ຜົນການກວດພັນທຸກໍາໄດ້ສະແດງໃຫ້ເຫັນວ່າຄົນເຈັບໄດ້ຕິດເຊື້ອໄວຣັດສາຍພັນ 1b (clade 1b) ຊຶ່ງຖືເປັນການກວດພົບໄວຣັດດັ່ງກ່າວຄັ້ງທໍາອິດໃນປະເທດຍີ່ປຸ່ນ. ໂດຍເຊື້ອໄວຣັດຊະນິດນີ້ໄດ້ຖືກລາຍງານວ່າໄດ້ແຜ່ລະບາດໃນບາງພື້ນທີ່ຂອງອາຟຣິກາກາງ.
ຄົນເຈັບມີອາການໄຂ້ ແລະ ເປັນຕຸ່ມຜື່ນຕາມຜິວໜັງ ແລະ ໄດ້ເຂົ້າຮັກສາຢູ່ໂຮງໝໍເມືອງໂກເບ ໃນວັນທີ 12 ກັນຍາ ຜ່ານມາ, ໂດຍເຈົ້າໜ້າທີ່ລາຍງານວ່າຄົນເຈັບຢູ່ໃນສະພາບທີ່ຄົງທີ່.
ທັງນີ້, ກະຊວງດັ່ງກ່າວໄດ້ຢືນຢັນວ່າ: ປັດຈຸບັນຍັງບໍ່ທັນມີສັນຍານການແຜ່ລະບາດຂອງເຊື້ອໄວຣັດສາຍພັນ Clade 1b ໃນປະເທດຍີ່ປຸ່ນ.
ຄໍາເຫັນ