ສະພາປະຊາຊົນນະຄອນຫຼວງວຽງຈັນມີຜົນສໍາເລັດຫຼາຍດ້ານ

ໜຶ່ງປີ ສະພາປະຊາຊົນນະຄອນຫຼວງວຽງຈັນມີຜົນສໍາເລັດຫຼາຍດ້ານ

ໜຶ່ງປີ ສະພາປະຊາຊົນນະຄອນຫຼວງວຽງຈັນມີຜົນສໍາເລັດຫຼາຍດ້ານ
ໂດຍ: ແສງຈັນ ໃນໄລຍະ1 ປີ ຜ່ານມາ ສະພາປະຊາຊົນ ນະຄອນຫຼວງວຽງຈັນ(ນວ)ໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

 

 ແລະ ຜົນກະທົບຈາກໄພທຳມະຊາດທີ່ເກີດຂຶ້ນພາຍໃນປະເທດ ແລະ ບາງພື້ນທີ່ຂອງນະຄອນຫຼວງວຽງຈັນ, ໃນສະພາບດັ່ງກ່າວສະພາປະຊາຊົນ ນວ ກໍໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ, ເອົາໃຈໃສ່ປະສານສົມທົບກັບອົງການປົກຄອງ ແລະ ບັນດາການຈັດຕັ້ງ ອ້ອມຂ້າງນວ, ນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານທຸກຂົງເຂດ ພາຍໃນສະພາປະຊາຊົນ ມີຜົນສຳເລັດຫຼາຍດ້ານ.

ທ່ານບຸນທາມ ພຸດທະວົງ ຄະນະປະຈໍາສະພາປະຊາຊົນນວ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາປະຊາຊົນນວ ຊຸດທີ II ວ່າ: ການເຄື່ອນໄຫວວຽກງານໄລຍະ 1 ປີຜ່ານມາໄດ້ປັບປຸງ, ຮຽບຮຽງນິຕິກຳຂອງນະຄອນຫຼວງວຽງຈັນ ແລະ ອອກມະຕິຮັບຮອງ ຈຳນວນ 3 ສະບັບ ນໍາສົ່ງໃຫ້ອົງການປົກຄອງນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄື: (1) ຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ- ກາຍຍະກຳ ນະຄອນຫຼວງວຽງຈັນ; (2) ຂໍ້ຕົກລົງ ວ່າດ້ວຍການກຳນົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍ ຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II ແລະ (3) ຂໍ້ຕົກລົງ ວ່າດ້ວຍການກຳນົດລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21-ກມ 71) ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ກມ 21 ຫາ ກມ 66). (ທຽບໃສ່ແຜນການ ແມ່ນສໍາເລັດ 100%),ໄດ້ຄົ້ນຄວ້າກະກຽມຮ່າງນິຕິກຳ ຈຳນວນ 2 ສະບັບ ແລະ ນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນວ ຄື: ຮ່າງຂໍ້ຕົກລົງ ຂອງເຈົ້າຄອງ ນວ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ນວ ແລະ ຮ່າງມະຕິ ວ່າດ້ວຍການດໍາເນີນກອງປະຊຸມ ຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ, ໄດ້ປະສານສົມທົບກັບພະແນກການກ່ຽວຂ້ອງ ຈັດຕັ້ງປະເມີນຄືນບັນດານິຕິກຳ ທີ່ສະພາປະຊາຊົນ ນວ ໄດ້ຮັບຮອງເອົາ ຈໍານວນ 2 ສະບັບ ເພື່ອລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ປະຊາຊົນ ຄື: 1). ຂໍ້ຕົກລົງ ຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 142/ຈນວ, ລົງວັນທີ 26 ກຸມພາ 2021; 2). ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນຄອງນໍ້າວຽງຈັນ, ສະບັບເລກທີ 0966/ຈນວ, ລົງວັນທີ 11 ພະຈິກ 2019, ໄດ້ສົມທົບກັບຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງ ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ແລະ ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ; ຈັດຕັ້ງທາບທາມບັນດາຮ່າງກົດໝາຍ ແລະ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຮ່ວມກັບບັນດາກຸ່ມເປົ້າໝາຍ ໃນຂອບເຂດ ນວ ກ່ອນນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຈຳນວນ 13 ສະບັບ. ໃນນີ້, ມີກົດໝາຍປັບປຸງ 11 ສະບັບ ແລະ ກົດໝາຍສ້າງໃໝ່ 2 ສະບັບ. (ທຽບໃສ່ແຜນການ ແມ່ນສໍາເລັດ 100%).

ໄດ້ພິຈາລະນາຕົກລົງບັນຫາສໍາຄັນພື້ນຖານ ຂອງນວ ຜ່ານກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນ ນວ ແລະ ກອງປະຊຸມຄະນະປະຈຳ ສະພາປະຊາຊົນ ຄື: ສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນວ ແລະ ໄດ້ ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ຈຳນວນ 6 ຫົວຂໍ້ໃຫຍ່, ອອກເປັນມະຕິສະພາປະຊາຊົນ ຈໍານວນ 7 ສະບັບ. ສັງລວມແລ້ວ ໃນປີ 2024 ໄດ້ດຳເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນ ນວ ຈຳນວນ 2 ຄັ້ງ ຊຶ່ງມີເນື້ອໃນທັງໝົດ 13 ຫົວຂໍ້ ແລະ ໄດ້ອອກເປັນມະຕິສະພາປະຊາຊົນ ນວ ທັງໝົດ 18 ສະບັບ, ດໍາເນີນກອງປະຊຸມຄະນະປະຈຳສະພາປະຊາຊົນເປັນປົກກະຕິ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ທັງໝົດ 48 ເນື້ອໃນ, ການສະເໜີຂໍຍົກເລີກໂຄງການລົງທຶນຂອງລັດ ຈຳນວນ 9 ໂຄງການ; ການສະເໜີຂໍຮັບຮອງບັນດາໂຄງການລົງທຶນຂອງລັດ ຕາມໜ້າວຽກຈຸດສຸມປະຈໍາປີ 2024 ເພື່ອຂໍນໍາໃຊ້ຮ່ວງເງິນເກີນແຜນ ປະຈໍາປີ 2023 ຂອງນວຕື່ມອີກ 20%; ບັນຫາຂໍ້ຂັດແຍ່ງ ຕະຫຼາດທົ່ງຂັນຄໍາ ແລະ ການສະເໜີແຕ່ງຕັ້ງບຸກຄະລາກອນ ຂົງເຂດຕຸລາການ ແລະ ບັນຫາອື່ນໆ ຊຶ່ງບາງເນື້ອໃນກໍໄດ້ຮັບຮອງອອກເປັນມະຕິ ຂອງຄະນະປະຈຳສະພາປະຊາຊົນ ຈຳນວນ 18 ສະບັບ ແລະ ອອກເປັນແຈ້ງການຜົນການຕົກລົງ ຫຼື ຊີ້ນໍາ ຂອງກອງປະຊຸມຄະນະປະຈໍາ 30 ສະບັບ.

ໄດ້ລົງເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ເກັບກຳຂໍ້ມູນ ຢູ່ບັນດາອົງການຈັດຕັ້ງພະແນກການອ້ອມຂ້າງນວ ແລະ ອົງການປົກຄອງເມືອງ ໄດ້ທັງໝົດ 63 ຈຸດ, ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ແລະ ໂຄງການພັດທະນາຕ່າງໆທີ່ຈັດຕັ້ງປະຕິບັດຢູ່ນວ. ນອກຈາກນີ້, ຍັງໄດ້ຕິດຕາມກວດກາບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນບັນຫາສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຊຸກຍູ້ສົ່ງເສີມການຜະລິດສິນຄ້າພາຍໃນ, ການປະລະການຮຽນ, ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນວ ລົດເມດ່ວນ BRT, ມາດຕະການຂຸດຄົ້ນແຮ່ທາດ ຢູ່ນວ ແລະ ບັນຫາອື່ນໆ, ເຂົ້າຮ່ວມເຮັດວຽກ ແລະ ຕິດຕາມກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາ ແຫ່ງຊາດ ໃນການລົງເຄື່ອນໄຫວຊຸກຍູ້ຕິດຕາມກວດກາ ເຂດພື້ນທີ່ປ້ອງກັນຕາຝັ່ງເຈື່ອນ, ການສົ່ງເສີມຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ຢູ່ເມືອງສັງທອງ, ຕິດຕາມກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ຢູ່ນວ ແລະ ການຈັດຕັ້ງປະຕິບັດກົດໝາຍກ່ຽວກັບການທົດລອງຊັບສິນດີຈີຕອນ ແລະ ການທົດລອງດໍາເນີນການຊື້-ຂາຍ ເງິນຄຣິບໂຕ ຢູ່ນວ, ໄດ້ຄົ້ນຄວ້າ, ພິຈາລະນາ ຄໍາຮ້ອງຂໍຄວາມເປັນທຳ ແລະ ຄໍາສະເໜີຂອງປະຊາຊົນ ທັງໝົດ 209 ເລື່ອງ. ໃນນີ້, ເປັນຄໍາຮ້ອງທີ່ຄ້າງມາແຕ່ປີ 2023 ຈໍານວນ 66 ເລື່ອງ, ຄະດີແພ່ງ 21 ເລື່ອງ, ຄະດີອາຍາ 16 ເລື່ອງ, ຄໍາສະເໜີ 29ເລື່ອງ ແລະ ຄໍາຮ້ອງທີ່ໄດ້ຮັບໃນ ປີ 2024 ຈໍານວນ 143 ເລື່ອງ, ເປັນຄະດີແພ່ງ 34 ເລື່ອງ, ຄະດີອາຍາ 24 ເລື່ອງ ແລະ ຄໍາສະເໜີ 85 ເລື່ອງ; ສາມາດຄົ້ນຄວ້າພິຈາລະນາ ແລະ ນໍາສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ທັງໝົດ 171 ເລື່ອງຊຶ່ງກວມເອົາ 81% ຂອງຈໍານວນຄໍາຮ້ອງທັງໝົດ. ໃນນີ້, ເປັນຄະດີແພ່ງ 43 ເລື່ອງ, ຄະດີອາຍາ 23 ເລື່ອງ, ຄໍາສະເໜີ 105 ເລື່ອງ ຊຶ່ງບັນດາຄໍາຮ້ອງທັງໝົດທີ່ກ່າວມານັ້ນແມ່ນແກ້ໄຂແລ້ວ 121 ເລື່ອງ; ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ມີຄໍາຮ້ອງຄໍາສະເໜີ ທັງໝົດ 44 ເລື່ອງ, ແກ້ໄຂແລ້ວ 40 ເລື່ອງ; ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ມີຄໍາຮ້ອງຄໍາສະເໜີ ທັງໝົດ 10 ເລື່ອງ, ແກ້ໄຂແລ້ວ 10 ເລື່ອງ. ສະມາຊິກສະພາປະຊາຊົນ ນວ ກໍໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນຖານະຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຊາວນວ ຊຶ່ງສະແດງອອກ ຄື: ໄດ້ອອກແຈ້ງການ ແລະ ຄໍາແນະນໍາຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການດໍາເນີນກອງປະຊຸມປະຈຳປີ ຂອງຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງ ເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ. ຄຽງຄູ່ກັບວຽກງານດັ່ງກ່າວມາຂ້າງເທິງ, ຍັງໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງສະພາປະຊາຊົນ ແລະ ພະນັກງານຊ່ວຍວຽກ ຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງ9 ເມືອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ