ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ
ເພື່ອເປັນການສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 131 ປີ ໃຫ້ເປັນຂະບວນຟົດຟື້ນ. ດັ່ງນັ້ນ, ບັນດາການນຳ-ອະດີດການນຳພັກ-ລັດ, ຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ແລະ ການນຳນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນຫຼາຍຮ້ອຍຄົນ ຮ່ວມຍ່າງອອກກຳລັງກາຍ ເພື່ອສຸຂະພາບ ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ ຜ່ານມາທີ່ປະຕູໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພຸດ ສິມມາລາວົງ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ຕາງໜ້າສະຫະພັນກິລາແຫ່ງຊາດລາວ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຜູ້ໃຫ້ການສະນັບສະໜູນພາກສ່ວນຕ່າງໆ ເຂົ້າຮ່ວມຫຼາຍຮ້ອຍຄົນ.

 

ຍາງເພອສຂະພາບ ສະຫອງວນໂອແລມປກສາກນ - image 1
 

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ກ່າວວ່າ: ກິດຈະກຳຄັ້ງນີ້ ນອກຈາກຈະສ້າງຂະບວນການສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 131 ປີແລ້ວ ກໍຍັງເປັນການປະກອບສ່ວນເຂົ້າໃນຂະບວນການຕ້ອນຮັບ 3 ວັນປະຫວັດສາດຂອງຊາດລາວເຮົາ ຄື: ວັນຄົບຮອບ 70 ປີ ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, 50 ປີ ວັນສ້າງຕັ້ງ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມທັງເປັນການສ້າງຂະບວນການຕ້ອນຮັບການເປັນເຈົ້າພາບຂອງນະຄອນຫຼວງວຽງຈັນ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນທ້າຍປີນີ້ອີກດ້ວຍ.

ທ່ານກ່າວອີກວ່າ: ຄືດັ່ງທີ່ຮູ້ກັນແລ້ວວ່າ ກິລາ ແລະ ການພັດທະນາແມ່ນມີການພົວພັນຊຶ່ງກັນ ແລະ ກັນ ຢ່າງສະໜິດແໜ້ນ. ດັ່ງນັ້ນ, ຈຶ່ຝໃຫ້ພວກເຮົາພ້ອມພາກັນຈັດຕັ້ງງານກິລາໄປຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມໃຫ້ມີຄວາມສວຍງາມເປັນທຳມະຊາດ, ອະນຸລັກຮັກສາຮີດຄອງປະເພນີທີ່ດີງາມ ພ້ອມກັນເປັນເຈົ້າພາບທີ່ດີ, ໃຫ້ບໍລິຫານທີ່ດີ ແລະ ຂໍໃຫ້ຊາວນະຄອນຫຼວງວຽງຈັນ ອອກກຳລັງກາຍ ແລະ ຫຼິ້ນກິລາໃຫ້ຫຼາຍຂຶ້ນເພື່ອຍົກສູງຄຸນນະພາບຊີວິດໃຫ້ນັບມື້ດີຂຶ້ນ.

ໃນກິດຈະກຳກໍຍັງມີການຜ່ານປະຫວັດຄວາມເປັນມາຂອງວັນໂອແລັມປິກສາກົນ ຈາກທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ແລະ ອ່ານສານຂອງປະທານໂອແລັມປິກສາກົນ ຈາກທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ຄອລ. ຫຼັງຈາກນັ້ນ, ບັນດາຄະນະນຳພາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ກໍໄດ້ຮ່ວມກັນຍ່າງເພື່ອສຸຂະພາບ ຈຸດເລີ່ມຕົ້ນປະຕູໄຊ ໄປຫາ 4 ແຍກໄຟແດງ ຖະໜົນ 3 ແສນໄທ ກໍກັບຄືນສູ່ປະຕູໄຊ ຊຶ່ງພາຍໃນງານກໍຍັງມີບັນດາກິດຈະກຳຕ່າງໆຈາກບັນດາພາກສ່ວນພາຍໃນງານອີກດ້ວຍ.

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ວັນທີ 15 ທັນວານີ້, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດຫຼັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ເປັນກຽດເຂົ້າຮ່ວມຂອງທ່ານ ພອນວິໄລ ຫຼວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ກິລາຍົກນໍ້າໜັກຄົນພິການ

ສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ກິລາຍົກນໍ້າໜັກຄົນພິການ

ກິລາຍົກນໍ້າໜັກ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຊີງທັງໝົດ 11 ລາຍການ. ຜ່ານການແຂ່ງຂັນເປັນເວລາ 2 ວັນຄື: ວັນທີ 13 ແລະ 14 ທັນວາ 2025 ຊີງ 7 ລາຍການແຂ່ງຂັນທີ່ເດີ່ນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ປະກົດວ່າ: ແຂວງສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ຈາກລາຍການ 50 ກິໂລຍິງນາງ ປໍຈູ ສີປະເສີດ, ລາຍການ 54 ກິໂລຊາຍ ທ້າວ ລອນ ນິດາ, ລາຍການ 59 ກິໂລຊາຍ ທ້າວ ເປ້ຍ ລາວພັກດີ ແລະ ລາຍການ 65 ກິໂລຊາຍ ທ້າວ ເກັງ ພິມວົງສາ ແລະ ໄດ້ອີກ 2 ຫຼຽນເງິນ.
ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ກອງປະຊຸມຄົ້ນຄວ້າຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ), ມີບັນດາຜູ້ຊົງຄຸນວຸດທິ, ຄະນະກໍາມະການຄົ້ນຄວ້າຕໍາແໜ່ງວິຊາການຄູ ແລະ ກອງເລຂາເຂົ້າຮ່ວມ.
ເພີ່ມເຕີມ