ຍທຂ ຈະສືບຕໍ່ສ້າງການຫັນປ່ຽນ 7 ວຽກງານຈຸດສຸມ ຢ່າງແຂງແຮງ

ຍທຂ ຈະສືບຕໍ່ສ້າງການຫັນປ່ຽນ 7 ວຽກງານຈຸດສຸມ ຢ່າງແຂງແຮງ
ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ວ່າ:
ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ເວົ້າລວມ ສະມາຊິກພັກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນສະມາຊິກພັກກະຊວງ ຍທຂ ໄດ້ຮັບກຽດເປັນຜູ້ແທນສົມບູນ ເຂົ້າຮ່ວມກອງປະຊຸມໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້.
  ກອງປະຊຸມໃຫຍ່ຂອງພັກ 5 ປີໃດ, ຈະໄດ້ຈັດຂຶ້ນເທື່ອໜຶ່ງ ຊຶ່ງເປັນເຫດການ ການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ສະຫາຍໃດຫາກໄດ້ມີໂອກາດເຂົ້າຮ່ວມແມ່ນວ່າເປັນປະຫວັດສາດໃນຊີວິດ ທີ່ໄດ້ຮັບຮູ້ໃນການສະຫຼຸບຕີລາຄາການນໍາພາຂອງພັກ ຕະຫຼອດໄລຍະ 5 ປີ ຜ່ານມາ ແລະ ກໍານົດວາງທິດທາງແຜນການ 5 ປີ ຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.
 ຜ່ານການຮັບຟັງໂຄງການການເມືອງຂອງພັກ ຜ່ານຮ່າງການລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຮູ້ສຶກວ່າມີຫຼາຍອັນພົ້ນເດັ່ນ ຕີລາຄາຜົນໄດ້ຮັບໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ທີ່ເປັນລັກສະນະຈຸດສຸມ ລັກສະນະບຸກທະລຸທາງດ້ານຈິດໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໂດຍສະເພາະ ວຽກງານ ຍທຂ ໃນ 7 ວຽກຈຸດສຸມ ທີ່ເປັນເສດຖະກິດປາຍແຫຼມ; ໃນນັ້ນ, ວຽກ ຍທຂ ເປັນວຽກໜຶ່ງ ທີ່ມີການຂົນສົ່ງ, ການເຊື່ອມໂຍງ, ເຊື່ອມຈອດ.
ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວອີກວ່າ: ຂ້າພະເຈົ້າຮູ້ສຶກວ່າ ທິດຊີ້ນໍາໃນ 5 ປີ ຕໍ່ໜ້າ ແມ່ນຈະໄດ້ເນັ້ນຫຼາຍບັນຫາ ທີ່ຢູ່ໃນຄໍາຂວັນຂອງພັກ ໂດຍສະເພາະ ແມ່ນເພີ່ມທະວີການຊີ້ນໍາ-ນໍາພາຂອງພັກ ຢ່າງໜັກແໜ້ນ ເຂັ້ມແຂງ ໃນຕໍ່ໜ້າໃຫ້ແຂງແຮງກວ່າເກົ່າ, ວຽກງານເສດຖະກິດກໍເຊັ່ນກັນ ຈະເປັນກົນໄກນໍາພາ, ເປັນການກະຕຸ້ນການພັດທະນາ ແລະ ການປ່ຽນແປງໃນການພັດທະນາເສດຖະກິດ ເຊື່ອໝັ້ນວ່າຈະມີຫຼາຍອັນພົ້ນຂຶ້ນໃນ 5 ປີ ຕໍ່ໜ້າ. ເຊື່ອໜັ້ນວ່າ ພວກເຮົາຈະເຫັນວ່າມີຫຼາຍອັນປ່ຽນແປງ ຊຶ່ງຂົງເຂດ ຍທຂ ຈະສຸມໃສ່ພ້ອມກັນ ຮີບຮ້ອນຜັນຂະຫຍາຍ ຫຼັງຈາກສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ວຽກງານ ຍທຂ ຈະຕ້ອງເລີ່ມປະຕິບັດແຕ່ຫົວທີ ເພາະເປັນໄມ້ງັດເສດຖະກິດປາຍແຫຼມ ເປັນເສັ້ນເລືອດ ທີ່ຈະກະຕຸ້ນການພັດທະນາໃຫ້ແກ່ປະເທດຊາດ, ບ່ອນໃດມີເສັ້ນທາງໄປຮອດໄປເຖິງໝົດ ບ່ອນນັ້ນແມ່ນມີການພັດທະນາ.
ສໍາລັບແຜນພັດທະນາ 5 ປີ ຈະບັນລຸຕາມຈຸດປະສົງຄາດໝາຍນັ້ນ, ຂະແໜງ ຍທຂ ຕ້ອງໄດ້ປະຕິບັດຕາມຄໍາຂວັນທີ່ວາງໄວ້ “ເພີ່ມທະວີ ພັດທະນາໂຍທາທິການ ແລະ ຂົນສົ່ງ ເປັນປາຍແຫຼມມີຈຸດສຸມ ທົນທານ ທັນສະໄໝ ປອດໄພ ເຊື່ອມໂຍງ ເຊື່ອມຈອດ ແລະ ຍືນຍົງ” ໃຫ້ປະກົດຜົນເປັນຈິງ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສຫວຽດນາມ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສຫວຽດນາມ

ໃນວັນທີ 21 ກັນຍາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ.
ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ

ໃນຕອນບ່າຍວັນທີ 21 ກັນຍານີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງທ່ານນາຍົກກ່າວວ່າ: ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກແມ່ນໜຶ່ງໃນວຽກງານຍຸດທະສາດທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ.
ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ໃນວັນທີ 18 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ມີທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຮອງປະທານຄະນະຊີ້ນຳລະດັບຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະຊີ້ນໍາ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ພວກເຮົາຂໍຫວນຄືນເຖິງຄຳເວົ້າອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສປປ ລາວ ທີ່ເຄີຍກ່າວໄວ້ໃນພິທີລົງນາມສົນທິສັນຍາດັ່ງກ່າວໃນປີ 2008 ວ່າ:
ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້: “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ ໃນວັນທີ 8 ກັນຍານີ້ ”ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໂດຍການເປັນປະທານ ຂອງສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ປະທານສະພາປະຊາຊົນນະຄອນຫຼວງ-ແຂວງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງ-ແຂວງ, ບັນດາຫົວໜ້າຄະນະຈັດຕັ້ງນະຄອນຫຼວງ-ແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ໃຫ້ກຽດບັນລະຍາຍບົດຮຽນໃນກອງປະຊຸມສໍາມະນາຄັ້ງນີ້ໂດຍສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການສະຖາບັນການປົກຄອງ ແລະ ບໍລິຫານລັດ ຂອງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ.
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ເພີ່ມເຕີມ