![]() |
ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ລາຍງານການເຄື່ອນໄຫວວຽກງານກວດກາລັດໃນໄລຍະຜ່ານມາ ແລະ ແລກປ່ຽນຂໍ້ມູນບົດຮຽນການກວດກາພາຍໃນອົງການ, ການກວດກາຖານລາຍຮັບຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງການບໍລິຫານລັດ, ການນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ, ກວດກາການປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ, ການສະຫຼຸບຜົນ ແລະ ການແກ້ໄຂບັນຫາ, ການຕິດຕາມພຶດຕິກໍາ, ສິ່ງທ້າທາຍຕໍ່ການແກ້ໄຂບັນຫາການສໍ້ລາດບັງຫຼວງ ຂອງພະນັກງານ-ເຈົ້າໜ້າທີ່ລັດ ແລະ ວິທີການແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງປະຊາຊົນທີ່ຕິດພັນກັບຫຼາຍພາກສ່ວນ.
![]() |
ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາຕໍ່ການພົບປະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ແຂວງເຊກອງ ກັບ ນະຄອນດາໜັງ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ສອງຝ່າຍຈະນໍາເອົາຜົນສໍາເລັດກອງປະຊຸມໃນຄັ້ງນີ້ ນໍາສະເໜີຕໍ່ການນໍາແຂວງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມື, ປະສານງານ ແລະ ແລກປ່ຽນບົດຮຽນຮ່ວມກັນໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານກວດກາລັດຂອງສອງແຂວງໃຫ້ເຂັ້ມແຂງ.
ຂ່າວ-ພາບ: ສັນຍາ


ຄໍາເຫັນ