ປະເພນີບຸນເຂົ້າພັນສາ

ປະເພນີບຸນເຂົ້າພັນສາ

ປະເພນີບຸນເຂົ້າພັນສາ
ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກໆປີ ແມ່ນບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ກົງກັບວັນພຸດວັນທີ 29 ກໍລະກົດ 2026.

 

ປະເພນບນເຂາພນສາ - image 1
 

ປະຫວັດຄວາມເປັນມາບຸນເຂົ້າພັນສາ ໃຫ້ຮູ້ວ່າ: ບຸນເຂົ້າພັນສາ ຫຼື ການຢູ່ດຳພັນຂອງພະສົງສາມະເນນ ເປັນບຸນປະເພນີລາວເຮົາແຕ່ຍຸກບູຮານ ແລະ ມີມາແຕ່ສະໄໝພຸດທະການ. ໃນສະໄໝພຸດ ທະການ ທີ່ພະພຸດທະເຈົ້າຍັງດຳລົງພະຊົນຢູ່ ພະພຸດທະອົງບໍ່ໄດ້ກຳນົດການຈຳພັນສາໃນມື້ເຂົ້າພັນສາ. ດັ່ງນັ້ນ, ພະສົງຈຶ່ງເດີນທາງໄປ-ມາ ຕາມສະຖານທີ່ຕ່າງໆ ອັນເປັນເຫດໃຫ້ເກີດບັນຫາຕາມມາຄື: ເຫຼົ່າພະສົງທັງຫຼາຍໄດ້ຢຽບເອົາພືດພັນທັນຍາຫານໄຮ່ນາຮົ້ວສວນຂອງຊາວບ້ານທີ່ປູກໄວ້ໃນລະດູຝົນ ແລະ ທີ່ຮ້າຍແຮງກວ່ານັ້ນຄື: ສັດນ້ອຍ-ໃຫຍ່ ທີ່ອອກຫາກິນຕາມພື້ນດິນ ກໍຖືກຢຽບມີທັງໂຕບາດເຈັບ ແລະ ຕາຍໄປ ຊຶ່ງເຮັດໃຫ້ຊາວບ້ານໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ. ເມື່ອພະພຸດທະເຈົ້າຊົງຮູ້ເລື່ອງນີ້ແລ້ວ, ພະພຸດທະອົງ ຈຶ່ງໄດ້ບັນຍັດເລື່ອງການຈຳພັນສາຂອງພະສົງຄື: ເມື່ອຮອດລະດູຝົນ ໃຫ້ພະສົງຈຳພັນສາຢູ່ບ່ອນໃດບ່ອນໜຶ່ງ ເປັນໄລຍະເວລາ 3 ເດືອນ ຊຶ່ງປົກກະຕິແລ້ວຕາມພະວິໄນການຈໍາພັນສາ ຫຼື ເຂົ້າພັນສາມີ 2 ປະເພດຄື: 1. ການເຂົ້າພັນສາຕາມປົກກະຕິ ເອີ້ນວ່າ: “ປຸຣິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 8, ຖ້າປີໃດ ເດືອນ 8 ສອງຫົນກໍຈະເລີ່ມໃນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຊຶ່ງພະສົງທີ່ຈໍາພັນສາຄົບ 3 ເດືອນ ກໍຈະມີສິດຮັບກະຖິນ; 2. ການເຂົ້າພັນສາຫຼັງ ເອີ້ນວ່າ: “ປັດສິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 9 ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ໃນກໍລະນີນີ້ ຄືພະສົງຕິດພາລະກິດຕ້ອງເດີນທາງໄກ ຫຼື ເຫດຈຳເປັນທີ່ບໍ່ສາມາດມາເຂົ້າພັນສາປົກກະຕິໄດ້.

ປະເພນບນເຂາພນສາ - image 2
 

ບຸນເຂົ້າພັນສາ ຍັງມີຄວາມໝາຍ-ຄວາມສຳຄັນຄື: ໃນວາລະການຂອງການເຂົ້າພັນສາ ແມ່ນກົງກັບລະດູກະສິກຳ ປະຊາຊົນຈະປູກໝາກໄມ້, ພືດຜົນທັນຍາຫານ ແລະ ພະສົງຢູ່ຈຳພັນສາໃນອາວາດ ເພື່ອສຶກສາພະທໍາວິໄນ ຕາມຄຳສອນຂອງພະພຸດທະເຈົ້າ. ສ່ວນພຸດທະສາສະນິກະຊົນ ກໍໄດ້ໂອກາດໄປຖາມຂໍ້ອັດຂໍ້ທໍາ, ໄຫວ້ພະສູດມົນ, ຮັກສາສິນ, ຈະເລີນເມດຕາພາວະນາ, ເຮັດບຸນບຳເພັນກຸສົນ ນຳພະສົງສາມະເນນ ແລະ ທີ່ສຳຄັນພະສົງ ທີ່ຈຳພັນສາຖ້ວນໄຕຣມາດ ຫຼື ຄົບ 3 ເດືອນ ຈະໄດ້ຮັບອານິສົງການຍົກເວັ້ນພະວິໄນ 5 ຂໍ້ ຄື: 1. ເດີນທາງອອກຈາກວັດໂດຍທີ່ບໍ່ຕ້ອງຂໍອະນຸຍາດເຈົ້າອະທິການວັດ ຫຼື ພະສົງອົງອື່ນ; 2. ເດີນທາງໄປຄ້າງບ່ອນອື່ນ ໂດຍທີ່ບໍ່ຕ້ອງຖືຜ້າຈີວອນຄົບ 3 ຜືນ; 3. ສັນເຂົ້າຮ່ວມຄະນະໄດ້; 4. ເກັບອະຕິເຣກະຈີວອນ ໄດ້ຕາມຄວາມປາຖະໜາ; 5. ເກັບຮັກສາຜ້າຈີວອນ ເມື່ອມີຄົນມາຖວາຍໄດ້ ໂດຍບໍ່ຕ້ອງສະລະເຂົ້າກອງກາງ. ສຳລັບຄຳກ່າວເຂົ້າພັນສາຂອງພະສົງສາມະເນນ: “ມິມັສມິງ ອາວາເສອິມັງ ເຕມາສັງ ວັສສັງ ອຸເປມິ”. ພ້ອມນັ້ນ, ໃນມື້ເຂົ້າພັນສາຢູ່ຕາມວັດວາອາຮາມຕ່າງໆ ກໍມີກິດຈະກຳຫຼາຍຢ່າງໃນມື້ເຂົ້າພັນສາເຊັ່ນ: ມີພິທີແຫ່ທຽນພັນສາ, ຜ້າອາບນ້ຳຝົນ, ແຫ່ຕົ້ນກາລະພຶກ ແລະ ເຄື່ອງທານຕ່າງໆ, ມີພິທີໃສ່ບາດແດ່ພະສົງ ແລະ ຟັງເທສະໜາຄວາມເປັນມາ, ຄວາມສຳຄັນວັນບຸນເຂົ້າພັນສາ, ມີການໄຫວ້ພະສຸດມົນ, ຮັກສາສິນ 8 ປະຕິບັດທໍາ ແລະ ວຽນທຽນບູຊາພະຣັດຕະນະໄຕຣ. ພ້ອມນັ້ນ, ຕະຫຼອດໄລຍະພັນສາ 3 ເດືອນ ຢູ່ພາຍໃນວັດວາອາຮາມຈະມີການນຳພາຍາດໂຍມໄຫວ້ພະ, ຮັກສາສິນ 8 ປະຕິບັດທໍາ ທຸກໆວັນສິນນ້ອຍ 8 ຄ່ຳ ແລະ ສິນໃຫຍ່ 15 ຄ່ຳ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ