ຍ້ອນມີຄູໃຫ້ຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ

ຍ້ອນມີຄູໃຫ້ຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ

ຍ້ອນມີຄູໃຫ້ຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ
ເນື່ອງໃນໂອກາດວັນຄູແຫ່ງຊາດ (7 ຕຸລາ 1994 - 7 ຕຸລາ 2025) ຄົບຮອບ 31 ປີ, ວັນຄູແຫ່ງຊາດວັນທີ 7 ຕຸລາ ຖືເປັນວັນປະຫວັດສາດຂອງຊາດລາວເຮົາ ຊຶ່ງຍາມໃດພັກ-ລັດຖະບານກໍຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ ຊຶ່ງປະຫວັດສາດຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງແບບເກົ່າ ແລະ ແບບໃໝ່ໄດ້ຜ່ານໄລຍະເວລາອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງເປັນເງື່ອນໄຂເອື້ອອຳນວຍໃນການພັດທະນາການສຶກສາຂອງລາວ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາຖັນແຖວຄູ-ອາຈານສອນ, ຈຳນວນຄູ-ອາຈານໄດ້ເພີ່ມຂຶ້ນ ແລະ ຄູ-ອາຈານຈຳນວນເຫຼົ່ານັ້ນ ລ້ວນແຕ່ມີນ້ຳໃຈຮັກຫອມປະເທດຊາດ ມີຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດແຕ່ລະສະໄໝ. ປັດຈຸບັນນີ້, ປະເທດຊາດຂອງພວກເຮົາໄດ້ມີນັກວິຊາການ, ມີນາຍທະຫານ, ນາຍຕຳຫຼວດ, ນັກການເມືອງ, ນັກປະດິດຄິດແຕ່ງ ແລະ ນັກທຸລະກິດທີ່ດີເດັ່ນຈຳນວນບໍ່ໜ້ອຍ, ພວກເພິ່ນເຫຼົ່ານັ້ນລ້ວນແຕ່ໄດ້ມີຄວາມຮູ້ຈາກຄູສອນ. ປະເທດຊາດໄດ້ມີການພັດທະນາເທົ່າໃດ ກໍຍິ່ງເຮັດໃຫ້ສັງຄົມມີຄວາມສຳນຶກເຖິງບຸນຄຸນອັນລ້ຳເລີດຂອງຄູ-ອາຈານຫຼາຍຂຶ້ນເທົ່ານັ້ນ.

 

ຍອນມຄໃຫຄວາມຮ ປະເທດຊາດຈງໄດຮບການພດທະນາ - image 1
 

 

ຕະຫຼອດໄລຍະຜ່ານມາເຖິງວ່າພວກເຮົາຈະພົບກັບຄວາມຫຍຸ້ງຍາກ ແລະ ມີຂໍ້ຈຳກັດໃນຫຼາຍດ້ານໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມກໍຄືການພັດທະນາການສຶກສາ ເວົ້າສະເພາະພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ການສຶກສາໄດ້ຮັບການພັດທະນາໃຫ້ກ້າວໜ້າຂະຫຍາຍຕົວເປັນລຳດັບມາ. ມວນມະນຸດໄດ້ມີການພັດທະນາຕົນເອງໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ເຮັດໃຫ້ສັງຄົມມະນຸດມີການປ່ຽນແປງຈາກລະບອບສັງຄົມນີ້ໄປສູ່ລະບອບສັງຄົມອື່ນ, ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນສຳຄັນທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການຊຶ່ງສາມາດນຳໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ. ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ເອີ້ນວ່າ ການສອນ ແລະ ການຮຽນ. ການສອນ ແລະ ການຮຽນເປັນປັດໄຈສຳຄັນໜຶ່ງໃນການຕັດສິນໃຈຄຸນນະພາບຂອງການສຶກສາ ກໍຄືການພັດທະນາມະນຸດ. ທຸກຄົນມີຄວາມຮູ້ໂດຍຜ່ານຂະບວນການສອນຂອງຄູ ແລະ ທຸກຄົນລ້ວນແຕ່ມີຄູສອນຕົນເອງ. ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດລາວຈຸດປະສົງເພື່ອໃຫ້ພົນລະເມືອງລາວທຸກເຜົ່າທຸກຊັ້ນຄົນໃນວົງສາຄະນາຍາດແຫ່ງຊາດລາວ ໄດ້ທົບທວນຂະບວນການວິວັດທະນາການແຫ່ງຊີວິດໂດຍລິເລີ່ມຈາກຊີວິດໃນຍາມເປັນເດັກຢູ່ໃນການລ້ຽງດູຂອງພໍ່ແມ່, ຊີວິດຂອງຕົນທີ່ເຄື່ອນໄຫວສຶກສາຮ່ຳຮຽນຈົນມາເຖິງປັດຈຸບັນ ໄດ້ຮັບການຖ່າຍທອດຄວາມຮູ້ຫຍັງແດ່ຈາກພໍ່ແມ່, ຄູ-ອາຈານ. ທັງນີ້ເພື່ອໃຫ້ທຸກຄົນໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຄູ-ອາຈານ. ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດຍັງເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູທີ່ມີຕໍ່ປະເທດຊາດ. ວັນຄູແຫ່ງຊາດຍັງເປັນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ ເພາະວ່າບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ. ວັນຄູແຫ່ງຊາດເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູ ແລະ ເປັນວັນແຫ່ງເສີມຂະຫຍາຍມູນເຊື້ອຂອງຄູຄຳຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ອຸທິດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນເພື່ອພາລະກິດການສຶກສາແຫ່ງຊາດລາວຂອງພວກເຮົາ.

ຄືດັ່ງທີ່ຮູ້ນຳກັນແລ້ວວ່າ: ໃນໄລຍະທີ່ຜ່ານມາບໍ່ວ່າຢູ່ໃນໄລຍະການປະຕິວັດຊາດປະຊາທິປະໄຕກໍຄືໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນທັງພາກລັດ-ເອກະຊົນໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ພັດທະນາການສຶກສາທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຂະຫຍາຍຕາໜ່າງການສຶກສາໄປທົ່ວທຸກທ້ອງຖິ່ນ ລວມທັງເຂດພູດອຍຫ່າງໄກສອກຫຼີກ, ປະຊາຊົນໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນບຳລຸງ ໂດຍທົ່ວໄປກວມຈຳນວນປະຊາກອນສ່ວນຫຼາຍ, ຄຸນນະພາບຂອງການສຶກສາໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ. ຍ້ອນການປະກອບສ່ວນຂອງພະນັກງານຄູ-ອາຈານທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນວຽກງານດັ່ງກ່າວຢ່າງສຸດຄວາມສາມາດ.

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໄຊອັນປະເສີດແດ່ການນຳທຸກທ່ານ, ພະນັກງານບຳນານອາວຸໂສ ຕະຫຼອດຮອດຄູ-ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງພ້ອມກັນສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດຂອງຊາດໃຫ້ມີຄຸນນະພາບສູງ ເຂັ້ມແຂງ ຍືນຍົງ.

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ເພີ່ມເຕີມ