ໜ່ວຍພັກໜັງສືພິມປະຊາຊົນ ຈັດກອງປະຊຸມກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ໜ່ວຍພັກໜັງສືພິມປະຊາຊົນ ຈັດກອງປະຊຸມກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ກອງປະຊຸມກວດກາໜ່ວຍພັກ-ສະມາຊິກພັກ ປອດໃສ ເຂັ້ມແຂງໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກໜັງສືພິມປະຊາຊົນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ຫ້ອງປະຊຸມຂອງສຳນັກງານໜັງສືພິມປະຊາຊົນ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເລຂາໜ່ວຍພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ; ມີ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ຄອສພ ພ້ອມດ້ວຍບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ ພາຍໃນໜັງສືພິມປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ວັນໄຊ ຕະວິນຍານ ໄດ້ກ່າວເປີດກອງປະຊຸມວ່າ: ການກວດກາພັກ ເປັນວຽກງານປົກກະຕິ ຊຶ່ງພັກປະຊາຊົນປະຕິວັດລາວເຮົາ ກໍໄດ້ລະບຸແຈ້ງວ່າ “ບ່ອນໃດມີການກວດກາ ບ່ອນນັ້ນມີການນໍາພາ-ຊີ້ນໍາຂອງພັກ, ບ່ອນໃດບໍ່ມີການກວດກາ ບ່ອນນັ້ນກໍບໍ່ມີການນໍາພາ-ຊີ້ນໍາຂອງພັກ”; ເພື່ອໃຫ້ການດຳເນີນການກວດກາໜ່ວຍພັກຄັ້ງນີ້ ມີຄວາມໜັກແໜ້ນ, ຮັດກຸມ ແລະ ກະທັດຮັດດ້ານເວລາ ພວກເຮົາຕ້ອງເອົາໃຈໃສ່ດຳເນີນການກວດກາຕາມ 5 ມາດຖານ, ເອົາບັນຫາຕ່າງໆມາສົມທຽບ, ຕີລາຄາ,ສະຫຼຸບ ແລະ ປະກອບຄໍາເຫັນຢ່າງສ້າງສັນ, ຖືເອົາການຕໍານິສົ່ງຂ່າວ ເປັນການກໍ່ສ້າງຊຶ່ງກັນ ແລະ ກັນ ປະກອບຄໍາເຫັນຢ່າງຈິງໃຈ ກົງໄປກົງມາ ໂດຍຖືເອົາຄວາມສາມັກຄີ ໃນການຈັດຕັ້ງຜັນຂະຫຍາຍ ປະຕິບັດແນວທາງນະໂຍບາຍຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ເກີດປະໂຫຍດໃຫ້ແກ່ປະເທດຊາດ.
ຈາກນັ້ນ, ສະຫາຍ ພູວຽງຄໍາ ພົນອາສາຄະນະໜ່ວຍພັກ ປະທານກວດກາໜ່ວຍພັກ ຮອງຫົວໜ້າພະແນກການເມືອງ-ເສດຖະກິດ ກໍໄດ້ຂຶ້ນຜ່ານບົດສະຫຼຸບ ກວດກາໜ່ວຍພັກ ປະຈໍາປີ 2023 ຊຶ່ງມີເນື້ອໃນສໍາຄັນບາງຕອນວ່າ: ໜ່ວຍພັກ ໜັງສືພິມ ປະຊາຊົນ ແມ່ນໜ່ວຍພັກໜຶ່ງ ທີ່ຂຶ້ນກັບ ອົງຄະນະພັກ ຄອສພ; ເປັນອົງການຈັດຕັ້ງດ້ານວິຊາການ ໃນໂຄງປະກອບການຈັດຕັ້ງຂອງ ຄອສພ ຊຶ່ງມີພາລະບົດບາດເປັນກະບອກສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ເຫດການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ເປັນຂົວເຊື່ອມຕໍ່ລະຫວ່າງ ມະຫາຊົນກັບພັກ-ລັດ.ຕະຫຼອດໄລຍະ 1 ປີ ຜ່ານມາ, ໜັງສືພິມ ປະຊາຊົນ ໄດ້ເສີມຂະຫຍາຍບົດບາດ ເຮັດໜ້າທີ່ເປັນກະບອກສຽງຂອງສູນກາງພັກ, ເປັນເຄື່ອງມືອັນແຫຼມຄົມຂອງພັກ, ເປັນເວທີຂອງມະຫາຊົນ, ເປັນສາຍໃຍຜູກພັນ ລະຫວ່າງ ມະຫາຊົນກັບພັກ, ສາມາດນຳເອົາແນວງທາງ, ນະໂຍບາຍຂອງພັກ, ລັດ ລົງສູ່ມະຫາຊົນ ແລະ ນຳເອົາຄວາມຄິດເຫັນຂອງປະຊາຊົນຊັ້ນຄົນຕ່າງໆ ສ່ອງແສງໃຫ້ພັກ, ລັດ ຮັບຊາບຢ່າງທັນການ. ຄຸນນະພາບຂອງ ໜັງສືພິມ ຄ່ອຍໆໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ປັດຈຸບັນ, ທົ່ວສໍານັກງານ ໜັງສືພິມ ປະຊາຊົນ ມີພະນັກງານ-ລັດຖະກອນ ທັງໝົດ 40 ຄົນຍິງ 21 ຄົນ. ລະດັບວິຊາສະເພາະ ປະລິນຍາໂທ 7 ຄົນຍິງ 2 ຄົນ, ປະລິນຍາຕີ 27 ຄົນຍິງ 17 ຄົນ, ຊັ້ນສູງ 9 ຄົນຍິງ 4 ຄົນ, ຊັ້ນກາງ 2 ຄົນ. ລະດັບທິດສະດີການເມືອງ-ການປົກຄອງ ຊັ້ນສູງ 6 ຄົນຍິງ 3 ຄົນ, ຊັ້ນກາງ 1 ຄົນ, ບໍາລຸງໄລຍະ 3 ເດືອນ 4 ຄົນຍິງ 2 ຄົນ, ບຳລຸງ 45 ວັນ 14 ຄົນຍິງ 5 ຄົນ. ໜ່ວຍພັກ ໜັງສືພິມ ປະຊາຊົນ  ມີສະມາຊິກພັກທັງໝົດ 46 ສະຫາຍຍິງ 20 ສະຫາຍ, ບໍານານ 15 ສະຫາຍຍິງ 5 ສະຫາຍ, ສໍາຮອງ 3 ສະຫາຍຍິງ 2 ສະຫາຍ. ໃນໄລຍະ 1 ປີຜ່ານມາ, ໄດ້ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 1 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າສໍາຮອງ 3 ສະຫາຍຍິງ 2 ສະຫາຍ, ຕິດຕາມມະຫາຊົນກ້າວໜ້າ ທີ່ໄດ້ຮຽນກົດລະບຽບພັກ 3 ສະຫາຍຍິງ 1 ສະຫາຍ. ມີສະມາຊິກພັກ 3 ສະຫາຍ ທີ່ຍົກຍ້າຍມາດຳເນີນຊີວິດຢູ່ໜ່ວຍພັກ ໜັງສືພິມປະຊາຊົນ ຈາກໜ່ວຍພັກຫ້ອງການ ຄອສພ.
ໄລຍະ 1 ປີຜ່ານມາ, ໜັງສືພິມ ປະຊາຊົນ ໄດ້ຮັບການປັບປຸງ ທັງທາງດ້ານເນື້ອໃນ ແລະ ຮູບການ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນປັດຈຸບັນ ໂດຍໄດ້ກຳນົດໜ້າບົດ, ຂ່າວ ແລະ ຄໍລຳຕ່າງໆ ຢ່າງລະອຽດ ມີຂ່າວ-ບົດ ອຸດົມສົມບູນຂຶ້ນ. ພ້ອມທັງເພີ່ມບົດນໍາ-ບົດຄວາມ ໃຫ້ຫຼາຍຂຶ້ນ, ເຮັດໃຫ້ຄຸນນະພາບຂອງໜັງສືພິມ ປະຊາຊົນ ມີເນື້ອໃນໜັກແໜ້ນ ແລະ ສີສັນດີຂຶ້ນກວ່າເກົ່າ. ສໍາລັບເວັບໄຊຂອງ                           ໜັງສືພິມ ປະຊາຊົນ ກໍໄດ້ຮັບການປັບປຸງຂຶ້ນ ສາມາດເຂົ້າເບິ່ງໄດ້ງ່າຍ. ການອອກຂ່າວທາງເວັບໄຊ ແລະ ເຟສບຸກ ສະເລ່ຍປະມານ 20-25 ຂ່າວ/ມື້, ເຮັດໃຫ້ມີຜູ້ເຂົ້າເບິ່ງເພີ່ມຂຶ້ນ. ປັດຈຸບັນ, ມີຜູ້ເຂົ້າເບິ່ງເວັບໄຊ 16.565.280 ເທື່ອຄົນ, ສະເລ່ຍ 2.600 ກວ່າເທື່ອຄົນຕໍ່ມື້, ເຟສບຸກ ມີຜູ້ເຂົ້າອ່ານ 21.398 ເທື່ອຄົນ, ສະເລ່ຍ 445 ເທື່ອຄົນຕໍ່ມື້.ປັດຈຸບັນ, ສະບັບເຈ້ຍ ແມ່ນພິມປົກກະຕິ 12 ໜ້າ; ໃນນັ້ນ, 7 ໜ້າ ແມ່ນເນື້ອໃນ, ສ່ວນອີກ 5 ໜ້າ ແມ່ນໜ້າໂຄສະນາ ເພື່ອສ້າງລາຍຮັບໃຫ້ສໍານັກງານ. ເນື່ອງຈາກວ່າ ໜັງສືພິມ ປະຊາຊົນ ຕ້ອງກຸ້ມຕົນເອງດ້ານລາຍຈ່າຍ (ນອກຈາກລາຍຮັບເງິນເດືອນ) ໂດຍມີຍອດພິມຈຳໜ່າຍ 1.300 ສະບັບຕໍ່ວັນ ແລະ ໃນ 1 ປີຜ່ານມາ, ໜັງສືພິມ ປະຊາຊົນ ໄດ້ອອກຂ່າວພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 188.760 ຂ່າວ, ບົດປະເພດຕ່າງໆໄດ້ 1.000 ກວ່າບົດ, ຮູບປະກອບ 150.000 ແຜ່ນສະເລ່ຍມື້ໜຶ່ງອອກຂ່າວ 15 ຂ່າວ/ມື້, ບົດໄດ້ 8 ບົດ/ມື້, ຮູບປະກອບບົດ ແລະ ຂ່າວ 20 ແຜ່ນ. ບົດ-ຂ່າວຕ່າງປະເທດ 1.320, ສະເລ່ຍ ໄດ້ອອກ 1 ບົດ ແລະ 5 ຂ່າວ/ມື້. ບົດຄວາມ, ບົດນຳ 2-3 ບົດຕໍ່ອາທິດ.
ໃນກອງປະຊຸມ, ສະຫາຍ ວັນໄຊ ຕະວິນຍານ ຍັງໄດ້ຜ່ານບົດສໍາຫຼວດການ ນຳພາ-ຊີ້ນຳລວມ. ຈາກນັ້ນ, ສະຫາຍ ນາງ ພວງມະລີ ອັກຄະມຸນຕີໃນນາມຄະນະຮັບຜິດຊອບຊຸກຍູ້ຕິດຕາມ ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງ ຄອສພກໍໄດ້ຂຶ້ນແນະນໍາກ່ຽວກັບການລົງຄະແນນໃສ່ ຕາມ 5 ມາດຖານ ໂດຍໃຫ້ພິຈາລະນາຕາມຄວາມເປັນຈິງ ເບິ່ງການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ຫຼີກລ່ຽງອັກຄະຕິ ແລະ ບັນດາສະມາຊິກພັກແຕ່ລະສະຫາຍ ກໍໄດ້ພ້ອມກັນລົງຄະແນນ.
(ຂ່າວ: ສຸກສະຫວັນ, ພາບ: ສໍານານ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ