ປະຊາຊົນ3 ບ້ານ ເມືອງສາລະວັນ ສົມທົບທຶນ ສ້າງຝາຍນໍ້າລົ້ນ ສະໜອງການຜະລິດ

ປະຊາຊົນ3 ບ້ານ ເມືອງສາລະວັນ ສົມທົບທຶນ ສ້າງຝາຍນໍ້າລົ້ນ ສະໜອງການຜະລິດ
ປະຊາຊົນບ້ານແກ້ງກະເວົາ, ບ້ານສອງກະລອງ ແລະ ບ້ານຈານເໜືອເມືອງສາລະວັນແຂວງສາລະວັນໄດ້ປະກອບສົມທົບທຶນ 150 ລ້ານກີບເພື່ອກໍ່ສ້າງຝາຍນ້ຳລົ້ນສະໜອງນ້ຳແກ່ການຜະລິດກະສິກຳ.
ທ່ານ ບຸດດາ ຕໍຫັດ ເລຂາໜ່ວຍພັກ ນາຍບ້ານໆແກ້ງກະເວົາ ໃຫ້ສຳພາດຕໍ່ສື່ມວນຊົນແຂວງສາລະວັນ ວ່າ: ຄະນະພັກ, ອໍານາດການປົກຄອງບ້ານ ແລະ ປະຊາຊົນ ໄດ້ປຶກສາຫາລືກັນ ແລະ ຄົ້ນຄວ້າກ່ຽວກັບການສຳຫຼວດການສ້າງຝາຍນ້ຳລົ້ນ, ແລວຄອງຝາຍ, ເກັບກໍາຂໍ້ມູນລະອຽດ, ເນື້ອທີ່ຂອງແຕ່ລະບ້ານ, ແຕ່ລະຄອບຄົວ ທີ່ນອນໃນເຂດດັ່ງກ່າວ ຈຶ່ງໄດ້ມີຄວາມເປັນເອກະພາບກັນ ສົມທົບທຶນຮອນປະກອບສ່ວນຢ່າງເປັນເຈົ້າການ ສ້າງຝາຍນ້ຳລົ້ນ, ຂຸດຄອງຝາຍ ແລະ ໄດ້ລົງມືຈັດຕັ້ງປະຕິບັດ ເປັນເວລາ 2 ອາທິດ ຈຶ່ງສຳເລັດ ໂດຍໄດ້ນໍາໃຊ້ກົນຈັກ ເພື່ອຈົກຄອງຝາຍ ໄລຍະ 4 ພັນກວ່າແມັດ, ກວ້າງ 1,5 ແມັດ, ເລິກປະມານ 1 ແມັດກວ່າ, ໃນນັ້ນຄອບຄົວທີ່ຈະໄດ້ຊົມໃຊ້ນໍ້າທໍາການຜະລິດ ມີທັງໝົດ 61 ຄອບຄົວ, ປັດຈຸບັນການຈັດຕັ້ງປະຕິບັດສຳເລັດ 100% ແລະ ໄດ້ທົດລອງນໍາໃຊ້ນໍ້າແມ່ນສະດວກສະບາຍ, ປະຊາຊົນ ກໍມີຄວາມດີອົກດີໃຈ ຕໍ່ກັບຜົນສໍາເລັດ ທີ່ເປັນໝາກຜົນອັນລວມຂອງປະຊາຊົນໃນ 3 ບ້ານ ມູນຄ່າການກໍ່ສ້າງທັງໝົດ 150 ລ້ານກີບ. 
ທ່ານ ມີໄຊ ສິດທິວົງ ຕາງໜ້າປະຊາຊົນບ້ານແກ້ງກະເວົາ ໄດ້ສະແດງຄວາມດີໃຈ ແລະ ຊົມເຊີຍຕໍ່ການຊີ້ນໍາໆພາຂອງອົງການປົກຄອງທັງ 3 ບ້ານ ກໍຄືປະຊາຊົນ ໄດ້ມີສ່ວນຮ່ວມ, ມີຄວາມສາມັກຄີກັນຕັດສິນໃຈສູງ, ຂົນຂວາຍ, ຊອກທຸກເງື່ອນໄຂທຸກດ້ານ ເພື່ອເປັນການລິເລີ່ມວຽກງານດັ່ງກ່າວໃຫ້ເກີດຂຶ້ນ, ທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ  ໂດຍສະເພາະການສົມທົບທຶນຮອນ, ເຫື່ອແຮງ, ປະກອບສ່ວນເນື້ອທີ່ດິນຂຸດຄອງຝາຍຜ່ານ ທັງເປັນໃບໜ້າໃໝ່ ຂອງການຈັດຕັ້ງ, ຂອງປະຊາຊົນ ທີ່ຕ້ອງການເພີ່ມພູນຜະລິດຜົນ ເປັນຕົ້ນການປູກ-ການລ້ຽງ ແລະ ອື່ນໆ. 
ສໍາລັບຝາຍນໍ້າລົ້ນດັ່ງກ່າວ, ຕາມການສຳຫຼວດ ສາມາດຫົດເນື້ອທີ່ໄດ້ທັງໝົດ 30 ເຮັກຕາ ນອນໃນ 3 ບ້ານ ຄື: ບ້ານແກ້ງກະເວົາ ກວມເອົາເນື້ອການຜະລິດປະມານເນື້ອທີ່ 15 ເຮັກຕາ, ໃນ 30 ຄອບຄົວ, ບ້ານສອງກະລອງ 10 ເຮັກຕາ, ໃນຈໍານວນ 25 ຄອບຄົວ ແລະ ບ້ານຈານເໜືອ 6 ຄອບຄົວ ກວມເອົາ 5 ເຮັກຕາ ເພື່ອຊຸກຍູ້ສົ່ງເສີມປະຊາຊົນ ໄດ້ທໍາການຜະລິດຫຼາຍຂຶ້ນ, ນອກຈາກການເຮັດນາປູກເຂົ້າແລ້ວກໍຍັງສາມາດປູກພືດພັກລະດູແລ້ງ, ການລ້ຽງ ແລະ ສາມາດແກ້ໄຂວຽກງານຕ້ານແລ້ງ, ຕ້ານຖ້ວມ ໃນລະດັບໜຶ່ງພາຍໃນບ້ານດັ່ງກ່າວອີກດ້ວຍຊຶ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ. ປະຊາຊົນໃນ 3 ບ້ານ ມີພົນລະເມືອງທັງໝົດເກືອບ 2 ພັນຄົນ, ສ່ວນໃຫຍ່ມີອາຊີບປູກຝັງ-ລ້ຽງສັດ. ພາຍຫຼັງໄດ້ສຳເລັດການບຸກເບີກຈົກຄອງຝາຍແລ້ວ ກໍໄດ້ທົດລອງນໍາໃຊ້ນ້ຳເຂົ້າໃສ່ການຜະລິດ ຊຶ່ງຫຼາຍຄອບຄົວ ກໍໄດ້ລົງມືສູ່ການປູກເຂົ້ານາແຊງ ແລ້ວຈໍານວນໜຶ່ງ.
ອຳນາດການປົກຄອງທັງ 3 ບ້ານ ຍັງມີແຜນສືບຕໍ່ປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ ເພື່ອນໍາໃຊ້ຝາຍເກັບນໍ້າ ໃຫ້ຍາວນານ, ຍືນຍົງ ໂດຍສະເພາະຫົວງານ ຈະໄດ້ເທເບຕົງເສີມເຫຼັກ ແລະ ອອກລະບຽບການນໍາໃຊ້ນໍ້າ, ການບົວລະບັດຄອງຝາຍ, ການບໍາລຸງຮັກສາໃນທຸກໆປີ, ປັບປຸງຈຸດທີ່ນໍ້າໄຫຼບໍ່ສະດວກ ແລະ ອື່ນໆ, ທັງມີແຜນການພັດທະນາໃຫ້ດີຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ