ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກຂອງໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນ

ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກຂອງໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນ
ພິທີປະກາດບົ່ງຕົວເລຂາ, ຮອງເລຂາໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດ (ຄສສ) ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄຳສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ, ເຂົ້າຮ່ວມມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະຫາຍ ຈັນທະຄອນ ອ່ອນມະນີສອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ພະນັກງານ - ລັດຖະກອນພາຍໃນ ຄສສ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ບຸນສຸກ ພາມີໂຊກ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຂຶ້ນຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ປະກອບມີຫົວໜ້າ 1 ທ່ານ, ຮອງ 1 ທ່ານ, ມີ 3 ຂະແໜງ ມີພະນັກງານທັງໝົດ 11 ທ່ານ ຍິງ 5 ທ່ານ, ເປັນພະນັກງານ-ລັດຖະກອນ 8 ທ່ານ ຍິງ 2 ທ່ານ, ພະນັກງານ 95% ມີ 1 ທ່ານ, ພະນັກງານອາສາສະໝັກ 2 ທ່ານ, ມີສະມາຊິກພັກສົມບູນ 5 ສະຫາຍ, ໃນນັ້ນ ມີປະລິນຍາໂທ 3 ທ່ານ, ປະລິນຍາຕີ 6 ທ່ານ ແລະ ຊັ້ນສູງ 2 ທ່ານ.
ເປັນເສນາທິການໃຫ້ແກ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ກະຊວງແຜນການ ແລະ ການລົງທຶນ) ແລະ ອົງການປົກຄອງແຂວງຄໍາມ່ວນ ໃນການຄົ້ນຄວ້າສັງລວມ, ສົ່ງເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ເພື່ອພັດທະນາໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ - ລັດ ແລະ ລະບຽບກົດໝາຍທີ່ວາງອອກໃນແຕ່ລະໄລຍະ. ນອກຈາກນັ້ນ ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 9 ເດືອນຜ່ານມາຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາວຽກງານຕ່າງໆເຂົ້າໃນການພັດທະນາເຂດເສດຖະກິດພິເສດທ່າແຂກ ແລະ ທິດທາງ 3 ເດືອນທ້າຍປີ 2023 .
ຈາກນັ້ນ, ສະຫາຍ ທ່ານ ນິກອນ ພົມວົງສາ ຫົວໜ້າຂະແໜງກໍ່ສ້າງພັກ ຄະນະຈັດຕັ້ງ ແຂວງຄຳມ່ວນ ຂຶ້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງ ຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ທັງນີ້ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຮອງເລຂາ ໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ສະບັບເລກທີ 32/ຄປຈ ຄມ ລົງວັນທີ 5 ກັນຍາ 2023 ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ຈັນທະຄອນ ອ່ອນມະນີສອນ ເປັນເລຂາໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ແລະ ສະຫາຍ ບຸນສຸກ ພາມີໂຊກ ເປັນຮອງເລຂາໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຊຸດໃໝ່.
ສະຫາຍ ຄຳສອນ ອ້ວນທະວີ ກໍໄດ້ມີຄໍາຄິດເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ເນັ້ນໃຫ້ຄະນະ ໜ່ວຍພັກຊຸດໃໝ່ຈົ່ງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຕົ້ນແມ່ນການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນ ແລະ ພ້ອມກັນແກ້ໄຂວຽກງານທີ່ຍັງຄົງຄ້າງໃຫ້ລຸລ່ວງໄປດ້ວຍດີ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ