![]() |
ໃນພິທີ, ໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈາກທ່ານ ໄຊຊະນະ ໂຄດພູທອນ ແລະ ທ່ານຮອງຫົວໜ້າກົມວຽກງານສະມາຊິກສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 199/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ໄຊຊະນະ ໂຄດພູທອນ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ; ຈາກນັ້ນ, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ປະທານ ແລະ ຮອງປະທານ ຄສຊ.
![]() |
ທ່ານ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ພ້ອມທັງເນັ້ນໜັກໃຫ້ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ຄະນະພັກ, ອົງການປົກຄອງແຂວງ ຢ່າງປົກກະຕິ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການລົງທຶນທີ່ພວມຈັດຕັ້ງປະຕິບັດຢູ່ເຂດເລືອກຕັ້ງຂອງຕົນ ທີ່ສົ່ງຜົນກະທົບໂດຍກົງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການສ້າງ ແລະ ປັບປຸງນິຕິກໍາຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ.
![]() |
ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງ ສສຊ-ສສຂ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ.
ຂ່າວ: ແຂວງຄຳມ່ວນ



ຄໍາເຫັນ