ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ
ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ອງການ KOTRA ສງເສມ​ການຮວມມ ສເກາຫ–ສປປ ລາວ ດານ Net-Zero ແລະ ການລງທນສຂຽວ - image 1
 

ງານດັ່ງກ່າວຈັດໂດຍKOTRA Vientiane, ໂດຍໄດ້ຮັບການສະໜັບສະໜູນຈາກສະຖານທູດສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ, ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ສະຖາບັນການເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ. ງານດັ່ງກ່າວປະກອບມີ ກອງປະຊຸມດ້ານນະໂຍບາຍ, ການນຳສະເໜີເຕັກໂນໂລຊີຂອງ ສ ເກົາຫຼີ, ພິທີລົງນາມ MOU, ການລົງຢ້ຽມຢາມສະຖານທີ່ໂຄງການ ແລະ ການຈັບຄູ່ທຸລະກິດແບບ 1:1.

ທ່ານ ມາໄລທອງ ກົມມະສິດລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ສະແດງຄວາມຍິນດີຕໍ່ການສືບຕໍ່ການຮ່ວມມືກັບ ສເກົາຫຼີ ໃນການສົ່ງເສີມການເຕີບໂຕສີຂຽວ ແລະ ການລົງທຶນແບບຍືນຍົງ.ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືທີ່ປະສົມປະສານເຕັກໂນໂລຊີ ແລະ ການລົງທຶນຈາກສາກົນ ເຂົ້າກັບໂອກາດພາຍໃນປະເທດ ເພື່ອສະໜັບສະໜູນການຫັນປ່ຽນຂອງ ສປປ ລາວ ໄປສູ່ເສດຖະກິດກາກບອນຕ່ຳ. ການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງ ອຄ ໄດ້ຢືນຢັນຄືນເຖິງການສະໜັບສະໜູນຂອງລັດຖະບານລາວ ຕໍ່ການມີສ່ວນຮ່ວມຂອງພາກເອກະຊົນທີ່ເຂັ້ມແຂງຂຶ້ນ ແລະ ການຮ່ວມມືແບບພາກປະຕິບັດຕົວຈິງເພື່ອມຸ່ງສູ່ການປ່ອຍອາຍພິດເຮືອນແກ້ວເປັນສູນ (Net-Zero).

ທ່ານ Koo Bon Kyung, ປະທານ KOTRA ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໂອເຊອານີ, ໄດ້ຍົກໃຫ້ເຫັນເຖິງທ່າແຮງຂອງ ສປປ ລາວ ໃນການກາຍເປັນຄູ່ຮ່ວມມືທີ່ສຳຄັນສຳລັບບັນດາບໍລິສັດ ສ ເກົາຫຼີທີ່ດຳເນີນໂຄງການຫຼຸດຜ່ອນການປ່ອຍອາຍພິດ ແລະ ການລົງທຶນສີຂຽວໃນຕ່າງປະເທດ. ທ່ານໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງ KOTRA ໃນການເຊື່ອມໂຍງແລະສ້າງໂອກາດໃຫ້ ແກ່ບັນດາບໍລິສັດ ສ ເກົາຫຼີ ປະກອບສວ່ນ ແລະ ສະໜັບສະໜູນເປົ້າໝາຍ NDC ຂອງທັງສອງປະເທດ.

ກອງປະຊຸມດ້ານນະໂຍບາຍໄດ້ໃຫ້ຂໍ້ມູນແກ່ບັນດາບໍລິສັດ ສ ເກົາຫຼີ ກ່ຽວກັບນະໂຍບາຍດ້ານພະລັງງານ ແລະ ສິ່ງແວດລ້ອມຂອງ ສປປ ລາວ, ບຸລິມະສິດຂອງໂຄງການ ແລະ ໂອກາດການລົງທຶນເຊິ່ງກົມນະໂຍບາຍ, ແຜນການ ແລະ ການປະເມີນຜົນ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳສະເໜີການພັດທະນາຍຸດທະສາດພະລັງງານແຫ່ງຊາດຂອງ ສປປ ລາວ, ໃນຂະນະທີ່ກົມສິ່ງແວດລ້ອມ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານຄວາມຄືບໜ້າກ່ຽວກັບຄູ່ມືການອະນຸມັດ ແລະ ຄຸ້ມຄອງໂຄງການກາກບອນ. GGGI ປະຈຳ ສປປ ລາວ ໄດ້ແບ່ງປັນໂອກາດດ້ານການລົງທຶນສີຂຽວ ແລະ ການຫຼຸດຜ່ອນການປ່ອຍອາຍພິດແລະ ກົມປ່າໄມ້ ສ ເກົາຫຼີ ໄດ້ນຳສະເໜີປະສົບການຂອງ ສເກົາຫຼີ ໃນການຫຼຸດຜ່ອນກາກບອນໂດຍອີງໃສ່ຂະແໜງປ່າໄມ້.

ໜຶ່ງໃນຜົນສຳເລັດທີ່ສຳຄັນຂອງມື້ທຳອິດ ແມ່ນພິທີລົງນາມຕໍ່ອາຍຸ MOU ລະຫວ່າງກຸ່ມຮ່ວມມື CS Tech ແລະ Dascoກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen). ຂໍ້ຕົກລົງດັ່ງກ່າວຂະຫຍາຍການຮວ່ມມືດ້ານພະລັງງານແສງຕາເວັນ ແລະ ໂຄງການຫຼຸດຜ່ອນກາກບອນ, ໂດຍສະເພາະໂຄງການໄຟຟ້າແສງຕາເວັນເທີງໜ້ານ້ຳ ຫ້ວຍລຳພັນຕອນລຸ່ມ, ພ້ອມທັງສຶກສາໂອກາດໃນການສ້າງກາກບອນເຄຣດິດ ແລະ ການໂອນຜົນການຫຼຸດຜ່ອນລະຫວ່າງປະເທດ ພາຍໃຕ້ມາດຕາ 6.2 ຂອງສັນຍາປາຣີ.

ບໍລິສັດ ສ ເກົາຫຼີ ແລະ ກຸ່ມຮ່ວມມື ຈຳນວນ 17 ແຫ່ງ ໄດ້ນຳສະເໜີເຕັກໂນໂລຊີ, ຮູບແບບທຸລະກິດ ແລະ ໂຄງການທີ່ມີທ່າແຮງ ໃນຂົງເຂດພະລັງງານແສງຕາເວັນ, ລະບົບກັກເກັບພະລັງງານແບັດເຕີຣີ (BESS), ໄຟຟ້ານ້ຳຕົກຂະໜາດນ້ອຍ, ການພັດທະນາພະລັງງານທົດແທນ, ການພັດທະນາກາກບອນເຄຣດິດ, ການຕິດຕາມກາກບອນ ແລະ MRV, ການຜະລິດພະລັງງານຈາກຂີ້ເຫຍື້ອ, ປະສິດທິພາບດ້ານພະລັງງານ, ການຂົນສົ່ງດ້ວຍໄຟຟ້າ ແລະ ໂຊລູຊັນດິຈິຕອນ.

ການຈັບຄູ່ທຸລະກິດແບບ 1:1ໄດ້ເຊື່ອມໂຍງ 17 ບໍລິສັດຈາກ ສ ເກົາຫຼີ ກັບບັນດາອົງການພາກລັດຂອງລາວ, ຜູ້ພັດທະນາໂຄງການ ແລະ ຄູ່ຮ່ວມງານຈາກພາກເອກະຊົນ.

ງານດັ່ງກ່າວຍັງໄດ້ສະແດງໃຫ້ເຫັນໂອກາດໃນການຂະຫຍາຍ ແລະ ການພັດທະນາພະລັງງານສະອາດໃນຫຼາກຫຼາຍຮູບແບບຂອງ ສປປ ລາວ ຜ່ານພະລັງງານແສງຕາເວັນ, ພະລັງງານລົມ, ໄຟຟ້ານ້ຳຕົກຂະໜາດນ້ອຍ, ການກັກເກັບພະລັງງານ, ການຂົນສົ່ງດ້ວຍໄຟຟ້າ ແລະ ໂຄງການຫຼຸດຜ່ອນກາກບອນ.

ງານ “The 2nd Korea–Laos Net-Zero Partnership 2026”ໄດ້ເປັນອີກໜຶ່ງບາດກ້າວໃນການຫັນເອົາຄວາມມຸ່ງໝັ້ນຮ່ວມກັນດ້ານສະພາບອາກາດຂອງ ສເກົາຫຼີ ແລະ ສປປ ລາວ ໃຫ້ເປັນໂຄງການທີ່ປະຕິບັດໄດ້ຈິງ, ໂອກາດການລົງທຶນ ແລະ ການຮ່ວມມືທາງທຸລະກິດໄລຍະຍາວ, ພ້ອມທັງສືບຕໍ່ເສີມສ້າງການຮ່ວມມືທັງສອງຝ່າຍ ເພື່ອມຸ່ງສູ່ເສດຖະກິດທີ່ຍືນຍົງ ແລະ ມີການປ່ອຍກາກບອນຕ່ຳ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ເພີ່ມເຕີມ