ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ
ທ່ານ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ​ ໂດຍໄດ້ໄປຢ້ຽມຢາມ​ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງ​ຈຳ​ປາ​ສັກ ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ,​ ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ບັນດາທ່ານການນໍາພັກ​ - ລັດ​ ຈາກສູນກາງ,​ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.​
ປະ​ທານ​ປະ​ເທດ ຢຽມຢາມ​ ບລສດຜະລດເຄອງຫມຫສນຄາກະສກຳ ຢເມອງບາຈຽງຈະເລນສກ - image 1
 

ທ່ານ Cai jun ຕາງໜ້າຂາຮຸ້ນ ໄດ້ລາຍງານກ່ຽວກັບ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນ ຄ້າກະສິກຳ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານ ຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຊິ່ງທາງບໍລິສັດໄດ້ຊື້ດິນນໍາບຸກຄົນ, ມີເນື້ອທີ່ທັ້ງໝົດ 6,3 ເຮັກຕາ, ໃນນັ້ນ ເນື້ອທີ່ສ້າງຕັ້ງໂຮງງານ 2,4 ເຮັກຕາ ແລະ ໄດ້ລົງມືກໍ່ສ້າງໂຮງງານໃນວັນທີ 1 ມິຖຸນາ 2025, ຮອດວັນທີ 10 ທັນວາ 2025 ສໍາເລັດ, ມູນຄ່າການລົງທຶນທັງໝົດ 10,000,000 ໂດລາ, ເປັນການລົງທຶນຂອງຕ່າງປະເທດ 100% ເຊິ່ງມີຂາຮຸ້ນ 5 ທ່ານ. ປັດຈຸບັນ ມີພະນັກງານທັງໝົດ 80 ຄົນ, ໃນນັ້ນ ຄົນລາວ 60 ຄົນ ແລະ ວິຊາການຄົນຈີນ 20 ຄົນ ເຊິ່ງເຮັດວຽກ 8 ຊົ່ວໂມງ/ວັນ ແລະ ກຳມະກອນຄົນລາວຈະໄດ້ເງິນເດືອນ 4,2 ລ້ານກີບ/ເດືອນ.

ປະ​ທານ​ປະ​ເທດ ຢຽມຢາມ​ ບລສດຜະລດເຄອງຫມຫສນຄາກະສກຳ ຢເມອງບາຈຽງຈະເລນສກ - image 2
 

ແຮງງານສ່ວນໃຫຍ່ 90% ແມ່ນແຮງງານຢູ່ພາຍໃນທ້ອງຖິ່ນ, ສ່ວນວິຊາການສ່ວນໃຫຍ່ ແມ່ນມາຈາກຕ່າງແຂວງ ຫຼື ນະຄອນຫຼວງ ແລະ ຜູ້ບໍລິຫານແມ່ນຄົນຈີນມາບໍລິຫານເບື້ອງຕົ້ນ. ປັດຈຸບັນໂຮງງານກໍາລັງສ້າງວິຊາການໃໝ່ ໂດຍໃຫ້ວິຊາການຄົນຈີນຖ່າຍທອດບົດຮຽນກ່ຽວກັບເຕັກໂນໂລຊີໃໝ່, ໃນຕໍ່ໜ້າ ທາງໂຮງງານຈະໄດ້ສົ່ງພະນັກງານຜູ້ດີເດັ່ນໄປຝຶກອົບຮົມຢູ່ ສປ ຈີນ ເພື່ອມາພັດທະນາທ້ອງຖິ່ນຂອງຕົນເອງ.

ທ່ານ Cai jun ໃຫ້ຮູ້ຕື່ມວ່າ: ກໍາລັງການຜະລິດຂອງໂຮງງານສາມາດຜະລິດແກັດເຈ້ຍສົ່ງອອກໄດ້ 200,000 ຊຸດ/ມື້ ຫຼື 6 ລ້ານຊຸດ/ເດືອນ, 72 ລ້ານຊຸດຕໍ່ປີ, ສາມາດຫຼຸດຜ່ອນການນໍາເຂົ້າແກັດເຈ້ຍຈາກຕ່າງປະເທດ. ດ້ານວັດຖຸດິບ, ກໍ້ເຈ້ຍ ແມ່ນຮັບຊື້ຈາກ ໂຮງງານ ຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ສ່ວນເຈ້ຍຂາວ ແລະ ສານທີ່ປະກອບສ່ວນໃນການຜະລິດ ແມ່ນນໍາເຂົ້າຈາກຕ່າງປະເທດ.

ສ່ວນຕະຫຼາດປັດຈຸບັນ ທາງໂຮງງານໄດ້ຜະລິດສົ່ງໃຫ້ຕາມສັນຍາ ຄື: ຜະລິດສົ່ງໃຫ້ໂຄງການປູກກ້ວຍ ຢູ່ແຂວງອັດຕະປື, ໂຄງການປູກກ້ວຍ ຢູ່ແຂວງສາລະວັນ, ໂຄງການປູກໝາກເງາະ ຢູ່ເມືອງປາກຊ່ອງ, ໂຮງງານ ຜະລິດເຫຼັກຕາປູ ແຂວງ ຈຳສັກ. ປັດຈຸບັນກໍາລັງມີແຜນຈະເຊັນສັນຍາຜະລິດແກັດເຈ້ຍ ໃຫ້ຫຼາຍໂຮງງານພາຍໃນແຂວງ ແລະ ຕ່າງແຂວງ ເປັນຕົ້ນແມ່ນໂຮງງານ ເບຍລາວ, ໂຮງງານກາເຟດາວ ແລະ ອື່ນໆ ຕາມການຕົກລົງເຫັນດີຂອງບັນໂຮງງານ ຫຼື ໂຄງການ ທັງພາຍໃນແຂວງ ແລະ ຕ່າງແຂວງ. ຖ້າເປັນໄປໄດ້ ກໍສະເໜີໃຫ້ການນໍາສູນກາງ ແລະ ແຂວງ ຊ່ວຍກະຕຸກຊຸກຍູ້ ບັນດາບໍລິສັດເຫຼົ່ານັ້ນຕື່ມ.

ປະ​ທານ​ປະ​ເທດ ຢຽມຢາມ​ ບລສດຜະລດເຄອງຫມຫສນຄາກະສກຳ ຢເມອງບາຈຽງຈະເລນສກ - image 3
 

ນອກຈາກໂຮງງານແກັດເຈ້ຍແລ້ວ, ບໍລິສັດ ລາວຈຸນ ຍັງເກັບຊື້ເຄື່ອງປ່າຂອງດົງ, ໂດຍສະເພາະແມ່ນໝາກຈອງ ເຊິ່ງເປັນພືດເສດຖະກິດ ແລະ ມີຄຸນຄ່າໂພຊະນາການສູງ ທີ່ຫາຍາກ ເຊິ່ງບໍລິສັດ ໄດ້ຮ່ວມກັບພາກລັດ ໃນການຄຸ້ມຄອງ ແລະ ຈໍາໜ່າຍຜໝາກຈອງ ໂດຍມີສະພາບໍລິຫານ

ເປັນຜູ້ຄຸ້ມຄອງ. ຜ່ານມາ, ການນໍາແຂວງຈໍາປາສັກ ກໍໄດ້ອໍານວຍຄວາມສະດວກ ແລະ ຊີ້ນໍາໃຫ້ບໍລິສັດ ສຸມໃສ່ສົ່ງເສີມການອານຸລັກຮັກສາ ຕົ້ນໝາກຈອງ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ປັບປຸງການຫຸ້ມຫໍ່ໝາກຈອງ ໃຫ້ໄດ້ມາດຕະຖານສາກົນ ທັງສາມາດສ້າງມູນຄ່າເພີ່ມໃຫ້ແກ່ໝາກຈອງ.

ປະ​ທານ​ປະ​ເທດ ຢຽມຢາມ​ ບລສດຜະລດເຄອງຫມຫສນຄາກະສກຳ ຢເມອງບາຈຽງຈະເລນສກ - image 4
 

ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍໄດ້ແນະນໍາໃຫ້ບໍລິສັດ ສູ້ຊົນຊອກເອົາວັດຖຸດິບພາຍໃນ ມາປະກອບສ່ວນໃນການຜະລິດອແກັດເຈ້ຍ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບຈາກຕ່າງປະເທດ ຕິດພັນກັບການຊຸກຍູ້ສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນມີວຽກເຮັດງານທໍາ, ຜະລິດແກັດເຈ້ຍຮັບໃຊ້ສັງຄົມໃຫ້ນັບມື້ກວ້າງຂວາງ ເພື່ອປະກອບສ່ວນເຮັດໃຫ້ແຂວງຈໍາແາສັກ ກໍຄືປະເທດລາວ ປອດຈາກປາສະຕິກຕ່າງໆ. ພ້ອມນີ້, ກໍສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນປະກອບສ່ວນໃນການອະນຸລັກຮັກສາຕົ້ນໝາກຈອງບານໃຫ້ຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດຂອງຊາດ ແລະ ຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ