ຄະນະບໍລິຫານງານພັກ ຫົວໜ້າກົມຕິດ ຕາມກວດກາຄ້າຍຄຸມຂັງ - ດັດສ້າງ

ປະກາດແຕ່ງຕັ້ງພະນັກງານອົງການໄອຍະການປະຊາຊົນ ເຂດ

ປະກາດແຕ່ງຕັ້ງພະນັກງານອົງການໄອຍະການປະຊາຊົນ ເຂດ
ໃນລະຫວ່າງວັນທີ 13-16 ສິງຫາ ຜ່ານມາ, ໂດຍປະຕິບັດຕາມທິດຊີ້ນໍາຂອງ ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດ ຕາມກວດກາຄ້າຍຄຸມຂັງ - ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ

 ທັງເປັນຜູ້ຊີ້ນໍາວຽກງານໄອຍະການຮອບດ້ານຢູ່ ສອງແຂວງພາກເໜືອ ຊຽງຂວາງ ແລະ ຫົວພັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ຊຶ່ງມີທ່ານ ຄໍາຫຼ້າ ທໍາມະວົງ ເລຂາໜ່ວຍພັກ ຫົວໜ້າອົງການໄອຍະການປະຊາຊົນແຂວງຊຽງຂວາງ ແລະ ພະນັກງານຈໍານວນໜຶ່ງຮ່ວມຕິດຕາມເຮັດວຽກໃນຄັ້ງນີ້.

ຈຸດປະສົງ ການລົງເຄື່ອນໄຫວ ແລະ ເຮັດວຽກຂອງຄະນະຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມພິທີປະກາດແຕ່ງຕັ້ງພະນັກງານ ອົງການໄອຍະການປະຊາຊົນເຂດ ໄປປະຈໍາຢູ່ 2 ເມືອງຄື: ເມືອງພູກູດ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ຄື: ທ່ານ ສຸກສາຄອນ ພອນທະວີໄຊ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ I ປະຈໍາເມືອງພູກູດ ພ້ອມດ້ວຍພະນັກງານວິຊາການ 4 ທ່ານ ແລະ ປະກາດແຕ່ງຕັ້ງ ທ່ານ ຕຸ້ຍ ວົງກອງຄໍາ ຫົວໜ້າຂະແໜງຕິດຕາມກວດກາທົ່ວໄປ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງໜອງແຮດ ພ້ອມດ້ວຍພະນັກງານວິຊາການ 4 ທ່ານ. ໂດຍມີ ທ່ານ ຄໍາພາ ພິລາວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງພູກູດ ແຂວງຊຽງຂວາງ, ທ່ານ ວັນໄຊ ກືຫວັງເນັ້ງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໜອງແຮດ ແຂວງຊຽງຂວາ ຫົວໜ້າພະແນກການຕ່າງໆ, ທະຫານ, ຕໍາຫຼວດອ້ອມຂ້າງເມືອງເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້.

ທ່ານ ບົວລີ ເພັດມີໄຊ ໄດ້ມີບາງຄໍາເຫັນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ທາງອໍານາດການປົກຄອງຂອງເມືອງ ທີ່ໄດ້ເອົາໃຈໃສ່ເອື້ອອໍານວຍຄວາມສະດວກຫຼາຍດ້ານເປັນຕົ້ນ ສະຖານທີ່ບ່ອນປະຈໍາການເຮັດວຽກ, ຫໍພັກ-ເຮືອນ ຄົວຂອງພະນັກງານ ແລະ ອື່ນໆ ຈາກນັ້ນ, ປະທານກອງປະຊຸມຍັງໄດ້ຊີ້ນໍາຕື່ມຕໍ່ຜູ້ມາປະຕິບັດໜ້າທີ່ໃໜ່ ຄວນເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໜາຍ ພ້ອມທັງຮັບປະກັນການປະຕິບັດໜ້າທີ່ ດ້ວຍຄວາມໂປ່ງໄສ, ຍຸຕິທໍາ ແລະ ຖືກຕ້ອງ ເພື່ອນໍາເອົາຜູ້ກະທໍາຜິດ ມາລົງໂທດຕາມກົດໝາຍ ແລະ ປົກປ້ອງສິດ, ຜົນປະໂຫດຍອັນຊອບທໍາ. ໃນໂອກາດດັ່ງກ່າວ ທ່ານ ບົວລີ ເພັດມີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ມອບເຄື່ອງຮັບໃຊ້ຫ້ອງການ, ງົບປະມານຮັບໃຊ້ບໍລິຫານ ແລະ ປຶ້ມກົດໝາຍຈໍານວນໜຶ່ງ ລວມມູນຄ່າ 65 ລ້ານກີບ/ເມືອງ ໃຫ້ແກ່ຫ້ອງການອົງການໄອຍະການປະຊາຊົນ ເຂດ I ປະຈໍາເມືອງພູກູດ ແລະ ອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງໜອງແຮດ ທີ່ສ້າງຕັ້ງຂຶ້ນໃໜ່ອີກດ້ວຍ.

(ຂ່າວ: ວົງເດືອນ ອອປສ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ