ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?
ກອງປະຊຸມພົບປະຄັ້ງທີ 17 ຂອງຜູ້ນຳປະເທດສະມາຊິກບຣິກສ ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດີຈາເນໂຣ ປະເທດບຣາຊິນ ໃນລະຫວ່າງວັນທີ 6-7 ກໍລະກົດ ຜ່ານມາ. ນີ້ເປັນກອງປະຊຸມຄົບຄະນະ “11+10” ຄັ້ງທຳອິດຂອງວົງຄະນາຍາດໃຫຍ່ບຣິກສຫຼັງຈາກອິນໂດເນເຊຍເຂົ້າເປັນສະມາຊິກບຣິກສໃນເດືອນມັງກອນ ແລະ ຫວຽດນາມ ເຂົ້າເປັນປະເທດຄູ່ຮ່ວມໃນເດືອນມິຖຸນາປີນີ້.
ຍອນຫຍງໂລກຈງຕອງການຈດໃຈການຮວມມແຫງ “ບຣກສໃຫຍ”? - image 1
 

ກອງປະຊຸມພົບປະຄັ້ງນີ້ພາຍໃຕ້ຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືໃນເຂດໂລກໃຕ້, ຊຸກຍູ້ການບໍລິຫານທີ່ກວມລວມ ແລະ ຍືນຍົງກວ່າເກົ່າ”, ໃນສະເພາະໜ້ານີ້ທີ່ສະພາບເສດຖະກິດໂລກມີການປ່ຽນແປງຢ່າງເລິກເຊິ່ງ, ລະບຽບການສາກົນລໍຖ້າການປັບປຸງຢ່າງຮີບດ່ວນນັ້ນ, ຈິດໃຈການຮ່ວມມື “ບຣິກສໃຫຍ່” ປາະກົດມີຄຸນຄ່າຍິ່ງຂຶ້ນ, ກາຍເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຕໍ່ການພັດທະນາຂອງໂລກ, ຍ້ອນວ່າ:

ໜຶ່ງ, “ບຣິກສໃຫຍ່” ແມ່ນ “ຫົວຈັກສຳຄັນຂອງເຂດໂລກໃຕ້” ທີ່ຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ. ໃນຖານະເປັນຕົວແທນທີ່ເປັນແກນກາງຂອງກຸ່ມເສດຖະກິດຈະເລີນໃໝ່, ຍອດມູນຄ່າເສດຖະກິດຂອງປະເທດສະມາຊິກບຣິກສ ກວມເອົາປະມານ 30% ຂອງທົ່ວໂລກ, ຂະໜາດການຄ້າກວມເອົາປະມານ 1 ສ່ວນ 5 ຂອງໂລກ. ປີ 2024, ຈັງຫວະການເຕີບໂຕໂດຍລວມຂອງ GDP ມີເຖິງ 4% ຊຶ່ງສູງກວ່າລະດັບສະເລ່ຍຂອງໂລກຢ່າງຊັດເຈນ. ການເຕີບໂຕທີ່ແຂງແຮງແບບນີ້ບໍ່ພຽງແຕ່ໄດ້ເພີ່ມແຮງຂັບເຄື່ອນເຂົ້າໃນການພັດທະນາຂອງປະເທດສະມາຊິກເທົ່ານັ້ນ, ຍັງໄດ້ກາຍເປັນສິ່ງຄ້ຳປະກັນທີ່ສຳຄັນສຳລັບການຟື້ນຟູເສດຖະກິດຂອງໂລກ. ໂດຍຜ່ານການລົງເລິກການປະສານງານດ້ານເສດຖະກິດ, ປະເທດສະມາຊິກບຣິກສ ໄດ້ເສີມຂະຫຍາຍບົດບາດນຳໜ້າຫຼາຍກວ່າເກົ່າໃນຂົງເຂດການຄ້າ ການລົງທຶນ ແລະ ການທະນາຄານຂອງທົ່ວໂລກ, ຊຸກຍູ້ໃຫ້ເສດຖະກິດໄດ້ຮັບການພັດທະນາໄປສູ່ທິດທາງທີ່ດຸ່ນດ່ຽງ ແລະ ກວມລວມກວ່າເກົ່າ.

ສອງ, “ບຣິກສໃຫຍ່” ເປັນກຳລັງທີ່ເປັນຂໍກຸນແຈເລັ່ງລັດການປະຕິຮູບການບໍລິຫານໂລກ. ປັດຈຸບັນນີ້, ລະບົບການບໍລິຫານສາກົນພວມຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ລະບຽບເກົ່າທີ່ນຳພາໂດຍປະເທດທີ່ພັດທະນາແລ້ວແມ່ນບໍ່ສອດຄ່ອງກັບສະພາບການສາກົນອັນໃໝ່. ທັດສະນະ “ເປີດກວ້າງ, ກວມລວມ, ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ທີ່ສົ່ງເສີມໂດຍບຣິກສໄດ້ສະໜອງແນວຄວາມຄິດອັນໃໝ່ໃຫ້ແກ່ການບໍລິຫານໂລກ. ປະເທດສະມາຊິກບຣິກສໄດ້ຜ່ານກົນໄກຕ່າງໆ ເຊັ່ນ: ທະນາຄານພັດທະນາໃໝ່ ແລະ ອື່ນໆ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ຕົວຢ່າງ: ການກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາແບບຍືນຍົງ ແລະ ອື່ນໆ ຊຶ່ງໄດ້ປະກອບສ່ວນ “ສະຕິປັນຍາຂອງເຂດໂລກໃຕ້” ໃຫ້ແກ່ການບໍລິຫານໂລກ. ນອກນີ້, ບຣິກສ ຍັງຕັ້ງໜ້າຊຸກຍູ້ການປະຕິຮູບຂອງອົງການກອງທຶນເງິນຕາສາກົນ ແລະ ອົງການການທະນາຄານສາກົນອື່ນໆ, ຍົກສູງສິດໃນການປະກອບຄຳເຫັນຂອງກຸ່ມເສດຖະກິດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາໃນວຽກງານສາກົນ.

ສາມ, “ບຣິກສໃຫຍ່” ເປັນເສົາຄ້ຳສຳຄັນໃນການຮັກສາສະຖຽນລະພາບຂອງເຂດໂລກໃຕ້. ໃນສະພາບເສດຖະກິດໂລກທີ່ສັບສົນ, ປະເທດໃນເຂດໂລກໃຕ້ໄດ້ຜະເຊີນໜ້າກັບສິ່ງທ້າທາຍຮ່ວມ ເຊັ່ນ: ການປັບປຸງໂຄງປະກອບເສດຖະກິດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ. ໃນຖານະເປັນ “ກ້ອນກຳລັງທີ 1 ໃນເຂດໂລກໃຕ້”, ປະເທດສະມາຊິກບຣິກສ ໄດ້ຜ່ານການເພີ່ມທະວີການປະສານງານພາຍໃນ, ເຕົ້າໂຮມກຳລັງແຮງຂອງປະເທດໃນເຂດໂລກໃຕ້ຢ່າງມີປະສິດທິຜົນ, ປາກົດຕົວເປັນຫຼັກໝັ້ນ ແລະ ຫາງສຽງທີ່ເປັນເອກະພາບກັນ. “ກອງທຶນຖາວອນຂອງປ່າໄມ້ເຂດຮ້ອນ” ແລະ ຫົວຂໍ້ອື່ນໆທີ່ກອງປະຊຸມພົບປະສຸມໃສ່ໃນຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງປະເທດສະມາຊິກບຣິກສເປັນເຈົ້າການແບກຫາບຄວາມຮັບຜິດຊອບໃນຫົວຂໍ້ລັກສະນະທົ່ວໂລກ. ໂດຍຜ່ານການຮ່ວມມື “ບຣິກສໃຫຍ່”, ປະເທດໃນເຂດໂລກໃຕ້ໄດ້ຄອງຖານະສຳຄັນກວ່າເກົ່າໃນການບໍລິຫານໂລກ, ແລະ ສາມາດປົກປ້ອງຜົນປະໂຫຍດ ກໍຄື ພື້ນທີ່ການພັດທະນາຂອງຕົນໄດ້ດີກວ່າເກົ່າ.

ສີ່, “ບຣິກສໃຫຍ່” ເປັນຜູ້ຊຸກຍູ້ທີ່ສຳຄັນສຳລັບການພັດທະນາແບບຍືນຍົງຂອງໂລກ. ກອງປະຊຸມພົບປະຄັ້ງນີ້ໄດ້ເນັ້ນໜັກເຖິງ “ການບໍລິຫານແບບຍືນຍົງ” ສະທ້ອນໃຫ້ເຫັນເຖິງປະເທດສະມາຊິກບຣິກສໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາແບບຍືນຍົງຂອງໂລກ. ບຣິກສໄດ້ດຳເນີນການຮ່ວມມືຢ່າງກວ້າງຂວາງໃນຂົງເຂດຕ່າງໆ ເຊັ່ນ: ບຸກເບີກການພັດທະນາພະລັງງານສະອາດ, ອະນຸລັກສິ່ງແວດລ້ອມ, ການຊຸກຍູ້ຄວາມຍຸຕິທຳໃນສັງຄົມ ແລະ ອື່ນໆ, ຜ່ານການປະດິດສ້າງໃໝ່ດ້ານເຕັກໂນໂລຊີ ແລະ ການປະສານງານດ້ານນະໂຍບາຍ, ຊຸກຍູ້ໃຫ້ເປົ້າໝາຍການພັດທະນາແບບຍືນຍົງຂອງໂລກໄດ້ຮັບການຈັດຕັ້ງປະຕິບັດ. ພຶດຕິກຳຄືແນວນີ້ບໍ່ພຽງແຕ່ໄດ້ສະໜອງແຜນການແກ້ໄຂບັນຫາທີ່ມີລັກສະນະທົ່ວໂລກເທົ່ານັ້ນ, ຍັງໄດ້ສະໜອງບົດຮຽນທີ່ໜ້າຖອດຖອນໃຫ້ແກ່ບັນດາປະເທດກຳລັງພັດທະນາ.

ປັດຈຸບັນນີ້, ສະພາບດ້ານເສດຖະກິດ ແລະ ການເມືອງທົ່ວໂລກມີການປ່ຽນແປງຢ່າງເລິກເຊິ່ງ, ຈິດໃຈການຮ່ວມມື “ບຣິກສໃຫຍ່” ເປັນທາງເລືອກຮ່ວມຂອງກຸ່ມເສດຖະກິດທີ່ຈະເລີນໃໝ່, ທັງເປັນຄວາມຮຽກຮ້ອງທີ່ຕ້ອງເປັນໄປໃນການພັດທະນາຂອງທົ່ວໂລກ. ການລົງເລິກການຮ່ວມມື “ບຣິກສໃຫຍ່” ຢ່າງຕໍ່ເນື່ອງ, ຈະຊຸກຍູ້ໃຫ້ສ້າງລະບົບການບໍລິຫານໂລກທີ່ມີຄວາມຍຸຕິທຳ ກວມລວມ ແລະ ຍືນຍົງກວ່າເກົ່າເພື່ອສ້າງພື້ນຖານທີ່ໜັກແໜ້ນສຳລັບການພັດທະນາຂອງສັງຄົມມະນຸດໃນອະນາຄົດ.

(ໂດຍ: ຊີອາໄອ)

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ