![]() |
ກອງປະຊຸມ ໄດ້ຮັບຟັງການຜ່ານທິດທາງປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນ, ຜ່ານມະຕິຂອງສະພາປະຊາຊົນ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງແຂວງ, ເມືອງ. ໃນໂອ້ກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສວ່ນໄດ້ປະກອບຄຳຄິດເຫັນ ເພຶ່ອເຮັດໃຫ້ວຽກງານ ການໂຮມ, ຍຸບ, ໂອນບາງວຽກງານຫ້ອງການໄດ້ບັນລຸຕາມຄາດໝາຍຮັບປະກັນຄວາມຖືກຕ້ອງສອດຄອງກັບນິຕິກຳທີໄດ້ກຳນົດໄວ້. ຈາກນັ້ນ, ທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 1390, 1391, 1392 ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກໍາມະການປົກຄອງເມືອງພຽງ. ເຈົ້າແຂວງ ໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງ, ແຕ່ງຕັ້ງ ທ່ານ ກອງໄຊ ໄຊຍະລາດ ແລະ ທ່ານ ບຸນທະວີ ຊົງເຮີ ເປັນຮອງປະທານຄະນະກໍາມະການປົກຄອງເມືອງ.
ຕອນທ້າຍ, ທ່ານ ທ່ານ ດວງຕາ ໄຊວຸດ ໄດ້ເນັ້ນໃຫ້ຄະນະພັກອົງການປົກຄອງເມືອງ ກໍຄືຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນເມືອງໃຫ້ເອົາໃຈໃສ່ໃນການຊັບຊ້ອນ ແລະ ມອບວຽກງານໃຫ້ຖືກ ຕາມຄວາມຮູ້ຄວາມສາມາດຂອງບຸກຄະລາກອນ, ຫັນເອົາພະນັກງານລົງສູ່ຮາກຖານ ແລະ ຕາແສງ, ເອົາໃຈໃສ່ເພີ່ມຄວາມສາມັກຄີໃຫ້ເປັນປືກແຜ່ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ປະເມີນຄືນທຸກໜ້າທີ່ວຽກງານໃນການໂຮມຫ້ອງການ ແລະ ບາງວຽກງານ ໃຫ້ຮັບປະກັນມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໜ້າທີການເມືອງຂອງແຕ່ລະຫ້ອງການໃຫ້ດີຂຶ້ນເປັນກ້າວໆ.
(ຂ່າວ: ວົງສະຫວັນ ສຸທິໂວຫານ)
ຄໍາເຫັນ