ໂຄງການພັດທະນາອ່າງນໍ້າຫີນ ແຂວງອຸດົມໄຊ ເປັນແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ

ອຸດົມໄຊ ຈະສໍາຫຼວດອອກແບບໂຄງການພັດທະນາອ່າງນໍ້າຫີນເປັນແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ

ອຸດົມໄຊ ຈະສໍາຫຼວດອອກແບບໂຄງການພັດທະນາອ່າງນໍ້າຫີນເປັນແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ແລະ ສໍາຫຼວດອອກແບບ ໂຄງການພັດທະນາອ່າງນໍ້າຫີນ ແຂວງອຸດົມໄຊ ເປັນແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ

ລະຫວ່າງ ອົງການປົກຄອງແຂວງ ກັບ ບໍລິສັດ ນໍ້າຫີນວິວບໍລິການຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາຜ່ານມາ ຢູ່ທີ່ຫ້ອງປະຊຸມຮ້ານອາຫານສິງຫາ ເມືອງໄຊ ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີທ່ານ ສົມຄິດ ກັນສະໜິດ ເຈົ້າເມືອງ ເມືອງໄຊ, ພະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊຕ່າງໜ້າອົງການປົກຄອງແຂວງ, ອຳນວຍການບໍລິສັດ ນໍ້າຫີນວິວບໍລິການຄົບວົງຈອນ ຈຳກັດຜູ້ດຽວ, ປະທານສະພາການຄ້າແລະອຸດສາຫະກຳ ພ້ອມດ້ວຍ ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງໄຊ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການພັດທະນາອ່າງນໍ້າຫີນ ທີ່ຕັ້ງຢູ່ບ້ານນ້ຳອຸ່ນ ແລະ ບ້ານທ່າສະເລືອງ ເມືອງໄຊ ແຂວງອຸດົມໄຊ ເປັນແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ. ສຳລັບ ກິດຈະກຳທີ່ໂຄງການຈະພັດທະນາໃນເບື້ອງຕົ້ນລວມມີ: ຖະໜົນຄົນຍ່າງ, ຫ້າງສັບພະສິນຄ້າ, ພັດທະນາດອນຕ່າງໆເປັນບ່ອນລອຍນໍ້າ, ທີ່ພັກ ເປັນບັງກະໂລ, ຮ້ານບັນເທິງ, ຮ້ານເສີມຄວາມງາມ, ສະຫນາມເດັກຫຼີ້ນ - ສວນສະນຸກ, ສວນສາທາລະນະ - ສວນດອກໄມ້, ສວນໄມ້ໃຫ້ໝາກ, ສູນຟິດເນັດ, ສະໂມສອນຕີດອກປີກໄກ່, ສະໜາມໄດຣຟກອຟ ແລະ ບໍລິການລ່ອງເຮືອ.

ຕາງໜ້າຝ່າຍອົງການປົກຄອງແຂວງ ລົງນາມໂດຍ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ພ້ອມດ້ວຍ ບັນດາພະແນກການທີ່ກ່ຽວຂ້ອງ, ຝ່າຍ ບໍລິສັດ ລົງນາມໂດຍ ທ່ານ ນາງ ໝອນຄຳ ສຸກສິງຫາ ອຳນວຍການ ບໍລິສັດ ນໍ້າຫີນວິວບໍລິການຄົບວົງຈອນ ຈຳກັດຜູ້ດຽວ. ພາຍຫຼັງ ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັນແລ້ວ ທາງບໍລິສັດຈະໄດ້ດໍາເນີນການສໍາຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການຢ່າງລະອຽດ ເປັນຕົ້ນແມ່ນ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ຄວາມເປັນໄປໄດ້ທາງດ້ານສະພາບແວດລ້ອມ-ສັງຄົມຂອງໂຄງການ, ຄວາມເປັນໄປໄດ້ທາງດ້ານເນື້ອທີ່ດິນ ທີ່ຈະນໍາໃຊ້ເຂົ້າໃນການພັດທະນາການລົງທຶນ ເພື່ອພັດທະນາອ່າງນໍ້າຫີນ ເປັນແຫຼ່ງທ່ອງທ່ຽວ ທຳມະຊາດແບບຍືນຍົງ, ສ້າງສິ່ງອໍານວຍຄວາມສະດວກຕ່າງໆ ແລະ ດ້ານບໍລິການ ການທ່ອງທ່ຽວຄົບວົງຈອນ ຢູ່ເຂດອ່າງນໍ້າຫີນ, ຄວາມເປັນໄປໄດ້ທາງດ້ານສິ່ງແວດລ້ອມ ແລະ ຄວາມເປັນໄປໄດ້ໃນການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ (ໃນກໍລະນີທີ່ດີນນອນຢູ່ໃນໂຄງການ, ຜົນລະປູກ ແລະ ສິ່ງປຸກສ້າງ ຂອງປະຊາຊົນ) ແລະ ຄວາມເປັນໄປໄດ້ໃນການ ອອກແບບແຜນຜັງຂອງໂຄງການ.

(ຂ່າວ: ໄມພອນ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ໂດຍ: ວັນເພັງ ພູຜາມ່ານ (The rock viewpoint)ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດພູຫີນປູນທີ່ສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດຊີວະນາໆພັນທັງເປັນແຫຼ່ງທ່ອງທ່ຽວທີ່ເໝາະສໍາລັບນັກທ່ອງທ່ຽວທີ່ມັກຮັກໃນການພະຈົນໄພ,
ເພີ່ມເຕີມ