແຜນວຽກຈຸດສຸມທີ 3. ການສຶກສາຊັ້ນມັດທະຍົມສຶກສາ: ຍົກລະດັບຄູສອນ ແລະ ອຳນວຍການໂຮງຮຽນ

ຢ່າງເປັນລະບົບ, ສະໜອງອຸປະກອນຮັບໃຊ້ການຮຽນ-ການສອນ, ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງໂຮງຮຽນໂດຍມີການປະເມີນຜົນ, ຕິດຕາມ ແລະ ກວດກາ; ສືບຕໍ່ສ້າງນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນ, ຂັ້ນລະດັບຊາດ ແລະ ລະດັບສາກົນໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄວາມຮູ້-ຄວາມສາມາດເພື່ອຈະໄດ້ບຸກຄະລາກອນທີ່ດີໃນອະນາຄົດ.

ແຜນວຽກຈຸດສຸມທີ 4. ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ: ສືບຕໍ່ແຜນງານລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳ ລຸງຍົກລະດັບການສຶກສາໃຫ້ແກ່ຜູ້ທີ່ປະລະການຮຽນໃນລະບົບ ໂດຍເລັ່ງໃສ່ຜູ້ທີ່ມີອາຍຸ 15-24 ປີ ພ້ອມທັງສະໜອງການຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າມີອາຊີບ ແລະ ສາມາດຊອກວຽກເຮັດງານທຳໄດ້; ສົ່ງເສີມການນຳໃຊ້ໄອຊີທີເຂົ້າໃນການຮຽນ-ການສອນ; ສືບຕໍ່ລົງແນະແນວວິຊາຊີບໃຫ້ກວ້າງຂວາງຂຶ້ນຕື່ມ ເພື່ອໃຫ້ຜູ້ປົກຄອງ ແລະ ນັກຮຽນໄດ້ເຂົ້າໃຈແຈ້ງຕໍ່ລະບົບການສຶກສາສາຍອາຊີວະ ແລະ ສາຂາວິຊາຊີບ ໂດຍລົງໂຄສະ ນາໃຫ້ເຂົ້າເຖິງຜູ້ປົກຄອງ ແລະ ນັກຮຽນໃຫ້ຫຼາຍຂຶ້ນ; ເຊື່ອມໂຍງກັບພາກທຸລະກິດທີ່ເປັນຜູ້ວ່າຈ້າງໂດຍກົງເພື່ອໃຫ້ນັກຮຽນທີ່ຮຽນຈົບສາມາດມີວຽກເຮັດງານທຳຫຼາຍຂຶ້ນ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອວິເຄາະຄວາມຕ້ອງການຂອງຕະຫຼາດແຮງງານ;

ແຜນວຽກຈຸດສຸມທີ 5. ວຽກກິລາ-ກາຍະກຳ: ເສີມຂະຫຍາຍວຽກງານກິລາ-ກາຍະກຳຂອງ ນວ ໃຫ້ໄດ້ມາດຕະຖານ ສາມາດຍາດໄດ້ລາງວັນໃນລະດັບປະເທດ ແລະ ສາກົນໃຫ້ສູງຂຶ້ນ; ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ, ສະໜາມແຂ່ງຂັນ, ການຝຶກແອບ, ຝຶກຊ້ອມ ແລະ ງົບປະມານເພື່ອກຽມເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດຄັ້ງທີ XII ແລະ ກິລາພາລາເກມຄັ້ງທີ IV ທີ່ ນວ ຈະເປັນເຈົ້າພາບໃນປີ 2025.

ແຜນວຽກຈຸດສຸມທີ 6. ວຽກງານການບໍລິຫານຄຸ້ມຄອງ: ປັບປຸງສັບຊ້ອນຄູ, ຍົກລະດັບຜູ້ບໍລິຫານການສຶກສາທົ່ວ ນວ ໃຫ້ມີປະສິດທິພາບສອດຄ່ອງກັບສະພາບຕົວຈິງ; ແນະນຳໃຫ້ຜູ້ບໍລິຫານການສຶກສາຂັ້ນເມືອງ, ຂັ້ນໂຮງຮຽນແຕ່ລະຂັ້ນຂຶ້ນແຜນພັດທະນາໂຮງຮຽນຂອງຕົນປະຈຳປີ ຮ່ວມກັບສະມາຄົມພໍ່ແມ່ນັກຮຽນ ແລ້ວໄປຜ່ານຫ້ອງການສຶກສາທິການ ແລະ ກິລາເມືອງເພື່ອນຳສະເໜີອົງການປົກຄອງເມືອງຮັບຮອງແຜນພັດທະນາໂຮງຮຽນ, ສືບຕໍ່ກວດກາການສັບຊ້ອນຈັດສັນຄູສອນໃນແຕ່ລະຊັ້ນສາຍລາຍວິຊາ ພ້ອມປະເມີນເປັນແຕ່ລະໄລຍະ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນສະຖານການສຶກສາ ໂດຍສະເພາະບັນຫາແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ, ກະກຽມຄວາມພ້ອມທາງດ້ານວັດຖຸ, ອຸປະກອນ, ສື່ການຮຽນ-ການສອນ, ຕາຕະລາງສອນຂອງຄູ, ປັບປຸງຂໍ້ກໍານົດກົດລະບຽບຕ່າງໆໃນການເປີດສົກຮຽນ 2024-2025 ນີ້, ສືບຕໍ່ເກັບກຳສະຖິຕິການສຶກສາປະຈຳປີເພື່ອວິເຄາະ-ວິໄຈສະ ພາບການສຶກສາຂອງ ນວ ເພື່ອສຸມໃສ່ແກ້ໄຂບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ