ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ

ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ

ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ
ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນຕອນເຊົ້າວັນທີ 21 ພະຈິກນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ

 ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ - ຄະນະບັນຊາ, ພະນັກງານຫຼັກແຫຼ່ງອົງການ 6 ຫ້ອງ, ກອງບັນຊາການທະຫານນະຄອນ ຫຼວງພະບາງ, ກອງພັນນ້ອຍ 415, ໂຮງຮຽນການທະຫານທ້ອງຖິ່ນ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງທະຫານແຂວງ ຂຶ້ນຜ່ານຂໍ້ຕົກລົງເລກທີ 6528 ຂອງກະຊວງປ້ອງກັນປະເທດ, ລົງວັນທີ 25 ຕຸລາ 2024 ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູກອງບັນຊາການທະຫານແຂວງຫຼວງພະບາງ ພັກການກຽມຮັບບໍານານ, ໂດຍປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43 ຂອງສະພາແຫ່ງຊາດ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບບໍານານຂອງນາຍທະຫານ, ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ສະຫາຍ ພັນໂທ ບຸນລຽງ ລໍວັນຄຳ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ ພັກການກຽມຮັບບໍານານ, ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງເລກທີ 6527 ຂອງກະຊວງປ້ອງກັນປະເທດ, ລົງວັນທີ 25 ຕຸລາ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງເສນາທິການທະຫານແຂວງ, ຊຶ່ງໃນນີ້ ໄດ້ແຕ່ງຕັ້ງສະຫາຍ ພັນໂທ ຈັນເພັງ ໄຊອຸດົມ ເປັນຮອງຫົວໜ້າຫ້ອງເສນາທິການທະຫານແຂວງ, ໂດຍປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43 ຂອງສະພາແຫ່ງຊາດ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ ll ໝວດທີ 4 ມາດຕາ 26 ວ່າດ້ວຍແຕ່ງຕັ້ງ, ຍົກບ້ານນາຍທະຫານ, ພິທີຍັງໄດ້ແຕ່ງຕັ້ງສະຫາຍ ພັນໂທ ຄຳມອນ ສຸວັນຄຳ ເປັນຮອງຫົວໜ້າພະແນກການທະຫານທ້ອງຖິ່ນ ແລະ ໄດ້ແຕ່ງຕັ້ງສະຫາຍ ພັນຕີ ບຸນແພງ ທະລາດລີ ຊ່ວຍວຽກພະແນກຕີພິເສດ, ສະຫາຍ ພັນຕີ ອຳໄພວັນ ໂພທິວັນ ຊ່ວຍວຽກພະແນກສູ້ຮົບ ແລະສະຫາຍ ຮ້ອຍເອກ ແກ້ວພະກອນ ມະນີວົງ ຊ່ວຍວຽກພະແນກອົບອົມ.

ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ໄດ້ໂອ້ລົມຍົກໃຫ້ເຫັນຄວາມຈໍາເປັນພາວະວິໄສໃນການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່, ຊຶ່ງເປັນກົດເກນແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງນາຍທະຫານ, ເປັນການປັບປຸງບູລະນະກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງໜັກແໜ້ນຮອບດ້ານ, ຕອບສະໜອງຕາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມທັງເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຍົກສູງບົດບາດຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ປັບປຸງແບບແຜນນໍາພາ - ບັນຊາ ແລະ ວິທີເຮັດວຽກໃຫ້ມີຄວາມເປັນເອກະພາບ, ເປັນໝູ່ຄະນະ ຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງຮອບດ້ານ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນສົມບັດ, ສິນທໍາປະຕິວັດ ແລະ ສຸມສະຕິປັນຍາປະກອບສ່ວນສ້າງກົມກອງກ້າວຂຶ້ນສູ່ກອງທັບປະຕິວັດ, ທີມີລະບຽບແບບແຜນ.

(ຂ່າວ: ສົມພອນ ສຸວັນທອນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ