ກອງປະຊຸມກວດກາໜ່ວຍພັກ ສະມາຊິກພັກ ປະຈໍາປີ 2024

ໜ່ວຍພັກໜັງສືພິມປະຊາຊົນດຳເນີນກອງປະຊຸມກວດກາໜ່ວຍພັກສະມາຊິກພັກ

ໜ່ວຍພັກໜັງສືພິມປະຊາຊົນດຳເນີນກອງປະຊຸມກວດກາໜ່ວຍພັກສະມາຊິກພັກ
ກອງປະຊຸມກວດກາໜ່ວຍພັກ ສະມາຊິກພັກ ປະຈໍາປີ 2024 ຂອງໜ່ວຍພັກໜັງສືພິມປະຊົນ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)

 

ໄດ້ເປີດຂຶ້ນໃນວັນທີ 14 ພະຈິກນີ້ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເລຂາໜ່ວຍພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ຊຶ່ງມີ ທ່ານ ນາງ ຫຼ້າຊ້ອຍ ກອງແກ້ວມະນີວົງ ຄະນະໜ່ວຍພັກກົມກວດກາ ຮອງຫົວໜ້າກົມກວດກາ ຄອສພ, ບັນດາສະຫາຍຄະນະພັກ ແລະ ສະມາຊິກພັກພາຍໃນໜັງສືພິມປະຊາຊົນ ພ້ອມດ້ວຍບັນດາສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ວັນໄຊ ຕະວິນຍານ ໄດ້ກ່າວເປີດກອງປະຊຸມວ່າ:ການຕິດຕາມກວດກາແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນໍາພາຂອງພັກ, ບໍ່ມີການກວດກາກໍໝາຍຄວາມວ່າບໍ່ມີການນໍາພາຂອງພັກ, ວຽກຕິດຕາມກວດກາເປັນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສຳລັບການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ, ການຈັດຕັ້ງພັກ-ລັດທຸກຂັ້ນ, ພະນັກງານສະມາຊິກພັກທຸກສະຫາຍຕ້ອງຢູ່ພາຍໃຕ້ການຕິດຕາມ ແລະ ກວດກາຂອງພັກ ຄະນະພັກແຕ່ລະຂັ້ນເປັນຜູ້ຊີ້ນໍາໂດຍກົງ ທັງເປັນຜູ້ຕິດຕາມ ກວດກາທຸກການເຄື່ອນໄຫວ ຂອງການຈັດຕັ້ງຂອງພະນັກ ງານ-ສະມາຊິກພັກທີ່ຢູ່ໃຕ້ການຄຸ້ມຄອງຂອງຕົນ.ເພື່ອເຮັດໃຫ້ກອງປະຊຸມກວດກາໜ່ວຍພັກ, ສະມາຊິກພັກຂອງໜັງສືພິມປະຊາຊົນ ປະຈໍາປີ 2024 ຖືກຕ້ອງຕາມກົດລະບຽບຂອງພັກ ທັງໄດ້ຮັບຜົນດີຕາມລະດັບຄາດໝາຍທີ່ວາງໄວ້, ຮັກສາໄດ້ຄວາມສາມັກຄີຮັກແພງ ກໍໄດ້ສະເໜີໃຫ້ບັນດາສະຫາຍສະມາຊິກພັກຂອງໜ່ວຍພັກໜັງສືພິມປະຊາຊົນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຕິດຕາມຮັບຟັງການລາຍງານບົດສະຫຼຸບປະຈໍາປີ, ບົດສໍາຫຼວດການນໍາພາຂອງໜ່ວຍພັກ ເພື່ອປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ມີຄວາມຄົບຖ້ວນສົມບູນຕາມສະພາບຄວາມເປັນຈິງຢ່າງພາວະວິໄສ.

ສະຫາຍ ສີວັນ ຫອມໄຊຍະເດດ ຮອງເລຂາໜ່ວຍພັກ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ຂຶ້ນຜ່ານສະຫຼຸບປະຈໍາປີ ໃຫ້ຮູູ້ວ່າ: ໃນໄລຍະ 1 ປີຜ່ານມາ, ໜັງສືພິມປະຊາຊົນປະສົບກັບຄວາມຫຍຸ້ງຍາກນາໆປະການ; ແຕ່ເຖິງຢ່າງໃດກໍຕາມ, ໜ່ວຍພັກໜັງສືພິມປະຊາຊົນໄດ້ບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ເປັນເຈົ້າການນໍາພາປະຕິບັດໜ້າທີ່ການເມືອງຂອງຕົນແລະມີຜົນສໍາເລັດພົ້ນເດັ່ນການນໍາພາດ້ານການເມືອງ ເຮັດໃຫ້ພະນັກງານ-ສະມາຊິກພັກໜັງສືພິມປະຊາຊົນມີຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ, ສາມາດຈໍາແນກໄດ້ມິດແລະສັດຕູຢ່າງຈະແຈ້ງ,ມີຄວາມຈົງຮັກພັກດີຕໍ່ພັກປະຊາຊົນປະຕິວັດລາວຢ່າງຕາຍໃຈ, ເດີນຕາມແນວທາງຂອງພັກ, ຢຶດໝັ້ນແນວຄິດທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານເປັນເຂັມທິດເຍືອງທາງ, ຕ້ານແນວຄິດຫຼາຍພັກຫຼາຍເຄົ້າ, ຕ້ານເລ່ຫຼ່ຽມກົນອຸບາຍຂອງສັດຕູແລະຕ້ານພະຍາດອາດຍາສິດຢ່າງຕັ້ງໜ້າ; ການນໍາພາດ້ານແນວຄິດໄດ້ນໍາພາ-ຊີ້ນໍາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກເປັນປົກກະຕິເຮັດໃຫ້ສະພາບແນວຄິດຂອງພະນັກງານ-ສະມາຊິກພັກມີຄວາມສະຫງົບໂດຍພື້ນຖານ; ດ້ານການຈັດຕັ້ງປະຊາຊົນໄດ້ສົມທົບກັບກົມຈັດຕັ້ງພະນັກງານ (ຄອສພ) ເພື່ອນໍາພາໜັງສືພິມປະຊາຊົນປັບປຸງການຈັດຕັ້ງຢ່າງຖືກຕ້ອງສອດຄ່ອງ; ດ້ານແບບແຜນການນໍາພາໄດ້ຢຶດໝັ້ນແບບແຜນວິທີນໍາພາຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ຄະນະໜ່ວຍພັກແຕ່ລະສະຫາຍໄດ້ນຳພາ-ຊີ້ນໍາແຕ່ລະພະແນກ; ນໍາພາການປະຕິບັດໜ້າທີ່ການເມືອງສາມາດອອກຂ່າວພາຍໃນໄດ້ທັງໝົດ 7,333 ຂ່າວ, ຂ່າວຕ່າງປະເທດ 1,059 ຂ່າວ, ບົດປະເພດຕ່າງໆ 585 ບົດ, ຮູບປະກອບ 3,361ແຜ່ນ. ສໍາລັບເວັບໄຊຂອງໜັງສືພິມປະຊາຊົນກໍໄດ້ຮັບການປັບປຸງດີຂຶ້ນໂດຍໄດ້ຮັບການຊ່ວຍເຫຼືອຈາກໜັງສືພິມເຍີນເຢີນສສຫວຽດນາມຊຶ່ງສາມາດເຂົ້າເບິ່ງໄດ້ງ່າຍ. ການລົງຂ່າວທາງເຟສບຸກໝົດປີມີຄົນເຂົ້າເບິ່ງທັງໝົດ 671,524 ເທື່ອຄົນ, ສະເລ່ຍມື້ໜຶ່ງມີ 2,238 ເທື່ອຄົນ, ມີຜູ້ເຂົ້າເບິ່ງເວັບໄຊສ 24,124,318 ເທື່ອຄົນ, ສະເລ່ຍ 15,598 ກວ່າເທື່ອຄົນຕໍ່ມື້.

ຈາກນັ້ນ, ກໍໄດ້ມີການຜ່ານບົດສໍາຫຼວດການນຳພາ-ຊີ້ນຳລວມຂອງຄະນະໜ່ວຍພັກໜັງສືພິມປະຊາຊົນປະຈໍາປີ 2024 ແລະ ຜູ້ຕາງໜ້າຈາກກົມກວດກາ ຄອສພ ກໍໄດ້ຂຶ້ນແນະນໍາກ່ຽວກັບວິທີການໃຫ້ຄະແນນ, ຄະນະພັກໜ່ວຍ, ສະມາຊິກພັກແຕ່ລະສະຫາຍ ກໍໄດ້ຜ່ານບົດສຳຫຼວດ ແລະ ມີການສ່ອງແສງຕໍານິສົ່ງຂ່າວກໍ່ສ້າງຊຶ່ງກັນ ແລະ ກັນ; ພ້ອມນີ້, ກໍໄດ້ມີການໃຫ້ຄະແນນ ແລະ ຕີລາຄາຈັດປະເພດໃຫ້ທຸກສະຫາຍ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ