![]() |
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໃຫ້ທີ່ປະຊຸມສຸມໃສ່ການວິເຄາະສະພາບຕົວຈິງ, ບັນຫາຄົງຄ້າງ, ຂໍ້ຈໍາກັດ ແລະ ທ່າແຮງຂອງບັນດາພາກສ່ວນເສດຖະກິດ ເພື່ອສະເໜີແນວທາງ ແລະ ມາດຕະການທີ່ເໝາະສົມ, ພ້ອມທັງເນັ້ນໃຫ້ສົ່ງເສີມການຜະລິດ, ການລົງທຶນ, ການຄ້າ, ການບໍລິການ, ວິສາຫະກິດພາຍໃນ ແລະ ການນໍາໃຊ້ທຶນຮອນພາຍໃນໃຫ້ເກີດປະໂຫຍດສູງສຸດ.
ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນ ໂດຍໄດ້ສະເໜີຫຼາຍບັນຫາສໍາຄັນ ທັງດ້ານກົນໄກ ແລະ ນະໂຍບາຍ, ການສ້າງສະພາບແວດລ້ອມທາງທຸລະກິດ, ການພັດທະນາ ທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SMEs, ການຍົກສູງຂີດຄວາມສາມາດໃນການແຂ່ງຂັນ, ການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ ຊຶ່ງກອງປະຊຸມເຫັນດີເປັນເອກະພາບວ່າ: ການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ຕ້ອງສຸມໃສ່ການສ້າງຖານການຜະລິດພາຍໃນໃຫ້ເຂັ້ມແຂງ, ສ້າງສິນຄ້າທີ່ມີຄຸນນະພາບ, ຫຼຸດຜ່ອນການເພິ່ງພາຈາກພາຍນອກ ແລະ ເພີ່ມທ່າແຮງການແຂ່ງຂັນ. ພ້ອມກັນນັ້ນ, ຕ້ອງສືບຕໍ່ເປີດກວ້າງ ແລະ ສົ່ງເສີມການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
(ແຫຼ່ງຂ່າວ: ຂ່າວສານ ອຄ)

ຄໍາເຫັນ