ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ

ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ

ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ
ພິທີປະກາດຍົກລະດັບໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນເປັນ ວິທະຍາໄລ ເຕັກນິກວິຊາຊີບ ໄດ້ຈັດຂຶ້ນໃນວັນທີ 22 ພືດສະພາ 2026 ນີ້ ທີ່ເດີ່ນໂຮງຮຽນແຫ່ງດັ່ງກ່າວ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ, ມີບັນດາຕາງໜ້າພະແນກການອ້ອມຂ້າງແຂວງ ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ປະກາດຍກລະດບໂຮງຮຽນ ເຕກນກວຊາຊບແຂວງບລຄຳໄຊ ຂນເປນວທະຍາໄລ ເຕກນກວຊາຊບ - image 1
 

ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ຕັ້ງຢູ່ບ້ານຫ້ວຍຄູນ, ເມືອງບໍລິຄັນ, ແຂວງບໍລິຄໍາໄຊ ຫ່າງຈາກໃຈກາງຕົວເມືອງປາກຊັນ 12 ກິໂລແມັດ, ມີເນື້ອທີ່ທັງໝົດ 167,625 ຕາແມັດ, ສ້າງຕັ້ງຂຶ້ນເມື່ອ ວັນທີ 25 ກັນຍາ 2002 ຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1458 ປັດຈຸບັນ ມີຄູສອນທັງໝົດ 58 ຄົນ, ຍິງ 25 ຄົນ, ມີລະດັບການສຶກສາປະລິນຍາໂທ 6 ຄົນ, ປະລິນຍາຕີ 30 ຄົນ, ຍິງ 15 ຄົນ, ຊັ້ນສູງ 19 ຄົນ, ຍິງ 7 ຄົນ, ຊັ້ນກາງ 3 ຄົນ, ຍິງ 3 ຄົນ, ມີນັກສຶກສາທັງ

ໝົດ 748 ຄົນ, ຍິງ 305 ຄົນ, ໃນນັ້ນມີສາມັນວິຊາຊີບຄູ່ຂະໜານ 472 ຄົນ, ຍິງ 241 ຄົນ.

ນັບແຕ່ສົກປີ 2020-2026 ເປັນຕົ້ນມາ ພາຍໃນໂຮງຮຽນ ໄດ້ຈັດຕັ້ງປະຕິບັດ ຫຼັກສູດການຮຽນ-ການສອນ ມີ 11 ສາຂາອາຊີບ ຄື: ສ້ອມແປງເຄື່ອງຈັກລົດຍົນ, ຊ່າງສ້ອມແປງຕົວຖັງ ແລະ ສີລົດຍົນ, ສ້ອມແປງເຄື່ອງເຢັນ-ເຄື່ອງປັບອາກາດ, ປຸງແຕ່ອາຫານ ແລະ ບໍລິການເຄື່ອງດື່ມ, ຊ່າງກໍ່-ໂບກ, ຊ່າງເຟີນີເຈີ, ການບັນຊີ, ການລ້ຽງສັດນ້ຳ, ການລ້ຽງສັດປີກ, ການປູກພືດເສດຖະກິດ, ການປູກໄມ້ໃຫ້ໝາກ, ລວມນັກສຶກສາທີ່ເຂົ້າຮຽນ ແລະ ຈົບຈາກວິທະຍາໄລ ແຕ່ປີ 2002-2026 ມີຈໍານວນທັງໝົດ 9,390 ຄົນ, ຍິງ 4,178 ຄົນ.

ນອກຈາກນີ້ ໂຮງຮຽນແຫ່ງດັ່ງກ່າວ ໄດ້ມີການຮ່ວມມືດ້ານວິຊາການ MOU ກັບພາກລັດ 2 ແຫ່ງ ແລະ ພາກເອກກະຊົນ 42 ແຫ່ງ ແລະ ຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ເຊິ່ງການຮ່ວມມືແມ່ນກ່ຽວກັບການຈັດຝຶກອົບຮົມ, ການສ້າງຫຼັກສູດ, ການຈັດການຮຽນ-ການສອນແບບຄວບຄູ່ ພ້ອມທັງສົ່ງນັກສຶກສາລົງຝຶກງານ - ຍົກລະດັບບຸກຄະລາກອນ, ການຊ່ວຍເຫຼືອດ້ານວິຊາການອື່ນໆ. ເຊິ່ງວິໃສທັດແຜນພັດທະນາ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ປີ 2026-2030 ແມ່ນຈັດຕັ້ງປະຕິບັດພາຍໃຕ້ສະໂລແກນທີ່ວ່າ ຮຽນດີ ມີວິໄນ ມຸ້ງຫວັງກ້າວໄກໃນອາຊີບ; ມຸງໝັ່ນສ້າງກຳລັງແຮງງານ ໃຫ້ມີຄຸນນະພາບ ມີທັກສະສີມືເປັນເລີດ ແລະ ສອດຄ່ອງກັບຕະຫຼາດແຮງງານ. ພ້ອມນີ້ ໃນຕ້ອນທ້າຍຂອງພິທີ ຍັງໄດ້ຮັບຟັງການຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5682 ວ່າດ້ວຍການຍົກລະດັບສະຖານະ ໂຮງຮຽນ ເຕັກນິກວິຊາຊີບ ແຂວງບໍລິຄໍາໄຊ ຂຶ້ນເປັນ ວິທະຍາໄລ ເຕັກນິກ - ວິຊາຊີບ ໃຫ້ກຽດມອບຂໍ້ຕົກລົງໃນຄັ້ງນີ ໂດຍແມ່ນ ທ່ານ ນາງ ດາລາວອນ ກິດຕິພັນ ແລະ ຮັບໂດຍ ທ່ານ ຄໍາແວ່ນ ປັນຍານຸວົງ ອໍານວຍການ ວິທະຍາໄລ ເຕັກນິກ - ວິຊາຊີບ ແຂວງບໍລິຄໍາໄຊ. ຫຼັງຈາກນັ້ນ ບັນດາຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມ ຍັງໄດ້ພ້ອມກັນຮ່ວມຕັດແຖບຜ້າ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການປະກາດຢັ້ງຢືນ ໃນການປະການ ຍົກລະດັບ ໂຮງຮຽນ ເຕັກນິກວິຊາຊີບ ຂຶ້ນເປັນ ວິທະຍາໄລ ເຕັກນິກວິຊາຊີບ ແຂວງບໍລິຄໍາໄຊ ຂຶ້ນຢ່າງເປັນທາງການ. ຂ່າວ: ສຸກທະວີ - ພາບ: ຄຳຟອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ໃນວັນທີ 1 ຕຸລານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ແມ່ນມີຄວາມສຳຄັນໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະ ລະບຽບວິໄນໃນການດໍາລົງຊີວິດຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະບົບປະລິນຍາໂທຮຸ່ນທີ 22 ຈຳນວນ 118 ທ່ານ ຍິງ 38 ທ່ານ, ລະບົບປະລິນຍາຕີຮຸ່ນທີ27 ຈຳນວນ 48 ທ່ານ ຍິງ 4 ທ່ານ, ລະບົບປະລິນຍາຕີຕໍ່ເນື່ອງຮຸ່ນທີ 16 ຈຳນວນ 45 ທ່ານ ຍິງ 11ທ່ານ.
ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ໄກ້ຈະຈົບລົງແລ້ວ ໂດຍຜົນການແຂ່ງຂັນເຕະບານຊາຍຮອບຮອງຊະນະເລີດ ຄູ່ລະຫວ່າງທີມຊາດ ຍີ່ປຸ່ນ ພົບກັບ ທີມຊາດອຸສະເບກິສຖານ ລົງສະໜາມ 90 ນາທີ ສະເໝີກັນ 1 – 1, ຕ້ອງຕໍ່ເວລາ 120 ນາທີ ຍັງສະເໝີກັນ 1 – 1 ຊຶ່ງຕ້ອງຕັດສິນດ້ວຍການເຕະລູກໂທດເພື່ອຫາຜູ້ຊະນະເຂົ້າໄປຊີງຊະນະເລີດ, ຜົນປະກົດວ່າ ທີມຊາດຍີ່ປຸ່ນເຈົ້າພາບຍິງໄດ້ແນ່ນອນກວ່າ 9 – 8 ປະຕູ, ເຮັດໃຫ້ທີມເຈົ້າພາບຜ່ານເຂົ້າໄປຊີງຫຼຽນຄຳ ໄປພົບກັນທີມຊາດ ສເກົາຫຼີ ທີ່ເອົາຊະນະທີມຊາດຈີນ ໃນຮອບຮອງຊະນະເລີດ 2 – 1 ປະຕູ. ສ່ວນທີມຊາດຈີນ ໄປຊີງທີ 3 ກັບ ອຸສະເບກິສຖານ ໂດຍທັງ 2 ຄູ່ຈະລົງແຂ່ງໃນວັນທີ 3 ຕຸລານີ້. ສໍາລັບຄູ່ຊີງຊະນະເລີດ ຫຼື ຊີງຫຼຽນຄຳ ຈະແຂ່ງຂັນກັນໃນເວລາ 13:00 ໂມງ ແລະ ຄູ່ຊີງທີ 3 ຫຼື ຊີງຫຼຽນທອງ ຈະແຂ່ງໃນເວລາ 17:30 ໂມງ ຂອງວັນທີ 3 ຕຸລາ 2026.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ເພີ່ມເຕີມ