ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ. ໂດຍສະຫາຍໄດ້ເນັ້ນຫຼາຍບັນຫາສໍາຄັນໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ.

 

 

ສະຫາຍ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ແນວລາວສ້າງຊາດຕ້ອງໄດ້ໃຫ້ຄວາມສໍາຄັນຕໍ່ການສືບຕໍ່ຕັ້ງໜ້າເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງແນວລາວສ້າງຊາດໃນການເຕົ້າໂຮມມະຫາສາມັກຄີເປັນປຶກແຜນຂອງຊາດ, ເຊີດຊູສະຕິເປັນເຈົ້າ, ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອ ກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດ ຊອບຂອງຄົນລາວຕໍ່ຊາຕາກຳຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆມາມ້າງເພ ແລະ ທໍາລາຍໄດ້. ຕ້ານບັນດາປັດໄຈໜໍ່ແໜງ, ການສວຍໃຊ້ສາສະໜາ, ບັນຫາສິດທິມະນຸດ, ບັນຫາປະຊາທິປະໄຕແບບຈອມປອມເຂົ້າມາມ້າງເພປະເທດຊາດ ເພື່ອຫັນເອົາແນວຄິດຂອງຄົນລາວເຜົ່າຕ່າງໆໄປສູ່ຄວາມແຕກແຍກ, ແບ່ງຊັ້ນວັນນະ, ແບ່ງແຍກຄວາມສາມັກຄີ. ຕັ້ງໜ້າເຂົ້າຮ່ວມໃນຂະບວນການສະກັດກັ້ນບັນດາປະກົດການຫຍໍ້ທໍ້ເຊັ່ນ: ບັນຫາຢາເສບຕິດ, ໄພສັງຄົມ, ການສວຍໃຊ້ຖານະຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວໃນຖັນແຖວພະນັກງານ, ການສໍ້ລາດບັງຫຼວງ, ການຟຸ່ມເຟືອຍ ແລະ ອື່ນໆ; ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ້ອງຍົກສູງຄວາມຮັບຜິດຊອບ ໃນການເສີມຂະຫຍາຍບົດບາດ ຕິດຕາມ, ກວດກາສຽງສະທ້ອນສັງຄົມ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ; ເສີມຂະຫຍາຍປະຊາທິປະໄຕໃນສັງຄົມຢ່າງມີຈຸດສຸມ, ສ້າງກົນໄກ ແລະ ລະບຽບການສົ່ງເສີມ ແລະ ຮັບປະກັນໃຫ້ມະຫາຊົນ ໄດ້ເຂົ້າຮ່ວມກວດກາການເຄື່ອນໄຫວຂອງພັກ, ຂອງອົງການລັດ, ຕິດຕາມ, ກວດກາຜູ້ປະຕິບັດໜ້າທີ່ ແລະ ແຈ້ງຂ່າວໃຫ້ການຈັດຕັ້ງຢ່າງທັນການ ດ້ວຍຄວາມເປັນຈິງ ແລະ ສະ ເໜີ ທາງອອກດ້ວຍຄວາມສ້າງສັນບົນຖື້ນຖານຫຼັກການ "ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມ, ປະຊາຊົນກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ"; ແນວລາວສ້າງຊາດ ຕ້ອງປ່ຽນແປງຢ່າງແຂງແຮງວິທີການຂົນຂວາຍມະຫາຊົນ, ຕ້ອງໃກ້ຊິດກັບມະຫາຊົນດ້ວຍຫຼາຍຮູບແບບ, ຫຼາຍຮູບການ, ຫຼີກລ່ຽງການຫັນເປັນແບບບໍລິຫານອ້ອຍຕ້ອຍ; ຕ້ອງສືບຕໍ່ຢຶດໝັ້ນແບບແຜນທີ່ຖືເອົາການຂົນຂວາຍຊັກຊວນ, ການປຶກສາຫາລື, ປະສານສົມທົບ, ຄວາມເປັນເອກະພາບ ແລະ ຮ່ວມສໍາພັນເປັນພື້ນຖານໃນການເຄື່ອນໄຫວຂອງຕົນ; ປັບປຸງແບບແຜນ, ວິທີ, ເນື້ອໃນ ແລະ ຮູບການເຄື່ອນໄຫວໃຫ້ສອດຄ່ອງ, ອຸດົມຮັ່ງມີ, ຫຼາຍຮູບຫຼາຍສີ, ເໝາະສົມກັບເງື່ອນໄຂໃນໄລຍະໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍ. ຕ້ອງຫັນການເຄື່ອນໄຫວລົງຮາກຖານ, ເຈືອຈານເຂົ້າກັບມະຫາຊົນ ແລະ ຂະບວນການວຽກງານຕົວຈິງ, ໃກ້ຊິດຕິດພັນກັບປະຊາຊົນ, ກັບຮາກຖານແນວລາວສ້າງຊາດ ຢູ່ຂັ້ນທ້ອງຖິ່ນ (ບ້ານ, ຕາແສງ, ເມືອງ ຕ້ອງໄດ້ມີໜ້າທີ່ເຕົ້າໂຮມຄວາມສາມັກຄີ. ເວລາດຽວກັນນັ້ນ, ຕ້ອງເປັນຜູ້ໄກ່ເກ່ຍຄວາມຂັດແຍ້ງທີ່ເກີດຂຶ້ນໃນທ້ອງຖິ່ນໃນຊຸມຊົນຢ່າງມີຄວາມນິ້ມນວນ, ເປັນທໍາ ແລະ ສັກສິດ; ຕັ້ງໜ້າປຸກລະດົມປະຊາຊົນລາວບັນດາເຜົ່າສ້າງວິຖີຊີວິດແບບໃໝ່, ແບບແຜນການດໍາລົງຊີວິດ, ຮູ້ທຳມາຫາກິນແບບໃໝ່ທີ່ກ້າວໜ້າ, ຮູ້ນໍາໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນ, ຂອງແຕ່ລະຄອບຄົວ ເພື່ອເຮັດໃຫ້ແນວທາງ, ນະໂຍບາຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເກີດຂຶ້ນ; ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນສ້າງໄດ້ຮູບແບບການທໍາມາຫາກິນທີ່ກ້າວໜ້າ, ມີລັກສະນະຂະຫຍາຍຕົວ, ຕໍ່ຍອດ, ຄົ້ນຄວ້າວິທີນໍາພາປະຊາຊົນ ຮູ້ດໍາເນີນການຜະລິດເປັນສິນຄ້າ, ສ້າງກອງທຶນພັດທະນາຕາມທ້ອງຖິ່ນ, ສ້າງເປັນໜ່ວຍຜະລິດລວມໝູ່ ເພື່ອສົ່ງເສີມການຜະລິດ ແລະ ການຈໍາໜ່າຍ ເພື່ອກ້າວຂຶ້ນເປັນສະຫະກອນເທື່ອລະກ້າວ. ເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກ້ວາງສາຍພົວພັນການທູດປະຊາຊົນຕາມແນວທາງການຕ່າງປະເທດຂອງພັກ-ລັດເຮົາ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ ແລະ ອົງການຈັດຕັ້ງປະຊາຊົນຂອງປະເທດເພື່ອນມິດທີ່ມີມູນເຊື້ອ, ປະເທດເພື່ອນບ້ານໃກ້ຄຽງ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະໝູນຊ່ວຍເຫຼືອປະກອບສ່ວນເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ.

ສະຫາຍ ທອງລຸນ ສີສຸລິດ ກ່າວຕື່ມວ່າ: ສໍາລັບແນວລາວສ້າງຊາດຂັ້ນທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີກັບປະຊາຊົນປະເທດເພື່ອນບ້ານແນໃສ່ຂົນຂວາຍປະຊາ ຊົນປະຕິບັດແນວທາງ, ນະໂຍບາຍໃນການປົກປັກຮັກສາຊາຍແດນ, ເຂດນໍ້າແດນດິນຂອງຕົນ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຮັບຜົນປະໂຫຍດກັບປະຊາຊົນປະເທດທີ່ມີຊາຍແດນຕິດຈອດກັນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາ; ສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທໍາ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງ ທ່ຽວ ໃຫ້ນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວຢູ່ຕ່າງປະເທດ ທີ່ມີຈິດໃຈຮັກເຊື້ອແພງຊາດອວ່າຍໜ້າມາຫາປະເທດຊາດ ເພື່ອປະກອບສ່ວນເຂົ້າໃນພັດທະນາປະເທດຊາດ. ພ້ອມນັ້ນ, ກໍເອົາໃຈໃສ່ປຸກລະດົມຊາວຕ່າງດ້າວ, ຊາວຕ່າງປະເທດທີ່ດຳລົງຊີວິດ, ທຳມາຫາກິນ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ໃຫ້ຮັບຮູ້-ເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນດາເຜົ່າ, ທັງປະ ກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ