ປະທານກຳມາທິການ ສຕສ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ສາລະວັນ

ປະທານກຳມາທິການ ສຕສ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ສາລະວັນ
ວັນທີ 25 ກັນຍາ ນີ້ ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ລິນຄໍາ ດວງສະຫວັນ ກຳມະການສໍາຮອງສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ເພື່ອຕິດຕາມກວດກາ, ການຈັດຕັ້ງປະຕິບັດການກໍ່ສ້າງ, ບູລະນະສ້ອມແປງ, ປ້ອງກັນຕາຝັ່ງເຈື່ອນ ຕາມແລວແມ່ນໍ້າ ທີ່ເປັນຊາຍແດນລະຫວ່າງຊາດ, ເສັ້ນທາງສາຍຫຼັກ ແລະ ເສັ້ນທາງຫຼວງແຫ່ງຊາດ ຢູ່ແຂວງສາລະວັນ, ໂດຍການເຂົ້າຮ່ວມ ຂອງທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນແຂວງ, ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທ່ານ ລິນຄຳ ດວງສະຫວັນ ໄດ້ໃຫ້ຮູ້ຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແມ່ນເພື່ອຕິດຕາມ, ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານ ການກໍ່ສ້າງບູລະນະສ້ອມແປງປ້ອງກັນຕາຝັ່ງເຈື່ອນ ຕາມແລວແມ່ນໍ້າ ທີ່ເປັນຊາຍແດນລະຫວ່າງຊາດ, ເສັ້ນທາງສາຍຫຼັກ ແລະ ເສັ້ນທາງຫຼວງແຫ່ງຊາດ, ທັງເປັນການເກັບກໍາຂໍ້ມູນ ແລະ ສະພາບການປະຕິບັດຕົວຈິງກ່ຽວກັບວຽກງານດັ່ງກ່າວ ແລະ ເປັນບ່ອນອີງ ໃນການສັງລວມລາຍງານ ຕໍ່ຄະນະປະຈຳສະພາແຫ່ງຊາດ. ພ້ອມທັງ, ເອົາໃຈໃສ່ ເພີ່ມທະວີການຕິດຕາມ ກວດກາ ການກໍ່ສ້າງຕະຝັ່ງເຈື່ອນ ຂອງບໍລິສັດຜູ້ຮັບເໝົາ ຢ່າງເປັນປົກກະຕິ ເພື່ອຮັບປະກັນໃຫ້ໄດ້ຕາມມາດຕະຖານທາງດ້ານເຕັກນິກ ແລະ ຄຸນນະພາບ ໃຫ້ສາມາດນໍາໃຊ້ໄດ້ຍາວນານ. ພ້ອມນັ້ນຍັງໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນໃສ່ບາງຄຳຖາມເຈາະຈີ້ມເປັນຕົ້່ນ: ວຽກງານປ້ອງກັນຕາຝັ່ງເຈື່ອນ ສະພາບການ ກໍ່ສ້າງ ແລະ ບູລະນະສ້ອມແປງ ປ້ອງກັນຕາຝັ່ງເຈື່ອນ, ການຈັດສັນໂຄງການກໍ່ສ້າງ ແລະ ບູລະນະສ້ອມແປງ ປ້ອງກັນຕາຝັ່ງເຈື່ອນ ເຂົ້າໃນແຜນການລົງທຶນຂອງລັດ, ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ຕິດພັນກັບການກໍ່ສ້າງ ແລະ ບູລະນະສ້ອມແປງ, ການຄຸ້ມຄອງ ແລະ ຕິດຕາມ ກວດກາ ການກໍ່ສ້າງຕະຝັ່ງເຈື່ອນ ຂອງບໍລິສັດຜູ້ຮັບເໝົາ, ວຽກງານກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງໃນການດໍາເນີນການບູລະນະສ້ອມແປງເສັ້ນທາງ ທີ່ເປ່ເພໃນໄລຍະຜ່ານມາ,ການຈັດບຸມະສິດໂຄງການກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ເພື່ອຮັບປະກັນໃຫ້ການຈະລາຈອນ, ຂົນສົ່ງສິນຄ້າ ແລະ ບໍລິການ ມີຄວາມສະດວກ, ວ່ອງໄວ, ພາຍໃນເທດສະບານແຂວງ ໄດ້ມີການກໍານົດເສັ້ນທາງແລ່ນລົດຂົນສົ່ງສິນຄ້າ, ໂດຍສານ, ໄດ້ມີການຄຸ້ມຄອງກວດກາຊັ່ງນໍ້າໜັກລົດບັນທຸກ, ລົດຂົນສົ່ງສິນຄ້າການຄຸ້ມຄອງ ແລະ ຕິດຕາມກວດກາການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຂອງບໍລິສັດຜູ້ຮັບເໝົາ ເພື່ອຮັບປະກັນດ້ານເຕັກນິກໃຫ້ມີຄຸນນະພາບ ສາມາດນໍາໃຊ້ໄດ້ຍາວນານ. ທັງນີ້ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນ.
ພ້ອມນັ້ນ, ໃນກອງປະຊຸມກໍໄດ້ຮັບຟັງການລາຍງານໂດຍສັງເຂບຈາກພະແນກໂຍທາທິການ ແລະຂົນສົ່ງ ໄດ້ລາຍງານກ່ຽວກັບວຽກງານປ້ອງກັນຕາຝັ່ງເຈື່ອນ ຊຶ່ງແຂວງສາລະວັນ ແມ່ນແຂວງໜຶ່ງທີ່ນອນໃນພາກໃຕ້ຂອງລາວມີແມ່ນ້ຳຂອງໄຫຼຜ່ານລວງຍາວ 94,6 ກິໂລແມັດ ເປັນເຂດແດນລະຫວ່າງແຂວງສາລະວັນ ສປປ ລາວ ກັບ ຈັງຫວັດອຸບົນລາຊະທານີ ປະເທດໄທ ຕາມລຳແມ່ນ້ຳຂອງເຂດແຂວງສາລະວັນ ຄຸ້ມຄອງຈຳນວນ 14 ດອນ ມີບ້ານລຽບແຄມແມ່ນ້ຳຂອງ 9 ບ້ານ ໃນນັ້ນຍັງປະກອບມີແມ່ນໍ້າສາຂາສອງສາຍຄື: ນໍ້າເຊບັງນວນ ແລະ ນໍ້າເຊໂດນ ເນື່ອງຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມເຮັດແຄມຝັ່ງແມ່ນໍ້າໄດ້ມີການເຊາະເຈື່ອນໃນແຕ່ລະປີ, ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນກໍເພື່ອເປັນການຮັກສາເຂດນ້ຳແດນດິນຕາມແຄມຝັ່ງແມ່ນໍ້າຂອງ ທັງເປັນການປັບປຸງທັດສະນີຍະພາບແຄມຕາຝັ່ງໃຫ້ມີຄວາມສວຍງາມ ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ: ແມ່ນການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນເຂດຕົວເມືອງ, ບ້ານ ຫຼື ບາງແຫຼ່ງທ່ອງທ່ຽວທີ່ມີແມ່ນໍ້າໄຫຼຜ່ານ. ນອກນັ້ນ ວຽກງານກໍ່ສ້າງ ແລະ ບູລະນະ ສ້ອມແປງປ້ອງກັນຕາຝັ່ງ ໃນໄລຍະຜ່ານມາໄດ້ສຶກສາເກັບກຳຂໍ້ມູນຕາມຕາຝັ່ງແມ່ນໍ້າ ແລະ ໄດ້ມີການກຳນົດຈຸດທີ່ມີການກັດເຊາະ ພ້ອມທັງຈັດລຽງບຸລິມະສິດຄວາມຈຳເປັນໃນການກໍ່ສ້າງ ແລະ ສ້ອມແປງ ໄດ້ມີການສຶກສາສຳຫຼວດ-ອອກແບບ, ຂຽນບົດສະເໜີໂຄງການເພື່ອສະເໜີເຂົ້າແຜນງົບປະມານປະຈຳປີ ໂດຍປະຕິບັດຕາມວິໄນແຜນການ-ການເງິນ ແລະ ໄດ້ແຕ່ງຕັ້ງຄະນະຄຸ້ມຄອງໂຄງການ, ດຳເນີນການປະມູນຈັດຊື້-ຈັດຈ້າງ ເອົາບໍລິສັດທີ່ປຶກສາ ແລະ ບໍລິສັດຮັບເໝົາ ເພື່ອດຳເນີນການກໍ່ສ້າງ ແລະ ບັນດາໜ້າວຽກອື່ນໆ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ລິນຄໍາ ດວງສະຫວັນ ກໍໄດ້ມອບຄອມພິວເຕີຕັ້ງໂຕະ 2 ເຄື່ອງ ມູນຄ່າ 20 ລ້ານກີບ ໃຫ້ສະພາປະຊາຊົນແຂວງ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ໂດຍການຮັບຂອງ ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງ.
ຂ່າວ: ທິດລານ ໂຄດໂຍທາ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ