ທ່ານ ພຸດທະວົງ ມີໄຊຜົນ ຮອງຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຄະນະປະຈຳພັກແຂວງວຽງຈັນ ຕົກລົງບົ່ງຕົວແຕ່ງຕັ້ງ ທ່ານ ຍົມສອນ ຄຳມະສີ ເປັນຮອງເລຂາໜ່ວຍພັກສະຫະພັນນັກຮົບເກົ່າແຂວງວຽງຈັນ, ເປັນຄະນະບໍລິຫານງານ ຮອງປະທານສະຫະພັນນັກຮົບເກົ່າແຂວງ.
ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ພອນແກ້ວ ຂຸນພົນ ເຊິ່ງທ່ານໄດ້ເນັ້ນບາງບັນຫາເປັນຕົ້ນ ໃຫ້ຄະນະພັກ, ຄະນະນຳ, ພ້ອມດວຍສະມາຊິກພັກ ພະນັກງານ ສະຫະພັນນັກຮົບເກົ່າແຂວງ ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ, ກຳແໜ້ນແນວທາງ ແລະ ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮູ້ຈັກແຍກມິດ-ສັດຕູ ຢ່າງຈະແຈ້ງ; ປະຕິບັດແນວທາງພັກ ແລະ ກົດໝາຍລັດຢ່າງເຄັ່ງຄັດ, ຮັກສາຄວາມສາມັກຄີພາຍໃນ. ປັບປຸງວິທີເຮັດວຽກ ໂດຍຍຶດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເພີ່ມທະວີການປະສານງານ ກັບພະແນກ ແລະ ອົງການທຸກຂັ້ນ ເພື່ອຄຸ້ມຄອງສິດ ແລະ ຜົນປະໂຫຍດຂອງສະຫະພັນນັກຮົບເກົ່າ, ພ້ອມທັງສ້າງໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ຂະຫຍາຍ ແລະ ພັດທະນາສະຫະພັນນັກຮົບເກົ່າ ໃຫ້ເປັນກຳລັງຫຼັກໃນການເສີມສ້າງຄວາມສາມັກຄີ, ຖ່າຍທອດແນວຄິດການເມືອງໃຫ້ຮຸ້ນຫຼັງ, ນຳໃຊ້ຄວາມຮູ້ ແລະ ປະສົບການເຂົ້າໃນການພັດທະນາອົງການ, ເສດຖະກິດ-ສັງຄົມ ແລະ ປະເທດຊາດ ໃຫ້ຈະເລີນກ້າວໜ້າ.(ຂ່າວ:ແຂວງວຽງຈັນ)
ຄໍາເຫັນ