![]() |
ກອງປະຊຸມໄດ້ຮັບຟັງການລາຍງານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບ, ຜູ້ປະຈຳການຫ້ອງການຄະນະປະຕິຮູບລັດວິສາຫະກິດ ຊຶ່ງໄດ້ຍົກໃຫ້ເຫັນສະພາບລວມການປະຕິຮູບລັດ ວິສາຫະກິດ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຕິຮູບລັດວິສາຫະກິດ ປີ 2025, ທິດທາງແຜນການ ແລະ ວຽກຈຸດສຸມຂອງການປະຕິຮູບລັດວິສາຫະກິດ ປີ 2026.
ມາຮອດທ້າຍປີ 2025 ຫ້ອງການຄະນະປະຕິຮູບລັດວິສາຫະກິດ ໄດ້ລົງເກັບກຳຂໍ້ມູນການເຄື່ອນ ໄຫວດໍາເນີນ ທຸລະກິດຂອງລັດວິສາຫະກິດ ຄືນໃໝ່ໃນຂອບເຂດທົ່ວປະເທດ ແຕ່ປີ 2021-2024 ສາມາດສັງລວມໄດ້ຈໍານວນລັດວິສາຫະກິດທັງໝົດມີ 168 ຫົວໜ່ວຍ (ຫຼຸດລົງຈາກເດີມ 2.89% ໃນນັ້ນ 12 ຫົວໜ່ວຍຖືກຕັດອອກຈາກບັນຊີ ແລະ 7 ຫົວໜ່ວຍເພີ່ມໃໝ່ເຂົ້າໃນບັນຊີ), ໃນນັ້ນ ຂັ້ນສູນກາງຄຸ້ມຄອງ 95 ຫົວໜ່ວຍ ຊຶ່ງກວມເອົາ 56.55%, ຂັ້ນແຂວງ ຄຸ້ມຄອງ 73 ຫົວໜ່ວຍ. ເມື່ອຈໍາແນກຕາມໂຄງສ້າງການຖືຮຸ້ນ ສາມາດແບ່ງອອກເປັນ 3 ກຸ່ມຄື: ກຸ່ມລັດຖືຮຸ້ນ 100% ມີ 102 ຫົວໜ່ວຍ (ກວມເອົາ 60.71%), ກຸ່ມລັດຖືຮຸ້ນແຕ່ 51%-99% ມີ 13 ຫົວໜ່ວຍ (ກວມເອົາ 7.74%), ກຸ່ມລັດຖືຮຸ້ນຕໍ່າກວ່າ 51% ມີ 53 ຫົວໜ່ວຍ (ກວມເອົາ 31.55%), ໃນຈໍານວນ 188 ຫົວໜ່ວຍ ມີ 19 ຫົວໜ່ວຍ ບໍ່ໄດ້ເຄື່ອນໄຫວ (ບໍ່ໄດ້ຮັບເອກະສານຢັ້ງຢືນເປັນທາງການ ໃນການຍຸບເລີກ), ຍັງເຄື່ອນໄຫວຕົວຈິງ ຈໍານວນ 149 ຫົວໜ່ວຍ (ກວມ 88.69% ຂອງຈໍານວນທັງໝົດ), ໃນນີ້ ມີ 25 ຫົວໜ່ວຍ ບໍ່ໄດ້ສົ່ງແບບຟອມການປະກອບຂໍ້ມູນ ແລະ 1 ຫົວ ໜ່ວຍປະກອບຂໍ້ມູນບໍ່ຄົບຖ້ວນ. ສະນັ້ນ, ຫົວໜ່ວຍທີ່ປະກອບຂໍ້ມູນຄົບຖ້ວນຕາມແບບຟອມມີພຽງ 123 ຫົວໜ່ວຍ ຊຶ່ງເພີ່ມຂຶ້ນຈາກ ໃນປີ 2023 ຈໍານວນ 6 ຫົວໜ່ວຍ (ປີ 2023 ເກັບໄດ້ 117 ຫົວໜ່ວຍ), ໃນຈໍານວນ 123 ຫົວໜ່ວຍ ແບ່ງອອກເປັນ ລັດຖືຮຸ້ນ 100% ມີ 74 ຫົວໜ່ວຍ, ລັດຖືຮຸ້ນແຕ່ 51-99% ມີ 13 ຫົວໜ່ວຍ ແລະ ລັດຖືຮຸ້ນໜ້ອຍກວ່າ 51% ມີ 36 ຫົວໜ່ວຍ.
![]() |
ສໍາລັບຜົນການດໍາເນີນທຸລະກິດໃນ ຈໍານວນ 123 ຫົວໜ່ວຍ ສາມາດສ້າງລາຍຮັບໄດ້ທັງໝົດ 171,358.76 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 29.38%, ລາຍຈ່າຍປະຕິບັດໄດ້ 166,842.75 ຕື້ກີບ ທຽບໃສ່ປີ 2023 ຫຼຸດລົງ 5,59%, ມີກຳໄລສຸດທິ ລວມ 3,653.20 ຕື້ກີບ ເມື່ອທຽບໃສ່ ປີ 2023 ເພີ່ມຂຶ້ນ 108%, ແຕ່ເຖິງຢ່າງໃດກໍ່ຕາມ ຜົນປະກອບການໃນປີ 2024 ມີກຳໄລ ແຕ່ອັດຕາສ່ວນລາຍກໍາໄລສຸດທິ (Net profit margin) ກໍຍັງຢູ່ໃນລະດັບທີ່ ຂ້ອນຂ້າງຕໍ່າ ຢູ່ທີ່ 2.19% ເທົ່ານັ້ນ. ໃນນີ້ຫົວໜ່ວຍທີ່ສ້າງກຳໄລ ມີຈໍານວນ 78 ຫົວໜ່ວຍ, ລັດຖືຮຸ້ນ 100% ມີ 49 ຫົວໜ່ວຍ, ລັດຖືຮຸ້ນ 51-99% ມີ 9 ຫົວໜ່ວຍ ແລະ ໜ້ອຍກວ່າ 51% ມີ 20 ຫົວໜ່ວຍ, ສາມາດມອບເງິນເຂົ້າ ງົບປະມານໄດ້ ຈໍານວນ 12,785.27 ຕື້ກີບ, ໃນນັ້ນ, ເປັນເງິນປັນຜົນຈໍານວນ 1,673.79 ຕື້ກີບ ເທົ່າ 45.8% ຂອງກຳໄລສຸດທິ ແລະ ສາມາດມອບພັນທະຕ່າງໆ ເຂົ້າງົບປະມານ ໄດ້ 11,111 48 ຕື້ກີບ ເທົ່າ 7.46% ຂອງລາຍຮັບທັງໝົດ. ເມື່ອສົມທຽບໃສ່ ປີ 2023 ເພີ່ມຂຶ້ນ 383.13 ຕື້ກັບ ແລະ ພັນທະຕ່າງໆ ເພີ່ມຂຶ້ນ 4.261.27 ຕື້ກີບ, ສັງເກດ ເຫັນໄດ້ວ່າມີ ທັງເງິນປັນຜົນ ແລະ ການມອບພັນທະຕ່າງໆ ເຂົ້າງົບປະມານແມ່ນເພີ່ມຂຶ້ນ ເຫັນວ່າການດໍາເນີນທຸລະກິດ ຂອງວິສາຫະກິດມີທ່າອ່ຽງທີ່ດີຂຶ້ນເລັກໜ້ອຍ.
![]() |
ກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ການປະຕິບັດວຽກງານໃນໄລຍະທີ່ຜ່ານມາ ໃຫ້ກັບທ່ານ ທອງລຸນ ສີສຸລິດ ໄດ້ຮັບຊາບ ແລະ ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມ ຊີ້ທິດເຍືອງທາງ ບາງຕອນທີ່ສໍາຄັນຄື:
1. ປັບປຸງພາລະບົດບາດ, ໜ້າທີ່ຂອງລັດວິສາຫະກິດ ໃຫ້ຈະແຈ້ງ, ຕ້ອງແຍກ ແລະ ແກ້ໄຂບັນຫາສາຍພົວພັນ ລະຫວ່າງ ການຄຸ້ມຄອງມະຫາພາກ ຂອງລັດ ຕໍ່ລັດວິສາຫະກິດ ແລະ ຄວາມເປັນເຈົ້າ, ສິດ ໃນການຄຸ້ມຄອງ-ບໍລິຫານທຸລະກິດ ຂອງລັດວິສາຫະກິດ.
2. ປັບປຸງກົງຈັກ, ກົນໄກ ການບໍລິຫານ ຂອງລັດວິສາຫະກິດດັ່ງນີ້:
- ປັບປຸງສະພາບໍລິຫານ, ລັດວິສາຫະກິດຂະໜາດໃຫຍ່, ປະທານສະພາບໍລິຫານ (ຂັ້ນຮອງລັດຖະມົນຕີ) ຕ້ອງເປັນເລຂາຄະນະພັກ ແລະ ເຮັດວຽກປະຈໍາຢູ່ລັດວິສາຫະກິດ; ຄະນະສະພາບໍລິຫານ, ຄະນະອຳນວຍການ ຕ້ອງມີການເລືອກເຟັ້ນເອົາ ຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນມືອາຊີບ.
- ແບ່ງໜ້າທີ່, ຄວາມຮັບຜິດຊອບຢ່າງຈະແຈ້ງລະຫວ່າງຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງກັບກະຊວງການເງິນແລະກະຊວງ, ອົງການແລະທ້ອງຖິ່ນທີ່ລັດວິສາຫະກິດຂຶ້ນກັບ, ພ້ອມທັງປັບປຸງແຜນດໍາເນີນທຸລະກິດ, ຕ້ອງມີປະສິດທິຜົນ, ມີກໍາໄລ ແລະ ບໍ່ໃຫ້ຫຼຸບທຶນເດັດຂາດ.
3. ກຳນົດເປົ້າໝາຍໃຫ້ມີຄວາມບັນລຸ:
- ເຮັດໃຫ້ລັດວິສາຫະກິດ ມີກໍາລັງແຮງ, ມີຄວາມສາມາດໃນການປະຕິບັດນະໂຍບາຍຂອງພັກ-ລັດ, ດັດສົມ-ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດທີ່ເກີດຂຶ້ນໄດ້, ບັນຫາທີ່ເປັນຄໍຫອຍ-ຍຸດທະສາດສໍາຄັນທີ່ພາກເອກະຊົນບໍ່ສາມາດເຮັດໄດ້.
- 5 ປີ ຕໍ່ໜ້າ ຕ້ອງແກ້ໄຂບັນຫາໜີ້ສິນ ໃນລັດວິສາຫະກິດ ໃຫ້ໄດ້, ແກ້ໄຂຄວາມໂປ່ງໃສ, ການບໍລິຫານທີ່ດີ ຂອງລັດວິສາຫະກິດ, ປັບປຸງກົງຈັກ-ບຸກຄະລາກອນ ຂອງລັດວິສາຫະກິດ ໃຫ້ປອດໃສ-ຂາວສະອາດ, ຕ້ອງຈິງໃຈ, ຊື່ສັດບໍລິສຸດ, ຕັ້ງໜ້າ ເປັນເຈົ້າການ ເຮັດທຸລະກິດໃຫ້ລັດ ຢ່າງແທ້ຈິງ.
- ພາຍຫຼັງສໍາເລັດ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ໃຫ້ບັນດາທ່ານ ນໍາເອົາຍຸດທະສາດປະຕິຮູບ ແລະແຜນພັດທະນາລັດວິສາຫະກິດເຫຼົ່ານັ້ນ ໄປຜ່ານລັດຖະບານ ແລະ ຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ, “ຕ້ອງເປັນແຜນປະຕິຮູບ ຫຼືຍຸດທະສາດ ທີ່ກ້າວໄປເຖິງການປະຕິວັດລັດວິສາຫະກິດ” ເຮັດໃຫ້ວິສາຫະກິດ ຂອງພວກເຮົາມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີປະສິດທິຜົນ.
- ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ເນັ້ນໜັກຕື່ມອີກວ່າ : ຢືນຢູ່ຕໍ່ໜ້າ ຄວາມຮຽກຮ້ອງຕ້ອງການ ແລະ ເລັ່ງທວງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ການຈັດຕັ້ງປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ພວກເຮົາ ຍິ່ງຈະຕ້ອງໄດ້ຮີບຮ້ອນປະຕິຮູບ, ປັບປຸງ ແລະ ພັດທະນາລັັດວິສາຫະກິດ ຂອງພວກເຮົາ ໃຫ້ທັນກັບສະພາບການໃນເງື່ອນໄຂໃໝ່.
- ການປະຕິຮູບລັດວິສາຫະກິດ ຂອງປະເທດເຮົາ ບໍ່ສາມາດຈະຊັກຊ້າ ແລະ ຖອຍຫຼັງໄດ້, ລັດວິສາຫະກິດ ສືບຕໍ່ເຮັດພາລະບົດບາດ, ໜ້າທີ່ ຂອງຕົນຕໍ່ໄປ ແຕ່ຕ້ອງເຮັດດ້ວຍຄຸນນະພາບໃໝ່, ກົນໄກໃໝ່ ແລະ ມີຜົນງານໃໝ່ ເຮັດທຸລະກິດ ມີແຕ່ກໍາໄລ, ບໍ່ໃຫ້ຫຼຸບທຶນ, ຖ້າຜູ້ໃດເຮັດຫຼຸບທຶນ ຜູ້ນັ້ນກໍຕ້ອງມີຄວາມຮັບຜິດຊອບ ຕໍ່ໜ້າລະບຽບວິໄນ ແລະ ກົດໝາຍ ຢ່າງຫຼີກລຽງບໍ່ໄດ້.
- ມອບໃຫ້ຄະນະປະຕິຮູບລັດວິສາຫະກິດ ເປັນເສນາທິການ ໃຫ້ລັດຖະບານ ແລະ ກົມການເມືອງ ສືບຕໍ່ປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບການເມືອງ, ເອົາການເອົາງານ ແລະ ສ້າງຄວາມຕັດສິນໃຈສູງ ແຕ່ເທິງລົງລຸ່ມເພື່ອເຮັດໃຫ້ການປະຕິຮູບໄດ້ມີການຫັນປ່ຽນໃໝ່ທີ່ເປັນຮູບປະທຳ.
- ລັດຖະບານ, ບັນດາອົງການຈັດຕັ້ງໃນລະບົບການເມືອງ ແຕ່ສູນກາງລົງທ້ອງຖິ່ນ ມີໜ້າທີ່ສະໜັບສະໜູນ, ເຮັດໃຫ້ການປະຕິຮູບລັດວິສາຫະກິດ ມີຄວາມຄືບໜ້າ, ບໍ່ນີ້ງໃສ່ກັນ-ໂຍນຄວາມຮັບຜິດຊອບໃຫ້ກັນ, ບໍ່ໃຫ້ມີກົງຈັກການຈັດຕັ້ງ, ຂອດຂັ້ນທີ່ເປັນອຸປະສັກ, ກົດ
ໜ່ວງຖ່ວງດຶງ ການປະຕິຮູບລັດວິສາຫະກິດ (ຂ່າວ-ພາບ:ແສງຈັນ)



ຄໍາເຫັນ