ອຸດົມໄຊກຽມຈັດງານບຸນປະເພນີບັນດາເຜົ່າສົ່ງເສີມປີທ່ອງທ່ຽວລາວ 2024

ອຸດົມໄຊກຽມຈັດງານບຸນປະເພນີບັນດາເຜົ່າສົ່ງເສີມປີທ່ອງທ່ຽວລາວ 2024
ແຂວງອຸດົມໄຊກຽມຈັດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ໂດຍຈະມີກິດຈະກຳຫຼາຍຢ່າງເປັນຕົ້ນແມ່ນວາງສະແດງ ແລະ ຈໍາໜ່າຍສິນຄ້າ; ຈັດການປະກວດຜະລິດຕະພັນກະສິກໍາ ເຊັ່ນ: ງົວງາມ ແລະ ພືດຜົນຜະລິດກະສິກໍາຕ່າງໆ;ຮັບຊົມກິດຈະກໍາຕ່າງໆ ຂອງ 4 ເຜົ່າຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄຕດໍາ ແລະ ເຜົ່າຫໍ້ ແລະກິດຈະກຳອື່ນໆອີກ.
ທ່ານບຸນຄົງຫຼ້າຈຽມພອນເຈົ້າແຂວງອຸດົມໄຊ ຖະແຫຼງກ່ຽວກັບການກະກຽມຈັດງານບຸນປະເພນີດັ່ງກ່າວວ່າ: ໃນລະຫວ່າງ ວັນທີ16–20ມັງກອນ ປີ 2024ອົງການປົກຄອງແຂວງອຸດົມໄຊ ຈະໄດ້ຈັດງານບຸນປະເພນີບັນດາເຜົ່າ ຂຶ້ນຢ່າງເປັນທາງການ ຢູ່ເດີນສະໜາມກິລາແຂວງ ເທດສະບານເມືອງໄຊແຂວງອຸດົມໄຊ.
ທ່ານເຈົ້າແຂວງອຸດົມໄຊກ່າວອີກວ່າ: ແຂວງອຸດົມໄຊ ເປັນແຂວງໜຶ່ງ ທີ່ຕັ້ງຢູ່ໃຈກາງບັນດາແຂວງ 5 ແຂວງພາກເໜືອ ຂອງ ສປປລາວ, ມີເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັບບັນດາແຂວງພາກເໜືອ ແລະ ເຊື່ອມຕໍ່ອອກໄປສູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ສປ ຈີນ. ພິເສດ ແມ່ນມີເສັ້ນທາງລົດໄຟລາວ-ຈີນຜ່ານ 3 ເມືອງ ແລະມີ 3 ສະຖານີ, ມີສາຍການບິນພາຍໃນປະເທດ ຊຶ່ງມີຄວາມສະດວກຂຶ້ນຫຼາຍ ໃນການເດີນທາງເຂົ້າມາແຂວງອຸດົມໄຊ.
ແຂວງອຸດົມໄຊ ເປັນແຂວງພູດອຍ, ປະກອບມີ12 ຊົນເຜົ່າ ດໍາລົງຊີວິດຢູ່ຮ່ວມກັນ ຊຶ່ງແຕ່ລະເຜົ່າລ້ວນແຕ່ມີວັດທະນະທໍາຮີດຄອງປະເພນີອັນດີງາມ, ພາສາປາກເວົ້າທີ່ເປັນເອກະລັກສະເພາະຂອງຕົນເອງ.ພ້ອມນີ້ ກໍມີແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທີ່ມີຊື່ສຽງເຊັ່ນ:ສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລະປ່າ, ຖໍ້າຈອມອອງ, ວັດພຣະເຈົ້າສິງຄໍາ ເມືອງຫຼາ ຊຶ່ງມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ່ອງທ່ຽວ ນັບມື້ນັບຫຼາຍຂຶ້ນ ຕາມຄໍາຂວັນທີ່ວ່າ: “ທ່ຽວແຂວງອຸດົມໄຊ ໄປຊົມທໍາມະຊາດນໍ້າກັດຍໍລະປ່າ, ຊົມວັດທະນະທໍາບັນດາເຜົ່າ,ໄຫວ້ພຣະເຈົ້າສິງຄໍາ, ດື່ມນໍ້າຊາພັນປີ,  ຂີ່ເຮືອຊົມທໍາມະຊາດແມ່ນໍ້າຂອງ”.
ງານບຸນປະເພນີບັນດາເຜົ່າຄັ້ງນີ້ປະກອບມີ: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕດໍາ ຊຶ່ງຜ່ານມາເຄີຍຈັດໃນໄລຍະເວລາ ໃກ້ຄຽງກັນ ຈັດພໍໃຜພໍລາວ ມາຈັດຮ່ວມກັນເປັນງານໃຫຍ່ເອີ້ນວ່າ: ງານບຸນປະເພນີ ບັນດາເຜົ່າ.
ສຳລັບຈຸດປະສົງ ແລະ ເປົ້າໝາຍ ຂອງການຈັດງານໃນຄັ້ງນີ້ ເພື່ອເປັນການ ສົ່ງເສີມ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວ, ທ່ອງທ່ຽວດ້ານວັດທະນະທໍາ, ທໍາມະຊາດ ຢູ່ແຂວງອຸດົມໄຊ ໃນປີ 2024 ໃຫ້ຫຼາຍຂຶ້ນ;ເພື່ອເປັນການສົ່ງເສີມ, ປົກປັກຮັກສາ, ອະນຸລັກຮັກສາ ວັດທະນະທໍາຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ພ້ອມທັງເປັນການເຕົ້າໂຮມຄວາມສາມັກຄີ ປອງດອງບັນດາເຜົ່າ ພາຍໃນແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ;ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ, ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີ ແລະ ວັນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100ປີ.
ພາຍໃນງານຈະມີກິດຈະກຳຫຼາຍຢ່າງເປັນຕົ້ນງານວາງສະແດງ ແລະ ຈໍາໜ່າຍສິນຄ້າ, ຕະຫຼາດນັດຈາກພາຍໃນ ແລະ ຕ່າງປະເທດ;ຈັດການປະກວດຜະລິດຕະພັນກະສິກໍາ ເຊັ່ນ: ງົວງາມ ແລະ ພືດຜົນຜະລິດກະສິກໍາຕ່າງໆ;ຊົມບັນດາກິດຈະກໍາຕ່າງໆ ຂອງ 4 ເຜົ່າຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄຕດໍາ ແລະ ເຜົ່າຫໍ້ ຊຶ່ງສະແດງເຖິງວັດທະນະທໍາ, ວິຖີດໍາລົງຊີວິດ, ຮີດຄອງປະເພນີ ອັນດີງາມຂອງບັນດາເຜົ່າ; ຊົມການສະແດງງານຄອນເສີດ ນັກຮ້ອງທີ່ມີຊື່ສຽງ ຈາກພາຍໃນ ແລະ ຕ່າງປະເທດ ຕິດພັນກັບການປະກວດ ນາງສາວປີທ່ອງທ່ຽວແຂວງອຸດົມໄຊ 2024.
ພິທີເປີດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ປີ 2024 ຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນວັນທີ 18ມັງກອນ 2024.
ຂໍ້ມູນຈາກ: ແຂວງອຸດົມໄຊ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ