ພາຍໃຕ້ການຮ່ວມມືດັ່ງກ່າວ, ຍີ່ປຸ່ນຈະກາຍເປັນຄູ່ຮ່ວມງານຕ່າງປະເທດລາຍທຳອິດໃນໂຄງການ “Genesis Mission” ຊຶ່ງເປັນໂຄງການລະດັບຊາດຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ຊຶ່ງມີຈຸດປະສົງເພື່ອນຳໃຊ້ AI ເລັ່ງການຄົ້ນພົບທາງວິທະຍາສາດ. ໂດຍທັງສອງຝ່າຍຈະລົງທຶນຝ່າຍລະ 500 ລ້ານໂດລາ ໃນໄລຍະເວລາ 5 ປີ.
ຂໍ້ຕົກລົງນີ້ຈະຊ່ວຍໃຫ້ນັກວິທະຍາສາດຈາກຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ, ລວມທັງສະຖາບັນຄົ້ນຄວ້າຊັ້ນນຳຈາກທັງສອງປະເທດ, ສາມາດເຮັດວຽກຮ່ວມກັນໄດ້ຢ່າງໃກ້ຊິດຫຼາຍຂຶ້ນໃນເຕັກໂນໂລຊີທີ່ກ້າວໜ້າເຊັ່ນ: Computers Quantum, ພະລັງງານຟິວຊັນ ແລະ ລະບົບຫ້ອງທົດລອງອັດຕະໂນມັດ.
ນອກຈາກນັ້ນ, ການຮ່ວມມືດັ່ງກ່າວຍັງກວມເອົາໂຄງການເຕັກໂນໂລຊີຊີວະພາບ, ວັດສະດຸຂັ້ນສູງ ແລະ ຟີຊິກອະນຸພາກ, ໂດຍພາຍໃຕ້ການຊີ້ນຳຂອງສະຖາບັນວິທະຍາສາດ ແລະ ອຸດສາຫະກຳແຫ່ງຊາດຍີ່ປຸ່ນ (NIS) ແລະ ກະຊວງພະລັງງານ ສະຫະລັດ ອາເມຣິກາ.
ທ່ານ ດາຣິໂອ ກິລ ຮອງລັດຖະມົນຕີດ້ານວິທະຍາສາດ ກະຊວງພະລັງງານ ສະຫະລັດ ອາເມຣິກາ ກ່າວວ່າ: ການຮ່ວມມືດັ່ງກ່າວຈະດຶງຂະແໜງອຸດສາຫະກຳ, ສະຖາບັນການສຶກສາ ແລະ ອົງການການກຸສົນຈາກທັງສອງປະເທດເຂົ້າມາມີສ່ວນຮ່ວມ ເພື່ອສົ່ງເສີມການຄົ້ນຄວ້າ ແລະ ພັດທະນາດ້ວຍ AI.
ທ່ານ ກິລ ໃນຖານະຜູ້ຈັດການໂຄງການ Genesis Mission ໄດ້ຊີ້ໃຫ້ເຫັນວ່າ: ການຮ່ວມມືດັ່ງກ່າວຈະເສີມສ້າງບົດບາດຂອງຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ໃນຖານະຜູ້ນຳດ້ານເຕັກໂນໂລຊີທົ່ວໂລກ ແລະ ສະທ້ອນໃຫ້ເຫັນເຖິງພະລັງຂອງການຮ່ວມມືໂດຍອີງໃສ່ຄວາມໄວ້ວາງໃຈ, ຄວາມສາມາດ, ແລະ ວິໄສທັດ.
ສຳລັບຍີ່ປຸ່ນ, ການຮ່ວມມືຄັ້ງນີ້ຈະຊ່ວຍເປີດປະຕູສູ່ການເຂົ້າເຖິງຊັບພະຍາກອນວິທະຍາສາດ ແລະ ເຕັກໂນໂລຊີຂອງ ສະຫະລັດ ອາເມຣິກາ ຫຼາຍຂຶ້ນ, ລວມທັງການເຂົ້າເຖິງຊຸບເປີຄອມພິວເຕີທີ່ທັນສະໄໝ.
ທັງນີ້, ໂຄງການດັ່ງກ່າວກວມເອົາສິ່ງທ້າທາຍ 26 ດ້ານ ຕັ້ງແຕ່ການພັດທະນາ Quantum algorithms ແລະ ເສີມສ້າງຄວາມເປັນຜູ້ນຳດ້ານສູນຂໍ້ມູນ, ການພັດທະນາແຫຼ່ງພະລັງງານໃຕ້ດິນທີ່ເປັນຍຸດທະສາດ ແລະ ການປ້ອງກັນການແຜ່ຂະຫຍາຍຂອງວັດສະດຸນິວເຄລຍ.
ຄໍາເຫັນ