ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ, ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ, ມີພາກສ່ວນກ້ຽວຂ້ອງຂັ້ນແຂວງ ແລະ ບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 119/ອອປສ ລົງວັນທີ 17 ກຸມພາ 2025 ວ່າດ້ວຍການປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຕຽນຄຳ ຈິນດາວົງ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນເຂດ 1 ໄປປະຈໍາຢູ່ເມືອງປາກກະດິງ, ຜ່ານຂໍ້ຕົກລົງ ສະບັບເລກທີ 120/ອອປສ ລົງວັນທີ 17 ກຸມພາ 2025 ວ່າດ້ວຍການປະກາດຍົກຍ້າຍທ່ານ ບົວຄໍາ ພົມມະຈັນ ຫົວໜ້າໜ່ວຍງານຕິດຕາມກວດກາການດຳເນີນຄະດິແພ່ງອົງການໄອຍະການປະຊາຊົນເຂດ 1 ໄປປະຈໍາຢູ່ເມືອງປາກກະດິງ, ຜ່ານຂໍ້ຕົກລົງ ສະບັບເລກທີ 121/ອອປສ ແລະ 122 ລົງວັນທີ 17 ກຸມພາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ອໍາພອນ ລັກພະວິໄຊ, ທ່ານ ກັນຍາ ສົມພອນນະລັດ ແລະ ທ່ານ ສາຍຍັນ ສີວິໄລ ເປັນວີຊາການ ອົງການໄອຍະການປະຊາຊົນເຂດ 1 ໄປປະຈໍາຢູ່ເມືອງປາກກະດິງ.
ໃນໂອກາດດັ່ງກ່າວ, ອົງການໄອຍະການປະຊາຊົນສູງສຸດກໍໄດ້ມອບເຄື່ອງຮັບໃຊ້ຫ້ອງການ, ພ້ອມດ້ວຍງົບປະມານຮັບໃຊ້ບໍລິຫານ ແລະ ປື້ມກົດໝາຍຈໍານວນໜຶ່ງ ໃຫ້ແກ່ຫ້ອງການອົງການໄອຍະການປະຊາຊົນເຂດ 1 ປະຈໍາເມືອງປາກກະດິງ.
(ຂ່າວ: ວິຄຳ)
ຄໍາເຫັນ