ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ
ອົງການກາແດງແຫ່ງຊາດລາວ (ກດລ) ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71ປີ, ໃນວັນທີ 31 ມີນານີ້ ທີ່ຫ້ອງປະຊຸມ ຂອງສະຖາບັນເລືອດແຫ່ງຊາດ, ໂດຍການເປັນປະທານ ພ້ອມທັງໃຫ້ກຽດ ເຜີຍແຜ່, ເຊື່ອມຊຶມ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ, ປະທານອົງການກາແດງອຫ່ງຊາດລາວ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ.
ອງການກາແດງເຜຍແຜເອກະສານສຳຄນຂອງພກ - image 1
 

ໃນກອງປະຊຸມ, ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ເຊື່ອມຊຶມ ເນື້ອໃນເອກກະສານທີ່ສໍາຄັນ ບາງຕອນ ຊຶ່ງໄດ້ຍົກໃຫ້ຮູ້ເຖິງບົດຮຽນຕົ້ນຕໍ ໃນໄລຍະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນການຍົກສູງຄວາມເປັນແບບຢ່າງນໍາໜ້າ ໃນການນໍາພາ-ຊີ້ນໍາ ຢ່າງເຂັ້ມແຂງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ ແມ່ນປັດໄຈຕັດສິນການແກ້ໄຂບັນຫາ ທີ່ເກີດຂຶ້ນແຕ່ລະໄລຍະ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ການນໍາພາພັດທະນາເສດຖະກິດ ແມ່ນໜ້າທີ່ໃຈກາງ ແລະ ຮີບດ່ວນຂອງພັກ, ພັດທະນາເສດຖະກິດ ຕ້ອງຕິດແໜ້ນກັບການພັດທະນາວັດທະນະທຳ, ຂຸດຄົ້ນກໍາລັງແຮງດ້ານວັດທະນະທໍາ ເຂົ້າໃນການພັດທະນາເສດຖະກິດ ແລະ ວຽກງານອື່ນໆ.

ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຄື: 1. ພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, 2. ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ, 3. ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ, 4. ພັດທະນາວັດທະນະທໍາ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, 5. ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່, 6. ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ, 7. ຢຶດໝັ້ນແນວທາງການຕ່າງປະເທດຂອງພັກ, ສ້າງເງື່ອນໄຂອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, 8. ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ, 9. ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, 10. ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງ ຊົນຢ່າງໜັກແໜ້ນ, 11. ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ຮອດປີ 2035 ແມ່ນສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບ ບັນດາປະຖົມປັດໄຈຕົ້ນຕໍ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງ ສືບຕໍ່ສ້າງພື້ນຖານ ໃນການພັດທະນາ, ສູ້ຊົນເປັນປະເທດທີ່ມີລາຍຮັບປານກາງ ແລະ ຄ່ອຍໆຫຍັບເຂົ້າສູ່ການມີລາຍຮັບປານກາງສູງ ໃນລະດັບໜຶ່ງ, ລວມຍອດຜະລິດຕະພັນພາຍໃນ GDP ໄລຍະ ປີ 2031-2035 ໃຫ້ບັນລຸ 7% ຕໍ່ປີຂຶ້ນໄປ, ເກັບລາຍຮັບໃຫ້ບັນລຸ 23-24% ຂອງ GDP ໄລຍະ ປີ 2031-2035 ແລະ ໃນ 5 ປີຕໍ່ໜ້າ (2026-2030) ສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວປວງຊົນ, ເອກະລາດ, ອຳນາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສູ້ຊົນໃຫ້ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອໜຶ່ງໂຕເລກ, ຍົກລະດັບການແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນ ເປັນວາລະແຫ່ງຊາດ, ສູ້ຊົນໃຫ້ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ 6% ຕໍ່ປີ ຂຶ້ນໄປ ແລະ ວຽກງານອື່ນ.

ອງການກາແດງເຜຍແຜເອກະສານສຳຄນຂອງພກ - image 2
 

ໃນພິທີຍັງໄດ້ປະກາດການຈັດຕັ້ງ ຂອງອົງການກາແດງແຫ່ງຊາດລາວ, ທ່ານຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານ ດໍາລັດ ເລກທີ 34/ນຍ, ລົງວັນທີ 4/3/2026 ວ່າດ້ວຍການແຕ່ງຕັ້ງ ຮອງປະທານອົງການກາແດງແຫ່ງຊາດລາວ, ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານ ຈັນທະລາ ສຸກສາຄອນ ເປັນຮອງ ປະທານອົງການກາແດງແຫ່ງຊາດລາວ, ດໍາລັດ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ ຫ້ອງການຂົນຂວາຍແຫຼ່ງທຶນ ແລະ ຊ່ວຍເຫຼືອບັນເທົາທຸກ ອົງການກາແດງແຫ່ງຊາດລາວ ເລກທີ 35/ນຍ, ລົງວັນທີ 4 /3 /2026, ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານນາງ ໄອ່ຄໍາ ສໍອິນໄຊ ເປັນຫົວໜ້າ ຫ້ອງການຂົນຂວາຍແຫຼ່ງທຶນ ແລະ ຊ່ວຍເຫຼືອບັນເທົາທຸກ ອົງການກາແດງແຫ່ງຊາດລາວ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ