ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ
ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ອດມໄຊ ຈດກດຈະກຳວນເຕະບານ ຮາກຖານເຍາວະຊນ - image 1
 

ໃຫ້ກຽດເຂົ້າຮ່ວມໃນພິທີເປີດໂດຍມີ ທ່ານ ສີທອງ ທັນຂັນຕີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ພ້ອມດ້ວຍຄະນະສະຫະພັນກິລາບານເຕະແຂວງ, ຄູຝຶກ ແລະນັກກິລາເຍົາວະຊົນພາຍໃນເທດສະບານເມືອງໄຊເຂົ້າຮ່ວມ.

ໃນພິທີ, ທ່ານ ຄຳສຸກ ສະຣິດທິລາດ, ຮອງປະທານສະຫະພັນບານເຕະແຂວງອຸດົມໄຊ

ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງກິດຈະກຳໃນຄັ້ງນີ້ໂດຍມີຈຸດປະສົງຫຼັກເພື່ອພັດທະນາທັກສະພື້ນຖານກິລາບານເຕະໃຫ້ແກ່ເຍົາວະຊົນຢ່າງຖືກຕ້ອງຕາມຂັ້ນຕອນ,ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຄູຝຶກພາຍໃນແຂວງ.ນອກຈາກການເຝິກຝົນທາງດ້ານເຕັກນິກແລ້ວ,ກິດຈະກຳນີ້ຍັງແນໃສ່ສົ່ງເສີມໃຫ້ເຍົາວະຊົນມີສຸຂະພາບແຂງແຮງ, ສ້າງຄວາມຮັກແພງສາມັກຄີ,ມີນ້ຳໃຈນັກກິລາ ແລະ ທີ່ສຳຄັນແມ່ນເພື່ອໃຫ້ເຂົາເຈົ້າຫ່າງໄກຈາກສິ່ງເສບຕິດ ແລະປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ປະທານໃນພິທີ ຍັງໄດ້ເນັ້ນໜັກຕື່ມວ່າ: ກິລາເຕະບານແມ່ນກິລາທີ່ມວນຊົນຊາວແຂວງອຸດົມໄຊໃຫ້ຄວາມນິຍົມສູງ ແລະ ມີການຂະຫຍາຍຕົວຢ່າງກວ້າງຂວາງແຕ່ຂັ້ນແຂວງລົງຮອດຮາກຖານ. ດັ່ງນັ້ນ, ການຈັດກິດຈະກຳຄັ້ງນີ້ຈຶ່ງເປັນໂອກາດດີໃນການຄັດເລືອກເອົານັກກິລາຜູ້ທີ່ມີພອນສະຫວັນ ເພື່ອນຳມາບຳລຸງສ້າງໃຫ້ກາຍເປັນນັກກິລາຕົວແທນຂອງແຂວງ ກໍຄືທີມຊາດໃນຊຸມປີຕໍ່ໜ້າ. ພ້ອມທັງໄດ້ຮຽກຮ້ອງໃຫ້ຄູຝຶກ ແລະ ນັກກິລາທຸກຄົນຈົ່ງພ້ອມກັນເອົາໃຈໃສ່ຝຶກຊ້ອມ ແລະ ປະຕິບັດຕາມລະບຽບວິໄນຢ່າງເຂັ້ມງວດ ເພື່ອເຮັດໃຫ້ວົງການກິລາເຕະບານຂອງແຂວງອຸດົມໄຊ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງກວ່າເກົ່າ.ຂ່າວ: ແສງອາທິດ

ຄໍາເຫັນ

ຂ່າວສືກສາ-ກິລາ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ຍົກລະດັບຄຸນນະພາບຄູ ເສີມສ້າງການສຶກສາລາວ

ຍົກລະດັບຄຸນນະພາບຄູ ເສີມສ້າງການສຶກສາລາວ

ໃນວັນທີ 18 ພຶດສະພາຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມ “ສ້າງຄວາມເຂັ້ມແຂງໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນໂມດູນ 1 ເພື່ອຍົກສູງຄວາມສາມາດຂອງບຸກຄະລາກອນດ້ານການສຶກສາ ແລະ ເສີມສ້າງຄຸນນະພາບການຮຽນ-ການສອນໃນໂຮງ ຮຽນໃຫ້ດີຂຶ້ນ ໂດຍເປັນກຽດຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນມີ ແກ້ວສະຫວັດ ຮັກສາການ ຜູ້ອໍານວຍການວິທະຍາໄລຄູຫຼວງພະບາງ, ທ່ານ ນາງ ຈັນສະໝຸດ ສຸກກະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການໄດ້ລາງວັນອັນດັບທີ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.
ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງ ໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 18-20 ພຶດສະພານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ສສກ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແຜນງານບີຄວາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ວົງການກິລາແລ່ນ-ລານຂອງ ສປປ ລາວ ສ້າງຊື່ສຽງໃນເວທີສາກົນອີກຄັ້ງ ເມື່ອນັກແລ່ນສາວທີມຊາດລາວ "ນາງ ລົດແກ້ວ ອິນທະກຸມມານ" ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການເຂົ້າເສັ້ນໄຊອັນດັບທີ 1 ໃນການແຂ່ງຂັນແລ່ນມາຣາທອນລາຍການໃຫຍ່ລະດັບພາກພື້ນ ລາຍການ “SuperSports 10 Mile Marathon” ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 17 ພຶດສະພາ ຜ່ານມາ.
ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ "Coke ສາມັກຄີ 4 ໂຮງຮຽນ" ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ, ດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ມິດຕະພາບອັນແໜ້ນແຟ້ນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 - 15 ພຶດສະພາ 2026, ທີ່ສະໝາມກິລາລ້ານຊ້າງສະເຕດ້ຽມ, ຊຶ່ງປີນີ້ເປັນຄັ້ງທີ III ທີ່ໄດ້ສ້າງເວທີແຫ່ງຄວາມຝັນແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດດ້ານກິລາຢ່າງເຕັມສ່ວນ. ໂດຍມີທ່ານ ຄຳແກ້ວ ມະຫາໄຊ ຮອງປະທານຄະນະກຳມະການ ປົກຄອງເມືອງ ຫາດຊາຍຟອງ,ທ່ານ ສົມສີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ , ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ,ທ່ານ ພະສິນ ປັນດີ ຜູ້ຈັດການ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ ພ້ອມດ້ວຍນັກຮຽນ ແລະ ນັກກິລາເຂົ້າຮ່ວມ.
ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ໃນວັນທີ 17 ພຶດສະພາຜ່ານມາ, ອະດີດນັກຮຽນມັດທະຍົມຫຼວງພະບາງຮຸ່ນປີ 1995-1996 ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະ ໂຮງຮຽນອຸດົມຫຼວງພະບາງເລກ 1 ໄດ້ພ້ອມກັນສ້າງກິດຈະກຳອະນາໄມຕົວເມືອງຫຼວງພະບາງ ໂດຍມີທ່ານ ສຸລິວົງ ແກ້ວປະທຸມ ອະດີດຄູສອນເປັນຜູ້ນຳພາ.
ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ອະດີດນັກສຶກສາ ແລະ ຜູ້ປະກອບການທຸລະກິດ ໄດ້ມອບອຸປະກອນການສຶກສາປະເພດຊຸດໂຕະຕັ່ງ ມູນຄ່າ 180,000,000 ກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອມອບຕໍ່ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 11 ພຶດສະພາຜ່ານມາ, ໂດຍການໃຫ້ກຽດກ່າວມອບຂອງທ່ານ ນາງ ນິວັນນາ ປະທານບໍລິສັດສຽວເຊິ້ງເຄຫະສະຖານ ແລະ ສຳຫຼວດຂຸດຄົ້ນບໍ່ແຮ່ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນການຊຸກຍູ້ແກ່ນ້ອງນັກຮຽນທີ່ມີຄວາມຫ້າວຫັນປະກອບສ່ວນໃນການຮໍ່າຮຽນ, ໃນວັນທີ 5 ພຶດສະພາຜ່ານມານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນຄໍາມ່ວນ ໄດ້ມອບເງິນ ໃຫ້ນັກຮຽນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026.
ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ວັນທີ 5 ພຶດສະພານີ້, ທີ່ໂຮງຮຽນ ມສ ໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີມອບ--ຮັບທຶນປະກອບສ່ວນສ້ອມແປງສະໂມສອນ ແລະ ອຸປະກອນການສຶກສາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ອະດີດຮອງເລຂາພັກແຂວງ ແລະ ທ່ານ ນາງ ຄຳພູ ລິດທິສັກ ອະດີດເຈົ້າເມືອງໆໂຂງ ໃນນາມຕົວແທນສິດເກົ່າອຸດົມໂຂງ. ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມ ມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ