ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ

ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ
ໃນຊຸມປີຕໍ່ໜ້າ, ພັກເຮົາຈະສືບຕໍ່ວາງທິດທາງ, ໜ້າທີ່ຕົ້ນຕໍໃນການສືບຕໍ່ນຳພາ ພາລະກິດປະຕິວັດຢູ່ປະເທດເຮົາຕາມຄໍາຂວັນລວມທີ່ວ່າ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”
ຍກສງບດບາດການນຳພາທເຂມແຂງຂອງພກ - image 1
 

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຍົກໃຫ້ເຫັນວ່າ: ທິດທາງ, ໜ້າທີ່ຕົ້ນຕໍ ໃນຕໍ່ໜ້າຮອດປີ 2055 ຕ້ອງເພີ່ມທະວີມານະຈິດປະຕິວັດຂອງທົ່ວພັກ, ທົ່ວປວງຊົນ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດ ແລະ ສົມທົບກັບກໍາລັງແຮງຂອງຍຸກສະໄໝເພື່ອສູ້ຊົນພັດທະນາສປປ ລາວ ເປັນປະເທດກຳລັງພັດທະນາ, ມີລາຍຮັບປານກາງສູງຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ.

ຍກສງບດບາດການນຳພາທເຂມແຂງຂອງພກ - image 2
 

ໃນນັ້ນ, ໄລຍະແຕ່ປີ 2026 ເຖິງ 2035 ສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈຕົ້ນຕໍໃຫ້ການບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງ ສືບຕໍ່ສ້າງພື້ນຖານໃນການພັດທະນາ; ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ, ອົງການລັດປະຕິບັດພາລະບົດບາດ, ໜ້າທີ່ຕາມກົດໝາຍຢ່າງເຂັ້ມແຂງ, ມີປະສິດທິພາບ, ຍົກສູງຄວາມສາມາດໃນການຄຸ້ມຄອງມະຫາພາກຂອງສູນກາງ ແລະ ຄວາມເປັນເຈົ້າການຂອງທ້ອງຖິ່ນ, ການພັດທະນາເສດຖະກິດ-ສັງຄົມມີຈຸດສຸມ, ມີຄຸນນະພາບ, ໜັກແໜ້ນຕາມທິດສີຂຽວ ແລະ ຍືນຍົງ, ເສດຖະກິດມະຫາພາກມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫຼຸດຜ່ອນພາລະໜີ້ສິນສາທາລະນະ, ລັດວິສາຫະກິດເປັນກໍາລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໆໃນພື້ນຖານເສດຖະກິດແຫ່ງຊາດ; ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມສາມາດໃຫ້ການພັດທະນາເພີ່ມຂຶ້ນ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ຍູ້ແຮງການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນໃນຂົງເຂດຕ່າງໆ, ການພັດທະນາມີຄວາມກົມກຽວ, ສົມດູນ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່່າງມີປະສິດທິຜົນ, ການເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາເປັນກ້າວໆ. ໃນຂະນະດຽວກັນ, ໃນ 5 ປີຕໍ່ໜ້າ (2026-2030), ສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ເອກະລາດ, ອໍານາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ລະບົບການເມືອງໄດ້ຮັບການປັບປຸງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄດ້ຮັບການແກ້ໄຂຢ່າງເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງເສດຖະກິດປາຍແຫຼມ, ການຄຸ້ມຄອງ-ບໍລິຫານເສດຖະກິດດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂຶ້ນສະເລ່ຍ 6% ຕໍ່ປີຂຶ້ນໄປ, ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ; ວັດທະນະທໍາອັນດີງາມ ແລະ ເປັນເອກະລັກຂອງຊາດໄດ້ຮັບການເສີມຂະຫຍາຍ, ຊັບພະຍາກອນມະນຸດໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນນະພາບ, ສປປ ລາວ ເຄື່ອນໄຫວການຕ່າງປະເທດຢ່າງເປັນເຈົ້າການ, ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ ແລະ ສືບຕໍ່ເຮັດໃຫ້ ສປປ ລາວ ມີບົດບາດພົ້ນເດັ່ນຂຶ້ນ.

ຍກສງບດບາດການນຳພາທເຂມແຂງຂອງພກ - image 3
 

ໃນນັ້ນ, ເພື່ອເຮັດໃຫ້ທິດທາງແຕ່ນີ້ຮອດປີ 2030 ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ພວກເຮົາ ຕ້ອງສືບຕໍ່ບຸກທະລຸທັງສີ່ດ້ານໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທຳ ໂດຍສືບຕໍ່ເຊື່ອມສານ ແລະ ຜັນຂະ ຫຍາຍ-ຕໍ່ຍອດວຽກງານຈຸດສຸມໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2022-2025) ໃຫ້ນຳເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ກາຍເປັນແຜນປົກກະຕິ ເພື່ອຊີ້ນໍາການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໃຫ້ຂາດຕົວໃນບາງດ້ານດ້ວຍມາດຕະການສຳຄັນ, ເລັ່ງດ່ວນຈຳນວນໜຶ່ງດັ່ງນີ້: ປະຕິຮູບລະບອບ-ລະບຽບການຕ່າງໆໃຫ້ໂປ່ງໃສ, ຫຼຸດຜ່ອນຂອດຂັ້ນ ແລະ ຍົກສູງປະ ສິດທິພາບ ແລະ ຄວາມສາມາດໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນທັນສະໄໝ-ຫັນເປັນດີຈີຕອນ ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະລິດ-ທຸລະກິດໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ, ປຸກລະດົມ ແລະ ຍູ້ແຮງຂະບວນການພັດທະນາປະເທດຊາດຂຶ້ນສູ່ລະດັບສູງ, ຍົກສູງຈິດໃຈເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນສູ້ຊົນເຮັດໃຫ້ປະຊາຊົນຮູ້ທຳມາຫາກິນແບບໃໝ່, ມີວິຖີຊີວິດແບບ ໃໝ່ກ້າວຂຶ້ນ ແລະ ສ້າງໃຫ້ວິສາຫະກິດຂອງລັດ ແລະ ເອກະຊົນເຂັ້ມແຂງ, ຮັ່ງມີຂຶ້ນ; ນຳພາຊຸກຍູ້ການປະຕິບັດແນວທາງການກໍ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢ່າງແຂງແຮງ, ສ້າງທ່ວງທ່າການພັດທະນາທີ່ຍືນຍົງ ແລະ ເຊື່ອມໂຍງກັບສາກົນ, ຫັນປ່ຽນຈາກສັງຄົມຊົມໃຊ້ໄປສູ່ສັງຄົມແຫ່ງການຜະລິດໃຫ້ໄດ້ເປັນຮູບປະທຳ, ປ່ຽນ ແປງໃໝ່ຢ່າງຮອບດ້ານ, ວຽກງານຄຸ້ມຄອງ ແນໃສ່ຍົກສູງປະສິດທິຜົນການຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາ ກອນທຳມະຊາດ ເປັນຕົ້ນແມ່ນໃນຂົງເຂດບໍ່ແຮ່, ຊັບພະຍາກອນນໍ້າ, ທີ່ດິນໃຫ້ກາຍເປັນການຜະລິດທີ່ຍືນຍົງ; ຕັ້ງໜ້າຜະລິດພະລັງງານໄຟຟ້າດ້ວຍຫຼາຍທາງເລືອກ ລວມທັງພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ພະລັງງານ ນິວເຄລຍ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ, ເພີ່ມທະວີການບໍລິຫານທີ່ດີ, ສ້າງຄວາມໂປ່ງໃສ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ອັດຊ່ອງວ່າງການຮົ່ວໄຫຼ, ເພີ່ມແຫຼ່ງລາຍຮັບງົບປະມານເພື່ອສ້າງກໍາລັງແຮງໃຫ້ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ໄວຂຶ້ນ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ.

(ຂ່າວ: ສຳນານ; ພາບ: ຕຸໄລເພັດ+ພູວຽງຄຳ)

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ