ເຂົ້າຮ່ວມເປັນປະທານໂດຍທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກສຶກສາແຂວງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ, ທ່ານ ອຸທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍລິຄໍາໄຊ, ຕົກລົງແຕ່ງຕັ້ງທ່ານ ດາວເຮືອງ ກອງສົມບັດ ຂຶ້ນເປັນຮອງຫົວໜ້າຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊຜູ້ໃໝ່.
ໂອກາດນີ້, ທ່ານເຈົ້າແຂວງ ໄດ້ກ່າວວ່າ: ການແຕ່ງຕັ້ງຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນການຍົກຍ້າຍປ່ຽນແທນໃນໜ້າທີ່ການງານແມ່ນກົດເກນຂອງພະນັກງານລັດຖະກອນ ແລະ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຫົວໜ້າ, ຮອງຫົວໜ້າພະແນກ ສກຂ ຜູ້ໃໝ່ ຕະຫຼອດຮອດພະນັກງານນຳພາ-ຄຸ້ມຄອງທຸກຂັ້ນ ໃຫ້ມີຄວາມສາມັກພາຍໃນ ແລະ ພາຍນອກ, ເພີ່ມທະວີຍົກສູງຄວາມຮັບຜິດຊອບໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານຂອງຕົນຮັບຜິດຊອບ ໂດຍສະເພາະແມ່ນວຽກງານສຶກສາພາຍໃນແຂວງບໍລິຄໍາໄຊ ໃຫ້ພົ້ນເດັ່ນຂຶ້ນເທື່ອລະກ້າວ.
(ຂ່າວ-ພາບ: ສີສຸພັນ)
ຄໍາເຫັນ