ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ
ໃນວັນທີ 22 ກໍລະກົດ ຜ່ານມານີ້, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ແລະ ພະນັກງານການນໍາຂັ້ນກົມ ຢູ່ພາຍໃນອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາອົງການກວດສອບປະຈໍາພາກກາງ 1, ຄະນະນໍາ ບັນດາກົມ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນອົງການກວດສອບແຫ່ງລັດ.
ອງການກວດສອບແຫງລດປະກາດການແຕງຕງ - image 1
 

 

ໃນພິທີ, ທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ຜ່ານລັດຖະດໍາລັດ ວ່າດ້ວຍການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ສະບັບເລກທີ 115/ປປທ, ລົງວັນທີ 1 ກໍລະກົດ 2026, ປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດໍາລັດແຕ່ງຕັ້ງ ທ່ານ ນາງ ຕຸລາວັນ ພິມມະສອນ ກໍາມະການຄະນະບໍລິຫານງານພັກ ຫົວໜ້າຫ້ອງການ ອົງການກວດສອບແຫ່ງລັດ ຂຶ້ນເປັນຮອງປະທານອົງການກວດສອບແຫ່ງລັດ. ພ້ອມດຽວກັນນັ້ນ ທ່ານ ນາງ ສີຕານ ໄຊຍະວົງເພັດ ຫົວໜ້າກົມຈັດຕັ້ງ ອົງການກວດສອບແຫ່ງລັດ ກໍໄດ້ຜ່ານຂໍ້ຕົກລົງຂອງປະທານອົງການກວດສອບແຫ່ງລັດ ວ່າດ້ວຍການສັບຊ້ອນ ທ່ານ ນາງ ວານິດາ ສຸດທານິລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1 ມາຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການ ແລະ ແຕ່ງຕັ້ງທ່ານ ນາງ ຈັນໄພວັນ ຂຸນສັກດາ ຫົວໜ້າພະແນກການເງິນ ຫ້ອງການຂຶ້ນເປັນ ຮອງຫົວໜ້າຫ້ອງການ ອົງການກວດສອບແຫ່ງລັດ. ໂດຍເປັນກຽດມອບລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ແລະ ຂໍ້ຕົກລົງ ໂດຍທ່ານ ວຽງທະວີສອນ ເທບພະຈັນ ໃຫ້ແກ່ທ່ານທີ່ຖືກແຕ່ງຕັ້ງ.

ອງການກວດສອບແຫງລດປະກາດການແຕງຕງ - image 2
 

ໃນຕອນທ້າຍ, ພິທີກໍໄດ້ຮັບຟັງການໂອ້ລົມຂອງທ່ານປະທານກອງປະຊຸມ ຊຶ່ງໄດ້ຊີ້ນໍາໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນ ພ້ອມດ້ວຍພະນັກງານຫຼັກແຫຼ່ງທຸກສະຫາຍເອົາໃຈໃສ່ຢ່າງຕັ້ງໜ້າໃນຫຼາຍບັນຫາ ເປັນຕົ້ນ: (1) ໃຫ້ຄະນະນໍາແຕ່ລະຂັ້ນເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມບັນດາ ແນວທາງ, ນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເລິກເຊິງເຖິງຖອງ; ສຶກສາອົບຮົມແນວຄິດ-ການເມືອງ ໃຫ້ພະນັກງານຂອງອົງການກວດສອບແຫ່ງລັດ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຄົາລົບກົດໝາຍ, ລະບຽບການ ແລະ ປະຕິບັດໄດ້ກົດຈັນຍາບັນຂອງນັກກວດສອບຢ່າງເຂັ້ມງວດ; (2) ປັບປຸງຂອດປະສານງານພາຍໃນໃຫ້ມີຄວາມກົມກຽວກັນ, ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື່ອງ; ປັບປຸງຍົກລະດັບດ້ານວຽກງານວິຊາສະເພາະກວດສອບໃຫ້ມີຄວາມເຂັ້ມແຂງ, ຫັນເປັນນັກກວດສອບມືອາຊີບເທື່ອລະກ້າວ; (3) ຍົກສູງຄວາມເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ຄະນະນຳອົງການກວດສອບແຫ່ງລັດ ບໍ່ວ່າຈະເປັນວຽກງານປິ່ນອ້ອມ ຫຼື ວຽກງານວິຊາສະເພາະ ກໍຕ້ອງໃຫ້ບັນລຸຕາມແຜນການທີ່ກໍານົດໄວ້ ແລະ (4) ໃຫ້ສືບຕໍ່ຮັກສາມູນເຊື້ອແບບແຜນວິທີເຮັດວຽກ ແລະ ຮັດແໜ້ນຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາ, ເພື່ອບັນລຸຜົນສຳເລັດການປະຕິບັດໜ້າທີ່ວຽກງານຂອງຕົນ.

ອງການກວດສອບແຫງລດປະກາດການແຕງຕງ - image 3
 

(ຂ່າວ: ອົງການກວດສອບແຫ່ງລັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ສະມາຄົມພັດທະນາຊຸມຊົນໃນຊົນນະບົດ (RCDA) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດໂຄງການ "ນະວັດຕະກຳກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ທີ່ນຳພາໂດຍແມ່ຍິງ ໃນເມືອງໂຂງ" (Low-Cost Biogas Innovation And Women-Led Circular Economy in Khong District), ໃນ​ວັນ​ທີ 9 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ໂຂງ, ໂດຍ​ມີທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ, ທ່ານ ອຸດອນໄຊ ມາລາເພັດ ປະທານສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດິດການນຳຂັ້ນສູນກາງ-ແຂວງ, ນະຄອນ ຫຼວງພະບາງ, ບັນດາເມືອງ, ແຂກຮັບເຊີນ, ລວມທັງມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ໃນວັນທີ 8 ກັນຍາ 2026 ນີ້, ຢູ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ແລະ ບັນດານິຕິກໍາກ່ຽວກັບວຽກງານເຜົ່າ-ສາສະໜາ. ໂດຍມີ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ກໍາມະການແນວລາວສ້າງຊາດແຂວງປະຈໍາເມືອງ, ກໍາມະການແນວລາວສ້າງຊາດເມືອງ ພ້ອມດ້ວຍຄະນະກໍາມະການແນວລາວສ້າງຊາດບ້ານ ເຂົ້າຮ່ວມ.
ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ໃນວັນທີ 9 ກັນຍາ 2026, ຢູ່ສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ແລະ ເຊັນສັນຍາ ການບໍລິການ ການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ1.
ໂຄງການກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ ສຳເລັດແລ້ວ 68%

ໂຄງການກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ ສຳເລັດແລ້ວ 68%

ໃນວັນທີ່ 9 ກັນຍາ 2026 ນີ້ ທີ່ຫໍທຳມະສະພາ ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການດໍາເນີນການກໍ່ສ້າງໃນໄລຍະຜ່ານມາ ແລະວາງແຜນການໃນຕໍ່ໜ້າ, ໂດຍເປັນປະທານຮ່ວມຂອງ ພະອາຈານໃຫຍ່ ອ່ອນແກ້ວ ກິຕຕີພັທໂທ ປະທານ ອພສ ແຂວງ, ປະທານໂຄງການກໍ່ສ້າງຫໍທຳມະສະພາ ຝ່າຍພະສົງ ແລະທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນນໍາຂັ້ນສູງຂອງພັກ-ລັດ, ປະທານໂຄງການກໍ່ສ້າງຫໍທຳມະສະພາ ຝ່າຍຄາລະວາດ, ມີການນຳຂອງແຂວງ ແລະຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ແຂວງອັດຕະປື ມອບຫຼຽນກາລະນຶກ 50 ປີ

ວັນທີ 9 ກັນຍາ 2026, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ແລະ ເຜີຍແຜ່ໂຄງປະກອບກົງຈັກການຈັດຕັ້ງສະບັບປັບປຸງເພີ່ມຕື່ມ, ໂດຍມີ ສະ ຫາຍ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີບັນດາສະຫາຍຄະນະພັກ, ຄະນະນຳຂອງພະແນກ, ພະນັກງານນຳບຳນານຂອງພະແນກ, ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ໃນລະຫວ່າງວັນທີ 8-9 ກັນຍາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ໂດຍການເປັນປະທານຂອງ ທ່ານນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ເຂົ້າຮ່ວມມີບັນດາຮອງປະທານ ກວສຊ, ສະມາຊິກສະພາແຫ່ງຊາດປະຈຳການ (ກວສຊ), ນັກວິທະຍາກອນ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກຳມາທິການ ກວສຊ.
ເພີ່ມເຕີມ