ປະທັບໃຈ​ໃນງານສະເຫລີມສະຫລອງ​ 80 ປີ ຂອງສປຈີນ

ປະທັບໃຈ​ໃນງານສະເຫລີມສະຫລອງ​ 80 ປີ ຂອງສປຈີນ
ໃນເວລາອັນເຊົ້າຕູ່ມີເມກໝອກປົກຄຸມອັນເລັກນ້ອຍພ້ອມດ້ວຍແສງແດດທີ່ກຳລັງສ່ອງປະກາຍລົງຈາກທ້ອງຟ້າສູ່ ນະຄອນປັກກິ່ງ ສປຈີນ,
ປະທບໃຈ​ໃນງານສະເຫລມສະຫລອງ​ 80 ປ ຂອງສປຈນ - image 1
 

 ມວນຊົນກຳລັງເລິ່ມເຄື່ອນຍ້າຍຈາກສະຖານທີຕ່າງໆເຂົ້າສູ່ ນະຄອນປັກກິ່ງ ສປຈີນ ເຊິ່ງມັນເປັນວັນມິດໝາຍອັນພິເສດທີ່ແຕກຕ່າງຈາກວັນທຳມະດາທົ່ວໄປ ຫຼາຍຄົນໃຈຈົດໃຈຈໍ່ລໍຄອຍວັນນີ້, ເຊິ່ງວ່າຕາມແຄມທາງແມ່ນມີການປະດັບປະດາດ້ວຍ ທຸງຊາດສີແດງ ແລະ ປ້າຍໂຄສະນາ 80 ປີ ຕາມອາຄານທີ່ຢູ່ແຄມທາງ ຕາມເສົາໄຟຕ່າງໆ,ຕາມຫ້ອງການເອກະຊົນ ແລະ ຫ້ອງການລັດ ບາງາຳນັກງານ ແມ່ນມີການຕົບແຕ່ງດ້ວຍດອກໄມ້ທີ່ສະແດງເຖິງຄວາມສັນຕິພາບແລະເອກະລາດ ຂອງ ສປຈີນ.

ປະທບໃຈ​ໃນງານສະເຫລມສະຫລອງ​ 80 ປ ຂອງສປຈນ - image 2
 

ໃນຄະນະທີ່ກ້າວເຂົ້າໄປໃນງານເຫັນຜູ້ຄົນມາກໜ້າຫລາຍຕາຕ່າງກໍ່ມີສີໜ້າຍິ້ມແຍ້ມແຈ່ມໃສຕ້ອນຮັບແຂກໃກ້ໄກທີ່ເຂົ້າມາຮ່ວມນີ້້ ເຊິ່ງເຮັດໃຫ້ບັນດາແຂກທັງຫລາຍພາກພູມໃຈຕໍ່ການຕ້ອນຮັບແລະເປັນເຈົ້າເພື່ອໃຫ້ຄວາມຊ່ວຍເຫລືອຕໍ່ຜູ້ຄົນ, ງານດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ຈະຕຸລັດ ທຽນອັ່ນເໝິນ ນະຄອນປັກກິ່ງສປຈີນ

ປະທບໃຈ​ໃນງານສະເຫລມສະຫລອງ​ 80 ປ ຂອງສປຈນ - image 3
 

ງານສະເຫຼີມສະຫຼອງ 80 ປີ ສປຈີນ ແລະ ຕ້ານຟາດສິດ ໄດ້ຮັບໄຊຊະນະ ຄົບຮອບ 80ປີ ບໍ່ພຽງແຕ່ສະແດງເຖິງການຕໍສູ້ອັນພິລະອາດຫານຂອງວິລະບຸລຸດທີ່ເສຍເລຶອດເນື້ອໃນປາງສົງຄາມເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງຄວາມຮ່ວມມືທີ່ເປັນຈິດໜຶ່ງໃຈດຽວ ຂອງພະລັງປະຊາຊົນຈີນທີ່ຮ່ວມກັນສ້າງສາພັດທະນາປະເທດຊາດໃຫ້ພົ້ນຈາກຄວາມທຸກຍາກ ແລະ ນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຂອງຕົນ. ເຊິ່ງບັນຍາກາດໃນງານທີ່ຍິ່ງໃຫຍ່ນີ້ເຕັມໄປດ້ວຍຄວາມຕື່ນເຕັ້ນຂອງພໍ່ແມ່ປະຊາຊົນ,ພໍ່ຄ້າຊາວຂາຍຕະລອດເຖິງພະນັກງານພັກລັດຕ່າງຄົນຕ່າງລໍຄອຍການສະແດງ.

ປະທບໃຈ​ໃນງານສະເຫລມສະຫລອງ​ 80 ປ ຂອງສປຈນ - image 4
 

ການເປີດງານດັ່ງກ່າວໂດຍການເດີນສວນສະໜາມຂອງກ້ອນກໍາລັງບັນດາທະຫານເລົ່າຮົບຕ່າງໆ, ເຮັດໃຫ້ບັນຍາກາດດັ່ງກ່າວເຕັມໄປດ້ວຍ ຄວາມຕື່ນເຕັ້ນ ແລະ ຄວາມພາກພູມໃຈ ຕໍ່ມາແມ່ນການສະແດງ ເລົ່າອາວຸດຢຸດໂທປະກອນຕ່າງໆທີ່ໃຊ້ໃນການຕໍ່ສູ້ກູ້ຊາດ ແລະ ປ້ອງການປະເທດເພື່ອບໍ່ໃຫ້ມີການຮຸກຮານຈາກປະເທດອື່ນໆ,

ປະທບໃຈ​ໃນງານສະເຫລມສະຫລອງ​ 80 ປ ຂອງສປຈນ - image 5
ນອກນັ້ນຍັງມີການສະແດງເຄື່ອງບິນຮົບທາງອາກາດ ແລະ ໄດ້ປ່ອຍນົກພິລາບ 80ພັນໂຕ ເພື່ອສັນຕິພາບ ແລະ ເອກະລາດ ປ່ອຍປຸ່ມເປົ້າ 80ພັນໜ່ວຍ ການສະແດງກ້ອນກຳລັງສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນສະແດງເຖິງຄວາມຍິ່ງໃຫຍ່, ແລະ ຮັກສາປະເທດຊາດເພື່ອປະກາດໃຫ້ທົ່ວທຸກມູມໂລກໄດ້ຮັບຮູ້ແລະເຂົ້າໃຈເຖິງເປັນມາຂອງປະຫວັດສາດຈີນເຊິ່ງເຮັດໃຫ້ຫຼາຍໆຄົນ ບໍ່ວ່າຈະເປັນປະຊາຊົນຈີນ ແລະ ແຂກຕ່າງດ້າວທ້າວຕ່າງແດນ ບັນດາຜູ້ນຳປະເທດຕ່າງທີ່ມາຮ່ວມງານ ລວມທັງບັນດ່າສື່ມວນຊົນຫຼາຍກວ່າ 90 ປະເທດ ຕ່າງກໍປະທັບໃຈ.

ຄໍາເຫັນ

ຂ່າວຕ່າງປະເທດ

ລະດູຮ້ອນ ປີ 2025 ເປັນລະດູຮ້ອນທີ່ຮ້ອນທີ່ສຸດໃນສະຖິຕິຂອງອັງກິດ

ລະດູຮ້ອນ ປີ 2025 ເປັນລະດູຮ້ອນທີ່ຮ້ອນທີ່ສຸດໃນສະຖິຕິຂອງອັງກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກັນຍາ ຜ່ານມາວ່າ: ສະຖິຕິຊົ່ວຄາວຈາກຫ້ອງການອຸຕຸນິຍົມວິທະຍາຂອງອັງກິດຢືນຢັນວ່າ, ລະດູຮ້ອນຂອງປີ 2025 ເປັນລະດູຮ້ອນທີ່ອົບອຸ່ນຫຼາຍທີ່ສຸດໃນສະຖິຕິຂອງອັງກິດ. ໂດຍອຸນຫະພູມ​ສະ​ເລ່ຍ​ລະຫວ່າງ​ວັນ​ທີ 1 ມິຖຸນາ​ ຫາ ​ວັນ​ທີ 31 ສິງຫາ ຜ່ານມາ ຢູ່ທີ່ 16.10 ອົງສາ, ສູງ​ກວ່າຄ່າສະເລ່ຍທາງອຸຕຸນິຍົມວິທະຍາໄລຍະຍາວ 1.51 ອົງສາ​ເຊ ແລະ ສູງກວ່າສະຖິຕິໃນປີ 2018 ຊຶ່ງຢູ່ທີ່ 15,76 ອົງສາ.
ຜົນກຳໄລການຜະລິດຂອງຍີ່ປຸ່ນ ຫຼຸດລົງ 11.5% ໃນໄຕມາດທີ 2 ຂອງປີ 2025

ຜົນກຳໄລການຜະລິດຂອງຍີ່ປຸ່ນ ຫຼຸດລົງ 11.5% ໃນໄຕມາດທີ 2 ຂອງປີ 2025

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ ໄດ້ເປີດເຜີຍ​ໃນ​ວັນ​ທີ 1 ກັນຍາ ຜ່ານມາວ່າ, ຜົນ​ກຳ​ໄລ​ກ່ອນ​ການ​ເສຍ​ພາສີ​ຂອງ​ບັນດາ​ບໍລິສັດ​ໃນຂະແໜງການຜະລິດ​ຂອງ​ຍີ່ປຸ່ນ​ໄດ້​ຫຼຸດ​ລົງ 11.5% ໃນໄຕມາດທີ 2 ຂອງປີ 2025 (ເດືອນເມສາ - ມິຖຸນາ) ​ເມື່ອ​ທຽບ​ໃສ່​ປີຜ່ານມາ ຢູ່ທີ່ 11.27 ພັນ​ຕື້​ເຢນ (76.5 ຕື້​ໂດ​ລາ​). ໂດຍກຸ່ມຜູ້ຜະລິດລົດໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການທີ່ລັດຖະບານ ທ່ານ ໂດໂນ ທຣໍາ ເພີ່ມອັດຕາພາສີນໍາເຂົ້າລົດ ເປັນ 27.5% ໃນເດືອນເມສາ ຜ່ານມາ.
ມາເລເຊຍ ອະນຸມັດໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ 13 ໂຄງການ

ມາເລເຊຍ ອະນຸມັດໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ 13 ໂຄງການ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ຫັນ​ປ່ຽນ​ພະລັງງານ​ ແລະ​ ຄຸ້ມ​ຄອງ​ນ້ຳ​ຂອງ​ມາ​ເລ​ເຊຍ​ ປະກາດ​ໃນ​ວັນ​ທີ 2 ກັນຍາ​ ຜ່ານມາ​ວ່າ, ລັດຖະບານ​ມາ​ເລ​ເຊຍ​ໄດ້​ອະນຸມັດ​ໂຄງການ​​ພະລັງງານ​ແສງຕາ​ເວັນຂະໜາດ​ໃຫຍ່ 13 ​ໂຄງການ​ທີ່​ມີ​ກຳລັງ​ການ​ຜະລິດ​ໄຟຟ້າ​ທັງ​ໝົດ 1.975 ​ເມ​ກາ​ວັດ.
ອິນໂດເນເຊຍ ວາງເປົ້າໝາຍເພີ່ມລາຍຮັບຂອງລັດໂດຍບໍ່ຂຶ້ນພາສີໃໝ່

ອິນໂດເນເຊຍ ວາງເປົ້າໝາຍເພີ່ມລາຍຮັບຂອງລັດໂດຍບໍ່ຂຶ້ນພາສີໃໝ່

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 2 ກັນຍາ ຜ່ານມາ, ທ່ານ ສຣີ ມຸລຍານີ ອິນທຣາວາຕີ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ເປີດເຜີຍວ່າ, ອິນໂດເນເຊຍ ມີແຜນຈະເພີ່ມລາຍຮັບຂອງລັດໃນປີໜ້າ ໂດຍບໍ່ມີການຂຶ້ນອັດຕາພາສີ ຫຼື ອັດຕາພາສີໃໝ່.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ລະ​ຫວ່າງ SCO ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ລະ​ຫວ່າງ SCO ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ຫວຽດນາມ ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ໂດຍທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກໃນບົດກ່າວປາໄສເມື່ອຕອນບ່າຍຂອງວັນທີ 1 ກັນຍາ ຜ່ານມາ ໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) ເປີດກວ້າງ ທີ່ດຳເນີນຢູ່ນະຄອນທຽນສິນ ສປ ຈີນ. ໃນບົດກ່າວຄຳປາໄສ ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຕີລາຄາສູງບົດບາດ ແລະ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ພິເສດແມ່ນກັບ ອາຊຽນ ເພື່ອແນໃສ່ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນພວມໄດ້ຮັບການກຳນົດທິດ.
ຈີນ​ ຈັດ​ພິ​ທີ​ສວນ​ສະ​ໜາມ ເພື່ອ​ລະ​ນຶກ​ໄຊ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້​ານ​​ຟາດຊິດ ຄົບ​ຮອບ 80 ປີ​

ຈີນ​ ຈັດ​ພິ​ທີ​ສວນ​ສະ​ໜາມ ເພື່ອ​ລະ​ນຶກ​ໄຊ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້​ານ​​ຟາດຊິດ ຄົບ​ຮອບ 80 ປີ​

ຂ່າວສານຊີອາໄອລາຍງານວ່າ: ໃນ​ເວ​ລາ 9:00 ໂມງ​ຂອງ ​ວັນ​ທີ 3 ກັນ​ຍາ​​ນີ້, ພິ​ທີ​ລະ​ນຶກໄຊ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້​ານກາ​ນ​ຮຸກ​ຮານ​ຂອງຟາດຊິດ ​ແລະ ​ສົງ​ຄາມ​ຕໍ່​ຕ້ານ​ຟາດ​ຊິດ​ໂລກ ​ຄົບ​ຮອບ 80 ປີ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ຢູ່​ສະ​ໜາມ​ຫຼວງ​ທຽນ​ອ່ານ​ເມີນ ນະ​ຄອນ​ຫຼວງ​ປັກ​ກິ່ງ ສປ ຈີນ, ໃນ​ພິ​ທີ​ດັ່ງ​ກ່າວ ​ໄດ້​ມີການສວນ​ສະ​ໜາມ​ຢ່າງຍິ່ງໃຫຍ່. ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ ​ພ້ອມ​ທັງ​ກວດ​​ແຖວ​ທະ​ຫານ.
ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດຊື້ເຮືອນໃນປະເທດ

ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດຊື້ເຮືອນໃນປະເທດ

ຂ່າວຕ່າງປະເທດລາຍງານ​ໃນ​ວັນ​ທີ 1 ກັນຍາ ຜ່ານມານີ້​ວ່າ: ​ທ່ານ ຄຣິສໂຕເຟີ ລັກຊອນ ນາຍົກລັດຖະມົນຕີນູແວນເຊລັງ ກ່າວວ່າ, ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ຮັ່ງມີຈຳນວນໜຶ່ງ ຊຶ່ງຖືວີຊາຢູ່ອາໄສ ສາມາດຊື້ ຫຼື ປຸກເຮືອນໄດ້ ຕາບໃດທີ່ເຮືອນເຫຼົ່ານັ້ນມີມູນຄ່າຢ່າງໜ້ອຍ 5 ລ້ານໂດລານິວຊີແລນ (ນູແວນເຊລັງ).
ແຜ່ນດິນໄຫວໃນອັຟການິສຖານ ມີຜູ້ເສຍຊີວິດ 812 ຄົນ ແລະ ບາດເຈັບຈຳນວນຫຼາຍ

ແຜ່ນດິນໄຫວໃນອັຟການິສຖານ ມີຜູ້ເສຍຊີວິດ 812 ຄົນ ແລະ ບາດເຈັບຈຳນວນຫຼາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ຊາບິຮຸລເລາະ ມູຈາຮິດ ໂຄສົກລັດຖະບານຮັກສາການຂອງອັຟການິສຖານລາຍງານວ່າ, ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນພາກຕາເວັນອອກຂອງອັຟການິສຖານໄດ້ເພີ່ມຂຶ້ນເປັນ 812 ຄົນ ແລະ ບາດເຈັບຫຼາຍກວ່າ 2,817 ຄົນ.
ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ທະນາຄານ​ໂລກ​ (World Bank) ໄດ້​ອະນຸມັດ​ເງິນ​ກູ້ ແລະ ເງິນຊ່ວຍເຫຼືອມູນຄ່າທັງໝົດ 105 ລ້ານ​ໂດ​ລາ ​ເພື່ອ​ສະໜັບສະໜູນ​ໂຄງການ​ພັດທະນາ​ການ​ສຶກສາ​ຢູ່​ກຳປູ​ເຈຍ ຊຶ່ງຄາດ​ວ່າ​ຈະ​ຊ່ວຍ​ເຫຼືອ​ເດັກນ້ອຍ​ໄດ້ 1,7 ລ້ານ​ກວ່າຄົນ.
ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ຜູ້ຜະລິດອາຫານຍີ່ປຸ່ນຍັງສືບຕໍ່ຂຶ້ນລາຄາສິນຄ້າ ເພື່ອຮັບມືກັບຄ່າໃຊ້ຈ່າຍທີ່ເພີ່ມສູງຂຶ້ນ. ໂດຍລາຍການສິນຄ້າທີ່ຄາດວ່າຈະມີລາຄາເພີ່ມຂຶ້ນໃນເດືອນກັນຍານີ້ ມີຈຳນວນເພີ່ມຂຶ້ນເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ຖືວ່າເປັນການເພີ່ມຂຶ້ນຕິດຕໍ່ກັນເປັນເດືອນທີ 9.
ເພີ່ມເຕີມ