ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນວັນທີ 8 ກໍລະກົດຜ່ານມາທີ່ ເມືອງໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນທ້າວແຂວງໄຊຍະບູລີ ຄັ້ງທີ 5 ສະໄໝທີ VIII ໄດ້ເປີດຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ ເມືອງແກ່ນທ້າວໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ມີສະຫາຍ ຄຳເຫຼັກ ແກ້ວວິໄລພອນກຳມະການປະຈຳພັກແຂວງປະທານຄະນະກວດກາພັກແຂວງຜູ້ຊີ້ນຳເມືອງແກ່ນທ້າວ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄດ້ເປີດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະບໍລິຫານງານພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບພ.ຄລທ) ໄດ້ຈັດຕັ້ງພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ກໍລະກົດນີ້ ທີ່ ຄລທ.
ກອງບັນຊາການທະຫານແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 29 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 29 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.
ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຊຽງຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX ໄດ້ດຳເນີນໃນລະຫວ່າງ ວັນທີ 29-30 ມິຖຸນາ 2026 ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, 2 ກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີVII ໄດ້ເປີດຂຶ້ນ ໃນວັນທີ 29 ມິຖຸນາ 2026 ທີ່ ແຂວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອົງຄະນະພັກ ທະນາຄານແຫ່ງ ສປປ ລາວ (ຄພ.ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ທຫລ, ມີບັນດາສະຫາຍ ຄະນະບໍລິຫານງານພັກ ທຫລ, ຄະນະໜ່ວຍພັກ-ຄະນະຮາກຖານ, ຄະນະກົມ, ຄະນະຜູ້ອຳນວຍການທະນາຄານທຸລະກິດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ ເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ.
ຄໍາເຫັນ