![]() |
ໃນພິທີ, ໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ຈາກທ່ານ ສອນທະນູ ທຳມະວົງ ແລະ ທ່ານຮອງຫົວໜ້າກົມວຽກງານສະມາຊິກສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະ ບັບເລກທີ 191/ຄປຈ, ລົງວັນທີ 8/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ສອນທະນູ ທຳມະວົງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ທ່ານ ໄຊອຳພອນ ສີຫາວົງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ; ຈາກນັ້ນ, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ປະທານ ແລະ ຮອງປະທານ ຄສຊ.
![]() |
ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ພ້ອມທັງເນັ້ນໜັກໃຫ້ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ຄະນະພັກ, ອົງການປົກຄອງແຂວງຢ່າງປົກກະຕິ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການລົງທຶນທີ່ພວມຈັດຕັ້ງປະຕິບັດຢູ່ເຂດເລືອກຕັ້ງຂອງຕົນ ທີ່ສົ່ງຜົນກະທົບໂດຍກົງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການສ້າງ ແລະ ປັບປຸງນິຕິກໍາຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ. ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງ ສສຊ - ສສຂ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະ ດວກໃຫ້ແກ່ການເຄື່ອນໄຫວ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ.
(ຂ່າວ: ນ. ກຸກກິກ ບຸດດາໄຊ ສພຊ)


ຄໍາເຫັນ