![]() |
ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມ ວສ-ປສ ການທະຫານ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະພາ ວສ-ປສ ການທະຫານຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4 ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ໃນນີ້, ຢູ່ກອງບັນຊາການທະຫານແຂວງອັດຕະປື ແຕ່ງຕັ້ງສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເປັນປະທານ, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ເປັນຮອງປະທານ, ສະຫາຍ ພັນໂທ ວົງວິໄລ ວົງສົມພູ ຫົວໜ້າພະແນກ ວສ-ປສ ການທະຫານ ເປັນຜູ້ປະຈຳການ ແລະ 11 ສະຫາຍເປັນຄະນະ; ຢູ່ກອງພົນທີ 4 ແຕ່ງຕັ້ງສະຫາຍ ພັນເອກ ເຂັມພອນ ມູນທະດີ ຫົວໜ້າການທະຫານ ກອງພົນ ເປັນປະທານ, ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນເປັນຮອງປະ ທານ, ສະຫາຍ ພັນໂທ ບຸນເລັ່ງ ສີຄຳລຽນ ຫົວໜ້າພະແນກ ວສ-ປສ ການທະຫານ ເປັນຜູ້ປະຈຳການ ແລະ 11 ສະຫາຍເປັນຄະນະ ແລະ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ ແຕ່ງຕັ້ງສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ເປັນປະທານ, ສະຫາຍ ພັນເອກ ຄູນສະໄໝ ລິນສັນຍາ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ເປັນຮອງປະທານ, ສະຫານ ອິນປົງ ຂຽວນວນຕາ ຫົວໜ້າພະແນກ ວສ-ປສ ການທະຫານ ເປັນຜູ້ປະຈຳການ ແລະ 11 ສະຫາຍເປັນຄະນະ. ໂອກາດນີ້, ໄດ້ຮັບການໂອ້ລົມຈາກສະຫາຍປະທານຕື່ມອີກ.
![]() |
ໂດຍ: ນາງ ພອນ ເພັດສຸລິນທອງ


ຄໍາເຫັນ